Saturday, March 22, 2025

ເປັກ ພົມມະສານ ສົ່ງກໍາລັງໃຈໃຫ້ແພດໝໍລາວ ຜ່ານສຽງເພງ “ນັກຮົບເສື້ອຂາວ”

ຄົນລາວເຮົາມີນໍ້າໃຈຕໍ່ກັນສະເໜີ ບໍ່ວ່າຈະເກີດເຫດການຫຍັງ ກໍ່ມີນໍ້າໃຈຊ່ວຍເຫລືອກັນ ບໍ່ຖິ້ມກັນ ດັ່ງທຸກມື້ນີ້, ປະເທດເຮົາ ພວມຮັບມືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບັນດາແພດໝໍ ຜູ້ເປັນແນວໜ້າຕ້ານ ແລະ ສະກັດກັ້ນພະຍາດນີ້ຕ້ອງເຮັດວຽກໜັກຕໍ່ສູ້ກັບພະຍາດຮ້າຍ ນີ້ແບບບໍ່ຮູ້ອິດເມື່ອຍ ແລະ ຈາກນີ້ເຮັດໃຫ້ທົ່ວສັງຄົມໄດ້ອອກມາສະແດງນໍ້າໃຈຜ່ານການຮ່ວມບໍລິຈາກວັດຖຸສິ່ງຂອງ.

ຂະນະດຽວກັນ ສິລະປິນ,ນັກຮ້ອງຫລາຍຄົນ ກໍ່ໄດ້ສົ່ງແຮງໃຈຜ່ານສຽງເພງ ໃຫ້ທີມແພດໝໍລາວ.

ທ້າວ ເປັກ ພົມມະສານ ສິລະປິນຈາກຄ້າຍທີເຄຊາວລາວ ໜຶ່ງໃນສິລະປິນທີ່ຖ່າຍທອດອາລົມເພງໃຫ້ກໍາລັງໃຈແພດໝໍລາວ ໄດ້ສະແດງຄວາມຮູ້ສຶກວ່າ:

ທ້າວ ເປັກ ພົມມະສານ ສິລະປິນຈາກຄ້າຍທີເຄຊາວລາວ

ໃນໄລຍະທີ່ພະຍາດໂຄວິດລະບາດນີ້ໄດ້ສົ່ງຜົນກະທົບຫລາຍດ້ານບໍ່ວ່າຈະເປັນເສດຖະກິດກໍ່ຄືການທໍາມາຫາກິນ, ການໄປມາຫາສູ່ ແລະ ການປະ ຕິບັດໜ້າທີ່ວຽກງານ…ເຖິງຢ່າງໃດກໍ່ຕາມ,ພວກເຮົາ ກໍ່ໄດ້ປະຕິບັດຕາມຂັ້ນເທິງກໍ່ຄືຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 06/ນຍ ໃນໄລຍະຜ່ານມາ ແລະ ສືບຕໍ່ຂະຫຍາຍ 14 ມື້ ກໍ່ພ້ອມປະຕິບັດຕາມເພື່ອສະກັດກັ້ນບໍ່ໃຫ້ພະບາດຍາດແຜ່ລາມ.

ນອກນີ້ແລ້ວ ຍັງໄດ້ນໍາສະເໜີເພງໃໝ່ທີ່ຊື່ວ່າ ນັກຮົບເສື້ອຂາວ ປະພັນໂດຍທ່ານ ພອນສະຫວັນ ພັນທະວິຈິດ ແລະ ນາງແພດປະຕິວັດ ປະພັນໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອໃຫ້ກໍາລັງແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ຊຶ່ງເປັນຜົນງານເພງທີ່ຂ້າພະເຈົ້າຖ່າຍທອດອອກໄປເພື່ອສ່ອງແສງໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງແພດໝໍລາວທີ່ຕ້ອງເຮັດວຽກເປັນແນວໜ້າຕໍ່ສູ້ກັບພະຍາດນີ້.

ສະນັ້ນ ຈຶ່ງຂໍມອບເພງນີ້ໃຫ້ໄປເຖິງແພດໝໍລາວ, ພະນັກງານທະຫານ, ຕຳຫລວດ ລວມເຖິງພໍ່ແມ່ປະຊາຊົນ ໄດ້ຟັງເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ແລະ ມີກໍາລັງໃຈຕໍ່ສູ້ພະຍາດນີ້ໄປນໍາກັນ.

ລິ້ງເພງ: ນັກຮົບເສື້ອຂາວ https://youtu.be/CZxRw1x4-K0

https://youtu.be/CZxRw1x4-K0

ແຫຼ່ງຂໍ້ມູນ: ໂດຍ:ມາລີດາ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່