ສປປ ລາວ ຮ່ວມປະຊຸມທາງໄກ ຄັ້ງທຳອິດ ຂອງລັດຖະມົນຕີວັດທະນະທຳ 136 ປະເທດທົ່ວໂລກ

ທ່ານ ສະຫວັນຄອນ ລາຊະມຸນຕີ

ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານສະພາບການແຜ່ລະບາດ ແລະ ມາດຕະການຕ່າງໆ ໃນການປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ທົ່ວໂລກໄດ້ຮັບຊາບ

ໃນໂອກາດເຂົ້າຮ່ວມກອງປະຊຸມທາງໄກ (ວີດີໂອຄອນເຟີເລັນ) ຄັ້ງທຳອິດ ຂອງລັດຖະມົນຕີ ວັດທະນະທຳ ພາຍໃຕ້ຂອບການຮ່ວມມືຂອງອົງການອຸຍແນສໂກ ໃນວັນທີ 22 ເມສາ 2020 ຢູ່ນະຄອນຫລວງວຽງຈັນ ໂດຍມີ 136 ປະເທດທົ່ວໂລກ ເຂົ້າຮ່ວມ.

ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມເສຍໃຈ ແລະ ເຫັນອົກເຫັນໃຈ ມາຍັງລັດຖະບານ ແລະ ປະຊາຊົນທົ່ວໂລກ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ເສຍຊີວິດຈາກພະຍາດໂຄວິດ-19.

ພ້ອມທັງລາຍງານໃຫ້ທົ່ວໂລກຮູ້ວ່າ:

ສະພາບການແຜ່ລະບາດຂອງໄວຣັດໂຄວິດ-19 ຢູ່ ສປປ ລາວ ມາຮອດປັດຈຸບັນ ເຖິງແມ່ນວ່າຕົວເລກຜູ້ຕິດເຊື້ອມີບໍ່ຫລາຍ ແຕ່ຄວາມສ່ຽງທີ່ຈະເກີດການລະບາດແບບວົງກວ້າງ ແລະ ຮຸນແຮງຂຶ້ນແມ່ນມີສູງ ຕໍ່ສະພາບການດັ່ງກ່າວ ລັດຖະບານ ໄດ້ວາງມາດຕະການ ເພື່ອປ້ອງກັນການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຕາມຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.

ສຳລັບຂະແໜງການວັດທະນະທຳ ແລະ ການທ່ອງທ່ຽວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຕໍ່ບັນດາກິດຈະກຳວັດທະນະທຳ ແລະ ຮີດຄອງປະເພນີລາວ ເປັນຕົ້ນ ງານສະຫລອງທົ່ງໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກ, ບຸນປີໃໝ່ລາວ ແລະ ບຸນປະເພນີປະຈຳຊາດ ທີ່ສ່ອງແສງເຖິງເອກະ ລັກຂອງລາວ ແມ່ນຖືກໂຈະ.

ສິ່ງດັ່ງກ່າວ ເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ວັດທະນະທຳ, ການທ່ອງ ທ່ຽວ, ການບໍລິການ, ການຂົນສົ່ງ ແລະ ທຸລະກິດປິ່ນອ້ອມຖືກຢຸດສະງັກ, ຕໍ່ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ ຂອງໂລກ ກໍຄື ສປປ ລາວ ໃນລະດັບສູງ.

ລັດຖະບານ ສປປ ລາວ ນອກຈາກມີມາດຕະກາດປ້ອງກັນຢ່າງເຄັ່ງຄັດແລ້ວ ຍັງໄດ້ກຳນົດນະໂຍ ບາຍ ກະຕຸ້ນເສດຖະກິດພາຍໃນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ແນໃສ່ຊ່ວຍເຫລືອການລົງທຶນທຸລະກິດວັດທະນະທຳ, ທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ ໂດຍສະເພາະ ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ, ສາມາດເຄື່ອນໄຫວ ແລະ ສ້າງພື້ນຖານການຜະລິດພາຍໃນ ເພື່ອກະຕຸ້ນເສດຖະກິດໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂ່າວ: ທະນູທອງ ພາບ: ຂັນໄຊ, ສຳນັກຈ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...