ສະຫະພັນແມ່ຍິງແຂວງສາລະວັນ ຜະລິດຜ້າອັດປາກໄດ້ 150 ກວ່າອັນຕໍ່ມື້ ຕ້ານພະຍາດໂຄວິດ-19

ເພື່ອເປັນການເພີ່ມທະວີມາດຕະການສະກັດກັນ, ກັນການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານຕ້ານພະຍາດໂຄວິດ -19 ທີ່ກຳລັງລະບາດຢ່າງຮ້າຍແຮງໃນທົ່ວໂລກກໍ່ຄືຢູ່ ສປປລາວ ທີ່ໄດ້ກວດພົບຜູ້ທີ່ຕິດເຊື້ອບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ -19

ທ່ານ ນາງ ບຸນທະວີ ດວງລາສີ ປະທານສະຫະພັນແມ່ຍິງແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ:

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ເປັນຕົ້ນກໍ່ແມ່ນການເຮັດຜ້າອານາໄມອັດປາກເພື່ອຕ້ານພະຍາດໂຄວິດ- 19 ກ່ອນຈະຈັ້ງຕັ້ງປະຕິບັດກໍ່ໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນກໍ່ແມ່ນຄະນະສະເພາະກິດຂັ້ນແຂວງ, ພະແນກສາທາແຂວງ ແລະໂຮງໝໍແຂວງເພື່ອເປັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະຂັ້ນຕ້ອນຕ່າງໆຂອງວຽກງານ, ພາຍໃນສູນຝຶກອົບຮົມວິຊາຊີບສະຫະພັນແມ່ຍິງແຂວງມີແຮງງານທັງໝົດ 18 ຄົນ,

ທີ່ເຮັດວຽກນີ້  ແລະສະເລ່ຍໄດ້ມື້ໜຶ່ງສາມາດຜະລິດໄດ້ 150 ກວ່າອັນ, ຕາມແຜນແມ່ນຈະຜະລິດໃຫ້ໄດ້ 500 ກວ່າອັນ, ແຕ່ລະອັນຂອງຜ້າອັດປາກແມ່ນຈະໄດ້ຜ່ານການຂ້າເຊືອ ແລະຢັ້ງຢືນກວດກາຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງນັ້ນກໍ່ຄືພະແນກສາທາແຂວງ ແລະໂຮງໝໍແຂວງເພື່ອຄວາມຖືກຕ້ອງ ແລ້ວຈຶ່ງຈະນຳເອົາໄປມອບໃຫ້ແຕ່ລະສູນກັກກັນໃນທົ່ວແຂວງ,

ນອກຈາກນັ້ນກໍ່ຍັງຈະໄດ້ມອບໃຫ້ພໍ່ແມ່ປະຊາຊົນຜູ້ທີ່ຂາດເຂີນໂດຍປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນແຕ່ລະຂັ້ນຕອນຂອງການການມອບ

ທ່ານ: ປະທານສະຫະພັນແມ່ຍິງແຂວງ ຍັງໄດ້ກ່າວຕື່ມອີກວ່າກ່ອນຈະຈັດຕັ້ງປະຕິບັດ ໄດ້ກໍ່ຍ້ອນເອື້ອຍນ້ອງແມ່ຍິງພວກເຮົາມີຄວາມສາມະຄີກັນດີ ແລະ ຕື່ນຕົວສູງຕໍ່ການຈັດຕັ້ງປະຕິບັດໜ້າທີ່ກໍ່ຄືວຽກງານວິຊາສະເພາະຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານຕ່າງໆ,

ນອກຈາກຄວາມສາມະຄີຂອງເອື້ອຍນ້ອງແມ່ຍິງ ພາຍໃນແລ້ວກໍ່ຍັງ ໄດ້ຮັບການປະກອບສ່ວນ ຈາກຜູ້ສຳປະ ທານຕະຫຼາດຕື່ມອີກ ແລະ ໃນຕໍ່ໜ້າກໍ່ຫວັງວ່າຈະໄດ້ຮັບການປະກອບສ່ວນ, ສະໜັບສະໜູນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງບໍ່ວ່າຈະເປັນອົງການຈັດຕັ້ງຕ່າງໆ, ຜູ້ປະກອບການ, ຫົວໜ່ວຍທຸລະກິດ ແລະອື່ນໆ, ການຈັດຕັ້ງປະຕິບັດຄັ້ງນີ້ ກໍ່ເພື່ອແນໃສ່ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວີດ -19 ບໍ່ໃຫ້ແຜ່ຂະຫຍາຍອອກໄປສູ່ວົງກ້ວາງ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ: ສິດຕາ ເພັດວົງສາ, ໜັງສືພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...