ແຮງງານທີ່ກັກຕົວຢູ່ເມືອງໄຊທານີ ບໍ່ພົບເຊື້ອໂຄວິດ ພ້ອມສືບຕໍ່ຕິດຕາມຢູ່ເຮືອນ!​

ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ ໃຫ້ສໍາພາດວ່າ:

ສໍາລັບແຮງງານລາວທີ່ກັບຈາກຕ່າງປະເທດຂອງເມືອງໄຊທານີມີທັງໝົດ 962 ຄົນ ໂດຍນໍາໄປກັກບໍລິເວນ 14 ວັນໃນ 15 ສູນ ເຊິ່ງແຕ່ລະສູນແມ່ນໄດ້ຈັດແບ່ງທີມແພດຕິດຕາມວັດແທກອຸນຫະພູມຢ່າງໃກ້ຊິດ ຜ່ານການຕິດຕາມກວດກາ ເຫັນວ່າມີກໍລະນີສົງໄສເປັນພະຍາດໂຄວິດ-19 ຈໍານວນ 4 ຄົນ

ໄດ້ສົ່ງໄປກວດຫາເຊື້ອຢູ່ໂຮງໝໍ ຜົນອອກມາບໍ່ພົບເຊື້ອ ພຽງແຕ່ເປັນໄຂ້ຫວັດທໍາມະດາ ມາຮອດວັນທີ 16 ເມສາ 2020 ເມືອງໄຊທານີສາມາດປົດປ່ອຍແຮງງານໝົດແລ້ວໃນ 15 ສູນ ເຫັນວ່າແຮງງານແຕ່ລະຄົນມີສຸຂະພາບແຂງແຮງດີ ສ່ວນການຊ່ວຍເຫຼືອຂອງສັງຄົມ ເມືອງໄດ້ມີການປຸກລະດົມຫົວໜ່ວຍທຸລະກິດທີ່ມີເງື່ອນໄຂປະກອບສ່ວນເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ໃນນີ້ກໍໄດ້ສືບຕໍ່ມອບໃຫ້ກັບພໍ່ແມ່ປະຊາຊົນທີ່ມີຄວາມທຸກຍາກຂາດເຂີນ.​

ສໍາລັບທິດທາງໃນຕໍ່ໜ້າ ເພື່ອເຮັດໃຫ້ການສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ ໃຫ້ມີຄວາມເຂັ້ມງວດຂຶ້ນຕື່ມ ທາງຄະນະສະເພາະກິດຂັ້ນເມືອງ ຕ້ອງສືບຕໍ່ໂຄສະນາປະຊາສໍາພັນໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈຕໍ່ຜົນຮ້າຍ ແລະ ວິທີປ້ອງກັນຕົນເອງຈາກພະຍາດໂຄວິດ-19 ສືບຕໍ່ກວດກາຮ້ານຄ້າ ຮ້ານກິນດື່ມ ບໍ່ໃຫ້ມີການເປີດບໍລິການຈົນກວ່າຮອດວັນທີ 3 ພຶດສາພາ 2020

ໃຫ້ອໍານາດການປົກຄອງບ້ານຕິດຕາມແຮງງານ 962 ຄົນທີ່ປົດປ່ອຍອອກຈາກສູນໄປພັກເຊົາຢູ່ເຮືອນນໍາຄອບຄົວ ກະກຽມຮ່ວມມືກັບຄະນະສະເພາະກິດເພື່ອຮອງຮັບແຮງງານລາວທີ່ຈະເຂົ້າມາໃໝ່ຫຼັງວັນທີ 3 ພຶດສະພາ 2020 ໂດຍຈັດສູນຮອງຮັບຢູ່ຫຼັກ 27 ສູນນີ້ສາມາດຮອງຮັບແຮງງານໄດ້ເຖິງ 500 ຫາ 1000 ຄົນ ແລະ ສືບຕໍ່ເຝົ້າລະວັງ ໃຫ້ປະຊາຊົນມີສະຕິຕື່ນຕົວປ້ອງກັນຕົນເອງ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.​

ແຫຼ່ງຂໍ້ມູນ: ຂ່າວ & ພາບ: ຂັນທະວີ, ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...