ຄະນະສະເພາະກິດ ກະຊວງປ້ອງກັນປະເທດ ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດຕ່າງໆ

ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ຕາງໜ້າຄະນະສະເພາະກິດ ມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ໄຮເທຣາ ຜູ້ຜະລິດອຸປະກອນການການແພດແຫ່ງ ສປ ຈີນ ແລະ ບໍລິສັດ ຄໍາໄພຊະນະ.

ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງບໍລິສັດທັງສອງ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນໃນການປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດໃນຄັ້ງນີ້.

ໃນນີ້ມີ ອຸປະກອນການແພດ ແລະ ຜ້າອັດປາກ ຈໍານວນ 20 ແກດ, ລວມມູນຄ່າ 10.000 ໂດລາສະຫະລັດ.

ທ່ານຍັງກ່າວຕື່ມອີກວ່າ: ຈະນໍາເອົາອຸປະກອນດັ່ງກ່າວ ໄປແຈກໃຫ້ບັນດາຫ້ອງການ, ກົມກອງ ເພື່ອນໍາໃຊ້ເຂົ້າໃນວຽກງານການປ້ອງກັນແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...