ປະຊຸມສະໄໝພິເສດ ລັດ​ຖະມົນຕີທ່ອງທ່ຽວອາຊຽນ​ ຮ່ວມມືກັນຟື້ນຟູການທ່ອງທ່ຽວ

ທີ່ນະຄອນ​ຫຼວງວຽງຈັນ ບັນດາລັດຖະມົນຕີທ່ອງ​ທ່ຽວຂອງປະເທດສະມາຊິກແຫ່ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ປະຊຸມທາງໄກ (ຜ່ານວິດີໂອ) ສະໄໝພິເສດ ພາຍໃຕ້ການເປັນປະທານກອງປະຊຸມໂດຍທ່ານ ປອ ທອງຄົນ ລັດຖະມົນຕີກະຊວງທ່ອງທ່ຽວແຫ່ງປະເທດກຳປູເຈຍ.

ໂດຍຄໍານືງເຖິງຄວາມຈໍາເປັນອັນຮີບດ່ວນກ່ຽວກັບກົນໄກການປະສານງານອາຊຽນໃຫ້ມີຄວາມເຂັ້ມແຂງ ເພື່ອເອົາຊະ​ນະບັນດາສິ່ງທ້າທາຍຕ່າງໆໃນຂະແໜງການທ່ອງທ່ຽວ ຊຶ່ງແມ່ນໜຶ່ງໃນບັນດາຂະແໜງເສດຖະກິດຕົ້ນຕໍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະ​ຍາດ COVID-19 ໃນຄັ້ງນີ້ ແລະ ເປັນເຫດໃຫ້ທຸລະກິດໃນະຂະແໜງການທ່ອງທ່ຽວຢຸດສະງັກ ເຮັດໃຫ້ລາຍຮັບຫຼຸດລົງ ແລະ ການຈ້າງງານຫຼຸດລົງ.

ກອງປະຊຸມຄັ້ງນີ້ ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນແຕ່ລະປະເທດໄດ້ລາຍງານສະພາບ ແລະ ຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ໂດຍສະເພາະຜົນກະທົບຕໍ່ຂະແໜງການທ່ອງທ່ຽວຢູ່ໃນປະເທດຂອງຕົນໃຫ້ກອງປະຊຸມຮັບຊາບ ແລະ ຮ່ວມກັນປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂ ແລະ ມາດຕະການສະເພາະໃນການເພີ່ມທະວີການຮ່ວມມື ແລະ ການປະສານງານອາຊຽນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຟື້ນຟູຂະແໜງການທ່ອງທ່ຽວໃຫ້ກັບຄືສູ່ສະພາບປົກກະຕິ.

ພ້ອມດຽວກັນນີ້ ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ຍັງໄດ້ຮ່ວມກັນຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຟື້ນຟູການທ່ອງທ່ຽວອາຊຽນ.

ໃນນີ້ ສປປ ລາວ ກໍໄດ້ລາຍງານໃຫ້ກອງປະຊຸມຮັບຊາບວ່າ: ການແຜ່ລະ​ບາດຂອງເຊື້ອພະຍາດ COCID-19 ໃນຄັ້ງນີ້ ເຮັດໃຫ້ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີຫຼຸດລົງ 17% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019.

ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທົ່ວປະເທດ ກໍໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ ເຊັ່ນ: ໂຮງແຮມຈໍານວນ 637 ແຫ່ງ ຣີສອດ ເຮືອນພັກ 2.283 ແຫ່ງ ຫ້ອງນອນ 55.000 ກວ່າຫ້ອງ ບໍລິສັດທ່ອງ​ທ່ຽວ 539 ແຫ່ງ ຕົວແທນ​ບໍລິສັດທ່ອງ​ທ່ຽວ 36 ແຫ່ງ ສະຖານທີ່ທ່ອງທ່ຽວ 809 ແຫ່ງ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວອື່ນໆກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ນອກຈາກນີ້ ບັນດາກິດຈະກໍາການທ່ອງທ່ຽວ ແລະ ວັດທະນະທໍາທັງ​ໝົດກໍໄດ້ຖືກໂຈະ ແລະ ເລື່ອນການຈັດຕັ້ງປະຕິບັດອອກໄປເຊັ່ນ: ການປະກາດມໍລະດົກໂລກ ທົ່ງໄຫຫີນຊຽງຂວາງ ບຸນປີໃໝ່ລາວ ແລະ ບຸນປະເພນີອື່ນໆ. ມາຮອດປັດຈຸບັນນີ້ ຖືວ່າບໍ່ມີນັກທ່ອງທ່ຽວ ແລະ ຄາດວ່າສະຖານະການທີ່ຮ້າຍແຮງນີ້ຍັງຄົງຈະສືບຕໍ່ໄປອີກໄລຍະໜຶ່ງ.​

ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມໃນຄັ້ງນີ້ວ່າ:

ເພື່ອເປັນການຮ່ວມກັນໂຕ້ຕອບ ແລະ ຫຼຸດຜ່ອນຜົນກກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຟື້ນຟູການທ່ອງທ່ຽວອາຊຽນ ແນໃສ່ເພື່ອໃຫ້ແຕ່ລະປະເທດສະມາຊິກອາຊຽນສາມາດຈັດຕັ້ງປະຕິ​ບັດແຜນການຟື້ນຟູຫຼັງວິກິດການແຜ່ລະບາດຂອງເຊື້ອພະຍາດ COVID-19 ສ້າງລາຍການທ່ອງທ່ຽວຮ່ວມກັນ ໂຄສະນາ ແລະ ສົ່ງເສີມແພັກເກັດການທ່ອງທ່ຽວອາຊຽນທ່ຽວອາຊຽນ ແລະ ການລົງທຶນໃສ່ຕົ້ນທຶນມະນຸດໃນຂະແໜງການທ່ອງທ່ຽວອາຊຽນໃຫ້ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...