ທາງຊົນນະບົດ 2 ເມືອງ ຢູ່ແຂວງສະຫວັນນະເຂດ ໄດ້​ຮັບ​ການຊ່ວຍ​ເຫຼືອ​ຈາກລັດຖະບານ ເຢຍລະມັນ

ພິທີເຊັນສັນຍາໂຄງການພັດທະນາຊົນນະບົດ ຢູ່ເຂດເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານ ເຢຍລະມັນ ໂດຍຜ່ານທະນາຄານພັດທະນາຂອງປະເທດເຢຍລະ ມັນ (KFW) ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການຮ່ວມລົງນາມ ລະຫວ່າງທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ, ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ, ທ່ານ ລາຍເນີ ຄູນເລີ ຊ່ຽວຊານໂຄງການ ແລະ ຜູ້ອຳນວຍການ 3 ບໍລິສັດຜູ້ຮັບເໝົາກໍ່ສ້າງ.

ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ ໄດ້ໃຫ້ຮູ້ວ່າ: ລັດຖະບານ ເຢຍລະມັນ ໄດ້ຕົກລົງສືບຕໍ່ຊ່ວຍເຫລືອລ້າ ເພື່ອກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ 1 ທີ່ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງທຸກຍາກຂອງແຂວງສະຫວັນນະເຂດຄື: ເມືອງນອງ ແລະ ເມືອງເຊໂປນ, ມີລວງຍາວທັງໝົດ 47,7 ກວ່າກິໂລແມັດ, ການກໍ່ສ້າງໄດ້ແບ່ງອອກເປັນ 3 ສັນຍາ, ມີໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ.

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...