ໄປຊິມກາເຟຢອດ ສະຫວັນ-ປາກເຊ

ການນັ່ງຖ້າ ກາເຟຢອດ ຈົນຮອດກາເຟຢຸດ ໃນບັນຍາກາດເກົ່າໆ ຂອງຕຶກໂຄໂລນຽນ ທີ່ຍັງຫຼົງເຫຼືອຢູ່ໃນສະຫວັນນະເຂດ ແລະ ຈຳປາສັກ, ເປັນອີ່ຫຍັງທີ່ເຮັດໃຫ້ນັກເດິນທາງທຳມະດາ ເພີນໃຈໄດ້ເປັນຢ່າງດີ ແລະ ສຳລັບທ່ານໃດທີ່ໄປເມືອງສະຫວັນນະເຂດ ຫຼື ນະຄອນໄກສອນ ພົມວິຫານໃນປັດຈຸບັນ ແລະ ນະຄອນປາກເຊ ແຂວງຈຳປາສັກ ແມ່ນບໍ່ຄວນພາດອາລົມ ຄວາມຮູ້ສຶກ ແລະ ປະສົບການດີໆ ກາງເມືອງເກົ່າແບບນີ້

ສະເໜ່ຂອງການກິນກາເຟດຣິບ (Drift) ແບບບໍ່ໃຊ້ເຈ້ຍຕອງ ດ້ວຍວິທີແບບຫວຽດນາມ ຫຼື ເອີ້ນກັນວ່າ “ກາເຟຢອດ” ແມ່ນການໄດ້ຮັບຮູ້ຣົດຊາດຂອງກາເຟໂຣບັດຕ້າ ທີ່ຂົ້ວຫອມໆ ຈົນມີນໍ້າມັນອອກມາຈາກເນື້ອໃນເມັດກາເຟ ແລ້ວບົດຫຍາບປານກາງ ເພື່ອໃຫ້ໄດ້ເກັດເທົ່າເມັດນໍ້າຕານຊາຍ ກ່ອນຈະເອົາມາຕອງດ້ວຍຈອກອາລູມິນຽມແບບຫວຽດນາມທີ່ເອີ້ນວ່າ “ຟິນ” (Phin) ເຮັດໃຫ້ໄດ້ຣົດຊາດເຂັ້ມຂຸ້ນຂອງເນື້ອ ແລະ ໄດ້ກິ່ນຫອມຂອງນໍ້າມັນໃນເມັດກາເຟ ເຊິ່ງຫາກຊົງແບບໃຊ້ເຈ້ຍຕອງແບບຕະເວັນຕົກ ກໍຈະຖືກເຈ້ຍດູດຊັບອອກໄປສ່ວນໜຶ່ງ

ໃຜທີ່ນິຍົມກາເຟສາຍເຂັ້ມ ແຕ່ບໍ່ເຖິງກັບໂອລ້ຽງແບບໄທ ແລະ ເອັສເປສໂຊຂອງຕະເວັນຕົກ ຢາກໃຫ້ລອງຊິມກາເຟແບບຫວຽດນາມ ເຊິ່ງອຸປະກອນລາຄາບໍ່ແພງ ເຮັດຄວາມສະອາດງ່າຍ ແລະ ຂັ້ນຕອນທີ່ທຳມະດາສຸດໆ ຄື:

  1. ວາງຟິນລົງເທີງຈອກແກ້ວກາເຟ
  2. ໃສ່ກາເຟ 1 ບ່ວງແກງ ລົງໃນຟິນ
  3. ຖອກນໍ້າຮ້ອນໃສ່
  4. ເອົາບ່ອນກົດກາເຟລົງໄປ
  5. ອັດຝາ
  6. ຖ້າຈົນນໍ້າຢຸດຢອດ
  7. ເອົາຟິນອອກ ໂດຍໃຊ້ຝາເປັນແນວຮອງ ກັນກາເຟທີ່ເຫຼືອຢອດເປື້ອນ
ການເຮັດກາເຟດ້ວຍຟິນ

ແຕ່ສຳລັບຄົນທີ່ບໍ່ຍິນົມກິນກາເຟລົດຊາດແຮງໆ ກໍສາມາດເຮັດສູດອື່ນໄດ້ ເຊັ່ນ: ໃສ່ນົມຂຸ້ນຫວານ, ໃສ່ໄຂ່ປັ່ນແບບ Dalgona, ຫຼືປັ່ນ ລວມກັບໝາກໄມ້ ເປັນຕົ້ນແມ່ນ ອາໂວກາໂດ, ໝາກກ້ວຍ, ແລະ ໝາກລະມຸດ ກໍ່ຈະໄດ້ລົດຊາດແປກໃໝ່ ຫຼື ອາດຈະເຕີມນ້ຳຮ້ອນລົງໄປອີກໜ້ອຍໜື່ງ ເພື່ອໃຫ້ກາເຟເຈືອຈາງລົງ ກໍ່ບໍ່ມີໃຜຈະວ່າໄດ້ (ຍ້ອນເຮົາດື່ມໄດ້)

ອ່ານມາຮອດນີ້, ຊຽນກາເຟບາງຄົນອາດຈະຮູ້ສຶກຂັດໃຈ ວ່າທັງໝົດທີ່ກ່າວມານີ້ ຂາດຄວາມລະອຽດໃນການດື່ມດຳລົດກາເຟແທ້ໆ, ແຕ່ກໍ່ຄືທີ່ເຮົາບອກໄປແຕ່ທຳອິດແລ້ວວ່າ ເລື່ອງນີ້ເປັນເລື່ອງຂອງນັກເດິນທາງທໍາມະດາ ທີ່ດື່ມກາເຟໄດ້ ແລະ ເດີນທາງໄປສະຫວັນນະເຂດ ຫຼື ຈຳປາສັກ ເຊິ່ງມີຮ້ານກາເຟຊົງແບບຫວຽດນາມໃຫ້ເລືອກຢູ່ເຕັມໄປໝົດ ແລະ ຫາກຍັງບໍ່ເຄີຍລອງ ເຮົາກໍ່ຢາກໃຫ້ໄປລອງຈັກເທື່ອໜຶ່ງ

ແຕ່ສຳລັບທ່ານໃດທີ່ສົນໃຈຢາກເຈາະລືກລົງໄປຮອດແກ່ນຂອງການດື່ມກາເຟຫວຽດນາມ ບໍ່ວ່າຈະເປັນສາຍພັນກາເຟ ລະດັບການຂົ້ວບົດ ຈົນຮອດປະລິມານນໍ້າ ແລະ ເວລາທີ່ຖ້າ ກໍລົງຫາເບິ່ງໄດ້ຈາກເວັບໄຊທີ່ຂຽນເຖິງໄວ້ແລ້ວ

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,