ມາ​ຮູ້​ຈັກ 12 ລາ​ສີ ທຳ​ນາຍ​ໂຊກຊ​ະ​ຕາຊີວິດ ​ໃນ​ປີ 2019

ໃຜ​ທີ່​ຢາກ​ຮູ້​ວ່າ ໂຊກ​ສະ​ຕາ​ລາ​ສີ​ຂອງ​ເຮົາ​ໃນ​ປີນັ້ນໆ ຈະ​ເປັນ​ແບບ​ໃດ? ຊິ​ຮ້າຍ​ຫຼື​ດີ ໃຫ້​ເຈົ້າ​ເບິ່ງ ສະ​ຕາ​ 12 ລາ​ສີ; ຜູ້​ຊາຍ​ໃຫ້​ນັ​ບ​ເລີ່ມ​ຕົ້ນ ນັບ 1 ແຕ່​ເຈ​ດີ ວຽນ​ໄປ​ທາງ​ຂວາ​ມື ຄື ສັດ​ເງິນ ຈົນ​ຄົບ​ອາ​ຍຸ​ປັດ​ຈຸ​ບັນ​ຕົກ​ບ່ອນ​ໃດ? ໃຫ້​ທາຍ​ຕາມນັ້ນ, ຜູ້​ຍິງ​ກໍ​ໃຫ້​ນັບ​ເລີ່ມ​ຕົ້ນ ເລກ 1 ລົງ​ທີ່​ເຈ​ດີ​ຄື​ກັນ ແຕ່​ໃຫ້​ວຽນ​ໄປ​ທາງ​ຊ້າຍ​ມື ຄື ນາ​ຄະ​ລາດ ຈົນ​ເຖິງ​ອາ​ຍຸ​ປັດ​ຈຸ​ບັນ ຕົກ​ບ່ອນ​ໃດ ກໍ​ໃຫ້​ທາຍ​ຕາມນັ້ນ​ເຊັ່ນ​ກັນ.

ຖ້າ​ຕົກ​ລາ​ສີ​ທີ່ 1 ຄື​ເຈ​ດີ ທາຍ​ວ່າ ປີນີ້​ເຈົ້າ​ຈະ​ສຸກ​ກາຍ​ສະ​ບາຍ​ໃຈ ສິ່ງ​ທີ່​ຕ້ອງ​ການ​ທີ່​ສຸດ ຈະ​ໄດ້​ເຮັດ ແລະ​ໄດ້​ຮັບ​ຄວາມ​ສຳ​ເລັດ.

ຖ້າ​ຕົກ​ລາ​ສີ​ທີ່ 2 ຄື​ສັດ​ເງິນ ທາຍ​ວ່າ ປີນັ້ນ​ຈະ​ຊື້​ງ່າຍ​ຂາຍ​ຄ່ອງ, ຄອບ​ຄົວ​ບໍ່​ເດືອດ​ຮ້ອນ ຕິດ​ຕໍ່​ພົວ​ພັນ​ກັບ​ໃຜ? ກໍ​ຈະ​ສຳ​ເລັດ.

ຖ້​າ​ຕົກ​ລາ​ສີ​ທີ່ 3 ຄື​ຄໍ​ຂາດ ທາຍ​ວ່າ ປີນີ້​ຈະ​ປະ​ສົບ​ຄວາມ​ເດືອດ​ຮ້ອນ, ມີ​ຄະ​ດີ​ຄວາມ, ຫ້າມ​ເລີ່ມ​ລົງ​ທຶນ ຫຼື​ເລີ່ມ​ກິດ​ຈະ​ການ​ງານ​ໃຫຍ່ ໃຫ້​ເລືອກ​ເວັ້ນ​ການ​ຄົບ​ໝູ່​ຄູ່ບໍ່​ດີ ຢ່າ​ທ່ຽວ​ກາງ​ຄືນ, ຢ່າ​ປະ​ໝາດ ແລະ​ໃຫ້​ສວດ​ຄາ​ຖາ ຍັນ​ທຸນ ນິ​ມິດ​ຕັງ ຯ​ລຯ​ ຄືນ​ລະ 3 ຈົບ ເຄະ​ເຂັນ​ຈະ​ເບົາ​ບາງ​ລົງ ຫຼື​ໝົດ​ໄປ.

ຖ້າ​ຕົກ​ລາ​ສີ​ທີ່ 4 ຄື​ເຮືອນ​ຫຼວງ ທາຍ​ວ່າ ຜູ້​ຮັບ​ລາ​ຊະ​ການ​ຈະ​ໄດ້​ເລື່ອນ​ຍົດ​ເລື່ອນ​ຊັ້ນ ຜູ້​ເລີ່ມ​ເຮັດ​ວຽກ​ໃໝ່ໆ ຫຼື​ຈະ​ແຕ່ງດອງ ໃຫ້​ແຕ່ງ​ໃນ​ປີນີ້.

ຖ້າ​ຕົກ​ລາ​ສີ​ທີ່ 5 ຄື​ປາ​ສາດ​ທອງ ທາຍ​ວ່າ​ປີນີ້​ເຈົ້າ​ຈະ​ມີ​ຄວາມ​ສຸກ​ກາຍ​ສະ​ບາຍ​ໃຈ​ຫຼາຍກວ່າ​ທຸກ​ປີ ຜູ້​ທີ່​ມັກ​ສ່ຽງ​ໂຊກ ທ່ານ​ທາຍ​ວ່າ​ຈະ​ມີ​ໂຊກ, ກິດ​ຈະ​ການ​ອັນ​ໃດ​ທີ່​ເຮັດ​ລົງ​ໄປ​ແລ້ວ ຈະ​ສົ່ງ​ຜົນ​ດີ​ໃຫ້​ເຈົ້າ​ໃນ​ປີນີ້.

ຖ້າ​ຕົກ​ລາ​ສີ​ທີ່ 6 ຄື​ລາ​ຫູ ທາຍ​ວ່າ ໃຫ້​ລະ​ວັງ​ໄວ້ ຈະ​ມີ​ຄົນ​ຍຸ​ແຫຍ່​ໃຫ້​ແຕກ​ແຍກ ຫຼື​ນຳ​ຄວາມ​ເດືອດ​ຮ້ອນ​ມາ​ສູ່ ຫ້າມ​ເຊື່ອ​ໃຜ​ງ່າຍໆ, ຫ້າມ​ເລີ່ມ​ເຮັດ​ວຽກ​ໃຫຍ່​ທຸ​ກ​ຢ່າງ ໃນ​ປີນີ້, ໃຫ້​ສວດ​ຍັນ​ທຸນ ນິ​ມິ​ຕັງ ຯ​ລຯກ່ອນນອນ 3 ຈົບ ທຸກ​ຄືນ​ຕະຫຼອດ​ປີ ເຄາະ​ເຂັນ​ຈະ​ເຊົາ.

ຖ້າ​ຕົກ​ລາ​ສີ​ທີ່ 7 ຄື​ສັດ​ທອງ ທາຍ​ວ່າ ປີນີ້​ເຈົ້າ​ຈະ​ມີ​ຍົດ ໄປ​ທາງ​ໃດ​ກໍ​ຈະ​ໄດ້​ຮັບ​ກຽດ​ຕິ​ຍົດ​ໃນ​ຝູງ​ຊົນ ຖ້າ​ເປັນ​​ມີ​ຄະ​ດີຄວາມ ຈະ​ມີ​ຄົນ​ຊ່ວຍ.

ຖ້າ​ຕົກ​ລາ​ສີ​ທີ່ 8 ຄື​​ເທວະ​ດາ​ຂີ່​ເຕົ່າ ທາຍ​ວ່າ ຄື​ປີນີ້​ດີ​ປານ​ກາງ ເຮັດ​ອັນ​ໃດ? ຈະ​ມີ​ຄົນ​ຄອຍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ໃຫ້​ລະ​ວັງ​ເລື່ອງ​ບໍ​ລິ​ວານ ຈະ​ກໍ່​ຄວາມ​ເດືອດ​ຮ້ອນ​ມາ​ໃຫ້.

ຖ້າ​ຕົກ​ລາ​ສີ​ທີ່ 9 ຄື​ຄົນ​ຖືກ​ຂື່​ຄາ​ຄໍ ທາຍ​ວ່າ ປີນີ້​ຈະ​ມີ​ເລື່ອງ​ໃຫ້​ຄຶດ​ຫຼາຍ, ຈະ​ມີ​ເລື່ອງວຸ່ນ​ວາຍ ເຮັດ​ອັນ​ໃດ​ກໍ​ໃຫ້​ມີ​ສະ​ຕິ ໃຫ້​ສວດ​ຍັນ​ທຸນ ​ນິ​ມິ​ດ​ຕັງ ຯ​ລຯ ຄືນ​ລະ 3 ຈົບ​ຕະ​ຫຼອດ​ປີ ເຄາະ​ເຂັນ​ຈະ​ເບົາ​ບາງ​ລົງ.

ຖ້າ​ຕົກ​ລາ​ສີ​ທີ່ 10 ຄື​ພໍ່​ໝໍ ທາຍ​ວ່າ ປີ​ນີ້​ດີ​ປານ​ກາງ ໃຫ້​ຢູ່​ໃກ້​ຊິດ​ຮັບ​ໃຊ້​ເຈົ້າ​ນາຍ ຈຶ່ງ​ຈະ​ດີ ອາ​ໄສ​ຜູ້​ນ້ອຍກວ່າ ອາດ​ຈະ​ໄດ້​ຮັບ​ຄວາມບໍ່​ສະ​ບາຍ​ໃຈ ຮູ້​ແລ້ວ​ກຽມ​ໃຈ​ໄວ້ ຈະ​ໄດ້​ບໍ່​ທຸກ.

ຖ້າ​ຕົກ​ລາ​ສີ​ທີ່ 11 ຄື​ແມ່​ມົດ ທາຍ​ວ່າ ປີນີ້​ຈະ​ມີ​ໂຊກ​ລາບ ແຕ່​ເມື່ອຍ​ຫຼາຍ​ເຕີບ ຈະ​ມີ​ຄົນ​ນຳ​ໂຊກ​ລາບ​ມາ​ໃຫ້​ໃນ​ລັກ​ສ​ະ​ນະ​ມີ​ຂອງ​ແລກ​ປ່ຽນ​ກັນ.

ຖ້າ​ຕົກ​ລາ​ສີ​ທີ່ 12 ຄື​ນາ​ຄະ​ລາດ ທາຍ​ວ່າ ປີນີ້​ດີ​ປານ​ກາງ ຈະ​ໄດ້​ໂຊກ​ລາບ​ຈາກ​ບໍ​ລິ​ວານ ຫຼື​ຜູ້​ໃຫຍ່ ແຕ່​ໃຫ້​ລະ​ວັງຄຳ​ເວົ້າ ແລະອາ​ລົ​ມ​ຂອງ​ຕົນ​ເອງ ປີນີ້, ຈະ​ມີ​ເລື່ອງ​ເພາະ​ປາກ.

ທີ່​ມາ: ຕຳ​ລາ ມໍ​ລະ​ດົກ​ອີ​ສານ ໂດຍ ອຈ ສະ​ວິງ ບຸນ​ເຈີມ ປ​ທ 9

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,