ຂໍຂອບໃຈນຳຜູ້ສະໜັບສະໜູນ

        ຖ້າ​ຢາກ​ຮູ້​ວ່າ ປີນີ້​ເຮົາ​ຈະ​ມີ​ໂຊກ ຫຼື​ມີ​ເຄາະ ໃຫ້​ຕັ້ງ​ອາ​ຍຸ​ປັດ​ຈຸ​ບັນ​ລົງ(ໃຫ້​ຫຼຸດ​ລົງ​ອີກ 1 ປີ) ສົມ​ມຸດ​ວ່າ ຕອນນີ​ອາ​ຍຸ 29 ປີ ຫຼຸດ​ລົງ 1 ປີ ກໍ​ເທົ່າ​ກັບ 28 ປີ. ແລ້ວ​ເອົາ​ເລກ 9 ບວກ​ເຂົ້າໄປ ໄດ້​ທໍ່​ໃດ? ໃຫ້​ເອົາ 3 ຄູນ ເອົາ 7 ຫານ ໄດ້​ເສດ​ຫຍັງ? ໃຫ້​ທາຍ​ຕາມນັ້ນ ດັ່ງ​ນີ້:

  • ເສດ 1 ທາຍ​ວ່າ​ປີນີ້ ຈະ​ເສຍ​ຂອງ​ຮັກ​ຂອງ​ຫວງ​ໄປ ຈະ​ເປັນ​ຄະ​ດີ​ຄວາມ​ຍ້ອນ ເພາະ​ວ່າ​ສັດ 2 ຕີນ 4 ຕີນ ໃຫ້​ລະ​ວັງ​ເອົາ​ໄວ້.
  • ເສດ 2 ທາຍ​ວ່າ ຈະ​ມີ​ໂຊກ​ລາບ ເພາະ​ເພດ​ກົງ​ກັນ​ຂ້າມ​ນຳ​ເອົາ​ມາ​ໃຫ້.
  • ເສດ 3 ທາຍ​ວ່າ ໃຫ້​ລະ​ວັງ​ເລື່ອງ​ຂ້ຽວ​ງາ ແລະ​ສ້ຽນ​ໜາມ ຈະ​ເຮັດ​ໃຫ້​ເລືອດ​ຕົກ​ຢາງ​ອອກ ໃຫ້​ມີ​ສະ​ຕິ​ຢ່າ​ປະ​ໝາດ ແລ້ວ​ທຸ​ກ​ຢ່າງ​ຈະ​ດີ.
  • ເສດ 4 ທາຍ​ວ່າ ຈະ​ໄດ້​ເຂົ້າ​ຂອງ​ທີ່​ເພິ່ງ​ພໍ​ໃຈ.
  • ເສດ 5 ທາຍ​ວ່າ ຄູ​ອາ​ຈານ ຈະ​ໃຫ້​ວິ​ຊາ​ອາ​ຊີບ ແລະ​ປັນ​ຍາ​ວຸດ (ໃຫ້​ຄວາມ​ຮູ້).
  • ເສດ 6 ທາຍ​ວ່າ ຄ້າ​ຂາຍ​ສັດ 2 ຕີນ 4 ຕີນ ຈະ​ມີ​ໂຊກ​ລາບ.
  • ເສດ 7 ທາຍ​ວ່າ ໃຫ້​ລະ​ວັງ​ປາກ ແຕ່​ຈະ​ມີ​ໂຊກ​ລ​າບ​ກ່ຽວ​ກັບ​ບ່ອນ​ຢູ່​ອາ​ໄສ (ເລກ​ທີ່​ບ້ານ​ຈະ​ໃຫ້​ໂຊກ​ລາບ).

ທີ່​ມາ: ​ຕຳ​ລາ ມໍ​ລະ​ດົກ​ອີ​ສານ ໂດຍ ອ​ຈ ສະ​ວິງ ບຸນ​ເຈີມ ປ​ທ 9

Hits: 96

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້