ສະຫຼຸບຂ່າວ ໜັງສືພິມວຽງຈັນທາຍ ປະຈຳວັນທີ 17 ກຸມພາ 2021

ຕົວເລກອຸບັດຕິເຫດອັກຄີໄພໃນປີ 2020 ສູງເຖິງ 200 ກວ່າຄັ້ງ

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ປີ 2020 ຜ່ານມາ ທົ່ວປະເທດໄດ້ເກີດອັກຄີໄພທັງໝົດ 203 ຄັ້ງ ຖ້າທຽບໃສ່ປີ 2019 ແມ່ນຫຼຸດລົງ 24 ຄັ້ງ

ແຕ່ວ່າມູນຄ່າຂອງຄ່າສູງຫາຍ ຫຼາຍຂຶ້ນເຊິ່ງຍ້ອນວ່າ ການເກີດອັກຄີໄພເກີດໃນໂຮງງານ, ຕະຫຼາດ, ສາງເຄື່ອງ ແລະ ອື່ນໆ ເຊິ່ງສາເຫດຫຼັກໆກໍເປັນໄຟຟ້າລັດວົງຈອນ…ອ່ານຕໍ່

ໃຜທີ່ລັກລອບເຂົ້າປະເທດມາ ແລະ ບໍ່ແຈ້ງເຈົ້າໜ້າທີ່ ຕ້ອງໄດ້ເສຍຄ່າເສຍຫາຍຫຼາຍລ້ານ

ອີງຕາມແຈ້ງການເກົ່າ ທີ່ສາທາລະນະສຸກໄດ້ແຈ້ງໄປໄດ້ບອກວ່າ ສຳລັບຜູ້ທີ່ລັກລອບເຂົ້າມາແບບຜິດກົດໝາຍແມ່ນຈະໄດ້ ເສຍຄ່າກວດພະຍາດໂຄວິດ-19 ເອງ 1.200.000 ກີບ ແລະ ໃນການກັກໂຕ 14 ວັນກໍຕ້ອງຈ່າຍຄ່າກິນຢູ່ເອງອີກ 700.000 ກີບ…ອ່ານຕໍ່

ທຳລາຍສວນຝິ່ນ ທີ່ປະຊາຊົນ 42 ຄອບຄົວລັກປູກ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດ ແລະ ທຳລາຍສວນຝິ່ນຂອງປະຊາຊົນ ທີ່ລັກລອບປູກທັງໝົດ 4 ເຂດເຊິ່ງມີ ເຂດຫົວນໍ້າບາກ, ເຂດຫົວນໍ້າງາ, ເຂດນາຮ້ວງ ແລະເຂດບ້ານນາງາມ ເຊິ່ງທັງໝົດມີ 42 ຄອບຄົວ ແລະ ເນື້ອທີ່ລວມ 31.68 ເຮັກຕາ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...