ຂ່າວເດັ່ນ ສຳນັກຂ່າວມີເດຍລາວ ປະຈຳວັນທີ 16 ກຸມພາ 2021

ເຈົ້າໜ້າທີ່ກວດກາສິນຄ້າ ເມືອງພູວົງ ລົງທຳລາຍສິນຄ້າເຊື່ອມຄຸນນະພາບ ແລະ ໝົດອາຍຸ

ເຈົ້າໜ້າທີ່ໄດ້ລົງກວດກາ ຕາມຮ້ານຄ້າຂາຍຍ່ອຍ ຕາມຕະຫຼາດ 45 ຄັ້ງ, ສ້າງບົດບັນທຶກຕັກເຕືອນໄປ 12 ຄັ້ງ, ຍຶດສິນຄ້າໄດ້ 22 ລາຍການ, ສິນຄ້າສະບຽງອາຫານທີ່ໝົດອາຍຸ 10 ລາຍການ, ໝວດເຄື່ອງໃຊ້ 6 ລາຍການ ແລະ ສິນຄ້າາມນໍາເຂົ້າ 6 ລາຍການ

ທັງໝົດທີ່ກ່າວມານັ້ນ ເຈົ້າໜ້າທີາໄດ້ທຳການຍຶດ ແລະ ເອົາໄປ ຈູດທຳລາຍ ຍົກເວັ້ນສິນຄ້າທີ່ເປັນໄມ້ແມ່ນບໍ່ໄດ້ທຳງາຍ ລວມສິນຄ້າທີ່ຖືກທຳລາຍມູນຄ່ທັງໝົດ 39 ລ້ານກວ່າກີບ…ອ່ານຕໍ່

ງານວາງສະແດງສິນຄ້າ ແລະ ຕັ້ງກໍບຸນ ທີ່ຫໍຈາລຶກ 21 ມີນາ ເມືອງທ່າແຂກ

ງານດັ່ງກ່າວແມ່ນໄດ້ເລີ່ມໃນວັນທີ 15 ກຸມພາ 2021 ແລະ ຈະຈັດຈົນຮອດວັນທີ 19 ກຸມພາ 2021 ພາຍໃນງານມີການຕັ້ງກອງບຸນ 2 ກອງ ຢູ່ຫໍຈາລຶກ 21 ມີນາ

ແລະ ຍັງມີຮ້ານຄ້າທີ່ມາວາງຈຳໜ່າຍສິນຄ້າ 68 ຮ້ານ ໃນແຕ່ລະຄືນຂອງມື້ຈັດງານ ຈະມີການສະແດງສີລະປະ ທີ່ມາຈາກສູນກາງ ຊຶ່ງໃນຕອນເຊົ້າວັນທີ 19 ກຸມພາ ຈະມີການໃສ່ບາດຖວາຍສັງຄະທານ…ອ່ານຕໍ່

ພິທີເປີດການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຜ່ານບ້ານຜັກຂະຍ່າເມືອງອາດສະພອນແຂວງສະຫວັນນະເຂດ

ເສັ້ນທາງດັ່ງກ່າວແມ່ນເສັ້ນທາງຫຼວງຂອງເມືອງເດີມເປັນທາງປູດ້ວຍດິນແດງຜ່ານໃຈກາງຂອງບ້ານ ເພື່ອຫຼຸດຜ່ອນທາງດ້ານມູນລະພິດທາງອາກາດ ແກ້ໄຂຄວາມຫຍຸ້ງຍາກໃນການນຳໃຊ້ເສັ້ນທາງໃນແຕ່ລະປີ

ສຳລັບການກໍ່ເສັ້ນທາງໃນຄັ້ງແມ່ນໄດ້ກຳນົດເອົາໃນຄວາມຍາວ 630 ແມັດ, ກ້ວາງ 5 ແມັດ, ໜາ 15-18 ຊັງຕີແມັດ, ສາມາດຮັບນຳ້ໜັກໄດ້ 12 ໂຕນ, ຄາດໃຫ້ສຳເລັດກ່ອນລະດູຝົນ…ອ່ານຕໍ່

ບໍລິສັດ ເບຍລາວ ສະໜັບສະໜູນທຶນ 200 ລ້ານ ຕ້ານໂຄວິດ-19 ທີ່ແຂວງຈຳປາສັກ

ບໍລິສັດ ເບຍລາວໄດ້ຈັດຕັ້ງປະຕິບັດວຽງງານຊ່ວຍເຫຼືອ ແລະ ພັດທະນາເສດຖະກິດມາຫຼາຍຄັ້ງ ບໍ່ວ່າຈະເແນການຊ່ວຍເຫຼືອໄພນໍ້າຖ້ວມ, ຊຸກຍູ້ການປະບຸມຂອງພັກ ແລະ ພັດທະນາຊຸມຊົນ

ເຊິ່ງຄັ້ງນີ້ກໍ່ໄດ້ຊຸກຍູ້ວຽກງານປ້ອງກັນພະຍາດໂຄວິດ-19 ຈຳນວນ 200 ລ້ານກີບໃຫ້ກັບແຂວງຈຳປາສັກ…ອ່ານຕໍ່

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຈານດາວທຽມ ແລະ ຝຶກອົບຮົມເຕັກນິກການຖະແຫຼງຂ່າວ

ເພື່ອສ້າງຄວາມສາມາດ ໃຫ້ແກ່ພະນັກງານວິຊາການຖະແຫຼງຂ່າວໃນການຄຸ້ມຄອງຫົວໜ່ວຍທຸລະກິດ, ການນໍາເຂົ້າ, ການຈໍາໜ່າຍ ແລະ ບໍລິການອຸປະກອນຮັບສັນຍານວິທະຍຸ-ໂທລະພາບຜ່ານດາວທຽມຢູ່ໃນ ສປປ ລາວ ໃຫ້ເປັນລະບົບ

ໄດ້ຕົກລົງເຫັນດີເຜີຍແຜ່ກ່ຽວກັບການຄຸ້ມຄອງອຸປະກອນເຄື່ອງຮັບສັນຍານດາວທຽມ DTH, ຜ່ານລະບຽບຫຼັກການຕ່າງໆ, ອົບຮົມດ້ານເຕັກນິກລະບົບໂທລະໂຄ່ງ, ລົງປະຕິບັດຕົວຈິງຕິດຕັ້ງ ແລະ ການນໍາໃຊ້ອຸປະກອນເຄື່ອງຮັບສັນຍານຜ່ານດາວທຽມ ແລະ ການຕິດຕັ້ງໂທລະໂຄ່ງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...