Sunday, May 18, 2025
Kbank Laos โอน รับ จ่าย

ສະຫຼຸບຂ່າວ ໜັງສືພິມວຽງຈັນທາຍ ປະຈຳວັນທີ 16 ກຸມພາ 2021

ເຢຍລະມັນມອບທຶນ 20 ລ້ານເອີໂຣ ສະໜັບສະໜູນການຄຸ້ມຄອງ ແລະ ການຄ້າໄມ້ໃນລາວ

ກະຊວງກະຊິກຳ ແລະ ປ່າໄມ້ ພ້ອມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ກັບບໍລິສັດທີ່ປຶກສາ ໄດ້ຕົກລົງນໍາໃຊ້ລະບົບ ຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບ ອຸດສາຫະກຳປຸງແຕ່ງໄມ້ຂອງ ສປປ ລາວ

ໂດຍໄດ້ຮັບການສະໜັບສະໜູນຈາກ ເຢຍລະມັນ 20 ລ້ານເອີໂຣ ແລະ ລັດຖະບານລາວ ສົມທົບທຶນຕື່ມອີກ 4 ລ້ານເອີໂຣ…ອ່ານຕໍ່

ລາຄາສິນຄ້າໃນຕະຫຼາດ ຍັງສືບຕໍ່ເພີ່ມຂຶ້ນ

ປັດຈຸບັນຄວາມຫຍຸ້ງຍາກທາງດ້ານການເງິນຍັງມີຄວາມຫຍຸ້ງຍາກຫຼາຍ ລາຍໄດ້ກໍ່ບໍ່ເພີ່ມຂຶ້ນ ແຕ່ສິນຄ້າໃນຕະຫຼາດຍັງສືບຕໍ່ເພີ່ມຂຶ້ນເລື້ອຍໆ

ປັດຈຸບັດເຖິງລັດຈະຕັ້ງລາຄາໄວ້ ແຕ່ກໍ່ບໍ່ສາມາດຄວບຄຸມໄດ້ໝົດ ເຊັ່ນລາຄາຊີ້ນໝູ ທີ່ຕັ້ງໄວ້ບໍາໃຫ້ເກີນ 45.000 ກີບ ຕໍ່ບາງບ່ອນກໍ່ມີລາຄາສູງຮອດ 50.000-60.000 ກີບ…ອ່ານຕໍ່

ພະແນກຖະແຫຼງຂ່າວ ໄດ້ຮັບອຸປະກອນສື່ມວນຊົນ ມູນຄ່າ 61 ກວ່າລ້ານກີບ

ພະແນກພະລັງງານ ແລະ ບໍ່ແຮ່ ແຂງງໄຊສົມບູນ ໄດ້ມອບອຸປະກອນເພື່ອຮັບໃຊ້ໃນວຽກງານສື່ມວນຊົນ ໂດຍສະເພາະການໃຊ້ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ-ລັດໃຫ້ກັບປະຊາຊົນ

ເຄື່ອງທີ່ມອບໃນຄັ້ງນີ້ມີ: ໂທລະໂຄ່ງ 6 ຊຸດ, ຄອມຕັ້ງໂຕະ 1 ໜ່ວຍ ແລະ ປິ່ຣນເຕີ 1 ໜ່ວຍ ມູນຄ່າລວມ 61 ກວ່າລ້ານກີບ ມອບໃຫ້ກັບ 5 ເມືອງ ໃນທົ່ງແຂວງ…ອ່ານຕໍ່

ດອນໂຂງ ເປີດນຳໃຊ້ເສັ້ນທາງຄອນກີດ ຄວາມຍາວ 43.5 ກິໂລແມັດ

ເສັ້ນທາງທີ່ເມືອງໂຂງ ແຂວງຈຳປາສັກ ໄດ້ເລີ່ມກໍ່ສ້າງມາຕັ້ງແຕ່ 6 ຕຸລາ 2018 ກໍ່ສ້າງໂດຍບໍລິສັດຮ່ວມພັດທະນາສີທັນດອນ ໃຊ້ເວລາທັງໝົດ 2 ປີ 4 ເດືອນ ຈົນສຳເລັດ ແລະ ໄດ້ມີການເປີດນຳໃຊ້ເສັ້ນທາງອ້ອມດອນໂຂງ ທີ່ມີຄວາມຍາວ 43.5 ກິໂລແມັດ ຢ່າງເປັນທາງການ ແລະ ພາຍຫຼັງສຳເລັດ ກໍ່ໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການພັດທະເຂດເສດຖະກິດໃໝ່ສີທັນດອນ 12 ລ້ານໂດລາສະຫະລັດ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້