ສະພາບອາກາດ ໃນໄລຍະວັນທີ 01 ຫາ 07 ມີນາ 2021

ໃນໄລຍະວັນທີ 01 – 04 ມີນາ 2021 ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອີກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ

ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມືລົມພັດແຮງເປັນບາງໂອກາດຢຸ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ສ່ວນພາກໃຕ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຮ້ອນ

ຈາກນັ້ນໃນໄລຍະວັນທີ 05 ຫາ 07 ມີນາ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ

ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້:

ພາກສາເໜືອດ້ານຕາເວັນອອກ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ທງຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົ້ມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ (ອຸນຫະພູມຕໍ່າສຸດ 11-13 ອົງສາ ແລະ ສູງສຸດ 28 – 30 ອົງສາ)

ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງນ້ໍາທາ, ຫຼວງພະບາງ ແລະ ໄຊຍະບູລີ, ສ່ວນໃນຕອນບ່າຍອາກາດຈະຮ້ອນຂຶ້ນ (ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 32-34 ອົງສາ)

ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໜອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ ສ່ວນຕອນບ່າຍອາກາດຮ້ອນ (ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 32 – 34 ອົງສາ)

ສະເພາະແຂວງໄຊສົມບູນ: ອາກາດຫນາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງບາງບໍລິເວນ (ອຸນຫະພູມຕໍ່າສຸດ ໐ 2 ອົງສາ ແລະ ສູງສຸດ 27 – 24 ອົງສາ)

ພາກໃຕ້: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຮ້ອນໃນຕອນບ່າຍ (ອຸນຫະພູມຕ່ຳສຸດ 22-23 ອົງສາ ແລະ ສູງສຸດ 32-34 ອົງສາ)

ສະເພາະເຂດພູພຽງບໍລະເວນ: ອາກາດຫນາວເຢັນ ພ້ອທມີໜອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກຕ່ອຍພ້ອມມີລົມພັດແຮງບາງບໍລິເວນ (ອຸນຫະພູມຕ່ຳສຸດ 9-11 ອົງສາ ແລະ ສູງສຸດ 23-25 ອົງສາ)

ນະຄອນຫຼວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ ຈະມີຝົນຕົກລະດັບຄ່ອຍພ້ອມມີລົມດແຮງຢູ່ບາງບໍລິເວນ (ອຸນຫະພູມຕໍ່າສຸດ 10 – 21 ອົງສາ ແລະ ສູງສຸດ 31-33 ອົງສາ)

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...