ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ ⠚ 1 ມີນາ 2021 ⠓ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງຄຳມ່ວນ ລົງເຄື່ອນໄຫວຕິດຕາມ ແລະ ກວດກາ ຕະຫຼາດ

ເຈົ້າແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ສະພາບການບໍລິການ, ການຄຸ້ມຄອງ ຈັດສັນຕະຫຼາດຢູ່ພາຍໃນເທສະບານແຂວງຄຳມ່ວນ ເປັນຕົ້ນແມ່ນຕະຫຼາດສຸກສົມບູນ ຫຼັກ 3 ແລະ ຕະຫຼາດຫຼັກ 2

ເຊິ່ງໄດ້ຕິດຕາມກວດກາບັນຍາກາດການຊື້-ຂາຍ ຂອງບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານສິນຄ້າເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ແລະ ສະຖານທີ່ບໍລິການຫ້ອງນໍ້າ, ບ່ອນຈອດລົດ, ສະຖານທີ່ເກັບມ້ຽນ ຂີ້ເຫຍື້ອຂອງຕະຫຼາດ ລວມເຖິງ ບັນຫາອື່ນໆທີ່ກ່ຽວຂ້ອງກັບການບໍລິການ, ຄຸ້ມຄອງພາຍໃນຕະຫຼາດ…ອ່ານຕໍ່

ເມືອງປາກຊ່ອງແຂວງຈຳປາສັກ ມອບອາຄານຮຽນຫຼັງໃໝ່ໃຫ້ແກ່ໂຮງຮຽນປະຖົມບ້ານແດນສະຫວ່າງກຸ່ມ5



ເຊິ່ງແມ່ນອາຄານຊັ້ນດຽວຍາວ 21ແມັດ, ກວ້າງ 8 ແມັດ, ມຸງດ້ວຍກະເບື້ອງ, ກໍ່ດ້ວຍເບຕົງເສີມເຫັຼກ ມີ 2 ຫ້ອງຮຽນ, 1 ຫ້ອງການ ພອ້ມດວ້ຍອຸປະກອນການຮຽນ-ການສອນຄົບຊຸດ ລວມມູນຄາ່ການກໍ່ສາ້ງທັງໝົດປະມານ 215.250.000 ກີບ

ໂດຍແມ່ນທຶນຊວ່ຍເຫຼືອຂອງສະຫະກອນຜູ້ຜະລິດກາແຟເຂດພູພຽງບໍລະເວນ ເພື່ອເປັນການສົ່ງເສີ່ມແລະມີສ່ວນຮ່ວມໃນການພັດທະນາຊັບພະຍາກອນມະນຸດ,ເຮັດໃຫ້ການຮຽນ-ການສອນໄດ້ຮັບການພັດທະນາຕາມແຜນຍຸດທະສາດການສຶກສາທີ່ພັກ-ລັດຖະບານວາງອອກ…ອ່ານຕໍ່

ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021



ໄລຍະປີ 2020 ຜ່ານມາ ການປະຕິບັດເກັບລາຍຮັບຕາມແຜນດັດແກ້ 6 ເດືອນຕົ້ນປີ ປະຕິບັດໄດ້ລື່ນຄາດໝາຍ 16,16% ເປັນເງິນຈຳນວຍ 28,19 ຕື້ກວ່າກີບ, ຂຶ້ນທະບຽນວິສາຫະກິດ ປະຕິບັດໄດ້ 2.266 ຫົວໜ່ວຍ, ຍັງຄ້າງບໍ່ທັນຕໍ່ທະບຽນມີເຖິງ 1.594 ຫົວໜ່ວຍ

ແຜນການເກັບລາຍຮັບສ່ວຍສາອາກອນ ໃນປີ 2021 ຕາມການແຈ້ງແຜນຂອງກົມມີຈໍານວນ 220 ຕື້ກີບ, ທ່ານເຈົ້າແຂວງໄຊຍະບູລີໃຫ້ສູ້ຊົນຕື່ມ 5,5 ຕື້ກີບ, ພະແນກການເງິນມອບໃຫ້ອາກອນສູ້ຊົນ 5 ຕື້ກີບ, ຊັບສິນສູ້ຊົນຕື່ມ 500 ລ້ານກີບ, ທຽບໃສ່ແຜນດັດແກ້ເພີ່ມຂຶ້ນ 29,31%…ອ່ານຕໍ່

ວາງສີລາລຶກ ໂຄງການກໍ່ສ້າງໂຮງໝໍ ແຂວງໄຊສົມບູນ



ສຳລັບໂຄງການກໍ່ສ້າງໂຮງໝໍ ແຂວງໄຊສົມບູນ ເປັນໂຄງການໜຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກປະເທດ ສ.ສ ຫວຽດນາມ ລວມມູນຄ່າການກໍ່ສ້າງທັງໝົດຈຳນວນ 159 ຕື້ດົງ ແລະ ທຶນສົມທົບ ຂອງລັດຖະບານລາວ 2% ໂດຍແມ່ນບໍລິສັດ ໂກເອກໂກ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ

ປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຈະໄດ້ຮັບການບໍລິການປິ່ນປົວ, ດູແລ ແລະ ຮັກສາສຸຂະພາບເປັນຢ່າງດີ ຈາກການບໍລິການຂອງແພດໝໍ…ອ່ານຕໍ່

ອົງການກາແດງລາວ ໄດ້ລົງຊ່ວຍເຫລືອປະຊາຊົນ 6 ບ້ານ ແຂວງ ສາລະວັນ


ເຄື່ອງຊ່ວຍເຫລືອດັ່ງກ່າວ ປະກອບ ມີ: ຖ້ວຍ, ຈານ, ບ່ວງ, ສ້ອມ, ຈອກ, ໝໍ້ແກງ ແລະ ອື່ນໆ ລວມມູນຄ່າ 128 ລ້ານກວ່າກີບ, ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງ ສ.ເກົາຫລີ ໃຫ້ກຽດມອບໂດຍ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ແລະ ກ່າວຮັບ ໂດຍ ຮອງເຈົ້າເມືອງທັງສອງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ

ເຊິ່ງແຂວງ ສາລະວັນ ເປັນແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີ 2020 ທີ່ຜ່ານມາ ເຊິ່ງມີ 574 ຄອບຄົວ, 3.485 ຄົນ, ຍິງ 1.781 ຄົນ…ອ່ານຕໍ່

ແຜນຈັດເກັບລາຍຮັບສົກປີ 2021 ຂອງກອງຄຸ້ມຄອງພາສີ III



ໃນສົກປີ 2021 ນີ້ ກອງຄຸ້ມຄອງພາສີ III ມີແຜນຈັດເກັບລາຍຮັບໃຫ້ໄດ້ 850 ຕື້ກີບ ໃນນັ້ນແຂວງໄຊຍະບູລີ ໃຫ້ໄດ້ 840 ຕື້ກີບ, ແຂວງຫຼວງພະບາງ 10 ຕື້ກີບ, ລາຍຮັບຫຼັກທີ່ເປັນຕົ້ນຕໍ ແມ່ນນໍ້າມັນເຊື້ອໄຟ 427 ຕື້ກວ່າກີບ, ເຄື່ອງອຸປະໂພກ-ບໍລິໂພກ 20 ຕື້ກີບ, ຄ່າປັບໃໝ 1 ຕື້ກີບ, ນໍ້າມັນເຄື່ອງ 2 ຕື້ກີບ, ນໍ້າມັນກາສ 1 ຕື້ ກວ່າກີບ, ເຄື່ອງອາໄຫຼ່ 3 ຕື້ກວ່າກີບ ແລະ ເຄື່ອງຮັບໃຊ້ອື່ນໆອີກຈໍານວນໜຶ່ງ…ອ່ານຕໍ່


More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...