Tuesday, June 16, 2026
Kbank Laos โอน รับ จ่าย
-->

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 5 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ບໍລິສັດລາວໂຕໂຢຕ້າ ມອບ 10ລ້ານ ໃຫ້ໂຮງຮຽນປະຖົມບ້ານຫຼັກ 38 ແຂວງຈຳປາສັກ



ບໍລິສັດລາວໂຕໂຍຕ້າ ພາກໃຕ້ໄດ້ນຳເອົາອຸປະກອນປະກອບມີໂຕະ,ຕັ່ງຈຳນວນ 21 ຊຸດ,ໂຕະຄູຈຳນວນ 1 ໜ່ວຍ ແລະ ກະດານດຳ 1  ແຜ່ນລວມມູນຄ່າ 10 ລ້ານກີບ ມາມອບໃຫ້ແກ່ໂຮງຮຽນປະຖົມບ້ານຫຼັກ 38 ເມືອງປາກຊ່ອງ ແຂວງຈໍາປາສັກ

ການຊ່ວຍເຫຼືອຄັ້ງນີ້ ກໍ່ເພື່ອເປັນການຊຸກຍູ້ວຽກງານການສຶກສາພາຍໃນໂຮງຮຽນບ້ານຫຼັກ 38 ເມືອງປາກຊ່ອງໃຫ້ດີຂື້ນ ແລະມີຄວາມສະດວກສະບາຍ ໃນການຮຽນການສອນຫຼາຍກວ່າເກົ່າ…ອ່ານຕໍ່

ຄະນະທີມງານອີຢູ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຮ່ວມກັບປະຊາຊົນ ເມືອງນານ


ຄະນະທີມງານອີຢູ ແລະ ອົງການຊ່ວຍເຫຼືອເດັກປະຈໍາລາວ ໄດ້ລົງຢ້ຽມຢາມບ້ານໂຄງການທີ່ ອີຢູ ປະຈຳລາວໃຫ້ການສະໜັບສະໜູນ ໂດຍສະເພາະແມ່ນວຽກງານສົ່ງເສີມການປ່ຽນແປງ ດ້ານພຶດຕິກໍາໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ທີ່ສຸກສາລາ ເມືອງນານ ແຂວງຫຼວງພະບາງ

ຈາກນັ້ນ, ໄດ້ລົງຕິດຕາມບັນດາກິດຈະກໍາທີ່ໄດ້ປະຕິບັດຢູ່ບ້ານເປົ້າໝາຍ, ຢ້ຽມຢາມສຸກສາລາ, ແລກປ່ຽນບົດຮຽນຮ່ວມກັບ ຄະນະໂພຊະນາການຂັ້ນແຂວງ ດ້ານວຽກງານປັບປຸງ ແລະ ຄຸ້ມຄອງວຽກໂພສະນາການ ພ້ອມກັນຟັງສະຫຼຸບລາຍງານທີ່ຜ່ານມາ…ອ່ານຕໍ່

ກອງປະຊຸມວຽກງານການປ້ອງກັນຄວາມປອດໄພ ໂຄງການກໍ່ສ້າງເສັ້ນທາງລາວ – ຈີນ ກໍານົດທິດທາງແຜນການປະຈໍາປີ 2021



ກໍ່ສ້າງຮາກຖານການເມືອງ ເນັ້ນໃຫ້ປະຊາຊົນທີ່ຢູ່ລຽບຕາມເສັ້ນທາງລົດໄຟ ສົມທົບກັບອໍານາດການປົກຄອງບ້ານ ແລະ ເມືອງ ເຮັດວຽກງານສຶກສາອົບຮົມການເມືອງ ນໍາພາແນວຄິດໃຫ້ປະຊາຊົນບັນດາເຜົ່າຮູ້ເປັນເຈົ້າການໃນການປົກປ້ອງປະເທດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ

ມີການມອບພາຫະນະປະເພດລົດໃຫ້ບັນດາກົມກອງກໍາລັງທ້ອງຖິ່ນ ຈໍານວນ 5 ຄັນເພື່ອເຄື່ອນໄຫວເຮັດໜ້າທີ່ປ້ອງກັນຄວາມປອດໄພ ໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນໃຫ້ມີຄວາມສະດວກວອງໄວຂື້ນຕື່ມອີກ…ອ່ານຕໍ່

ສຳເລັດການປົວແປງທາງ 6.000 ກວ່າແມັດ ເມືອງອາດສະພອນ ແຂວງສະຫວັນນະເຂດ



ໃນການປົວແປງເສັ້ນທາງແຕ່ ບ້ານນາແຄ ເຂົ້າຫາ ບ້ານ ໂນນຍາງ ໂດຍຄວາມຍາວຂອງເສັ້ນທາງ 6.000ກວ່າແມັດ, ກວ້າງ 4 ແມັດ ປູດ້ວຍດິນແດງ, ເຊິ່ງໃນນັ້ນ ມີທຶນກໍ່ສ້າງເສັ້ນທາງຈາກທຶນສົມທົບເຮັດບຸນຜ່າປ່າສາມັກຄີຂອງປະຊາຊົນຊາວ ບ້ານ ໂນນຍາງ ມີຈຳນວນເງິນທັງໝົດ 140 ລ້ານກີບ

ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ອາດສະພອນ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນໂຮງຮຽນ ມຕ ໂນນຍາງ ຈຳນວນ 100 ກວ່າຄົນ…ອ່ານຕໍ່

ການນຳເມືອງອາດສະພອນ ລົງກວດກາໂຄງການປັບປຸງເສັ້ນທາງຊົນນະບົດຈຸດ 01



ເຊິ່ງໃນເສັ້ນທາງດັ່ງກ່າວມີໄລຍະທາງປະມານ 6,7 ກິໂລແມັດ, ໜ້າວຽກທີ່ເຮັດແມ່ນບຸກເບີກປ່າສອງຂ້າງທາງ, ຄິດໄລ່ເປັນບໍລິມາດ 1.600 ຕາແມັດ, ປັບເກດ ແລະ ຕົບແຕ່ງໜ້າທາງກວ້າງ 5 ແມັດ, ລວງຍາວ 5 ກິໂລແມັດ, ຄິດເປັນມູນຄ່າ 179 ລ້ານກວ່າກີບ

ໂດຍໄດ້ຮັບທຶນຂອງໂຄງການ ທລຍ ປະຈຳເມືອງອາດສະພອນ ແຂວງສະຫວັນນະເຂດ ເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນມີຄວາມສະດວກສະບາຍຂຶ້ນກວ່າເກົ່າ…ອ່ານຕໍ່

ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນ 3 ຈຸດສຸມເພື່ອສ້າງໃຫ້ແຂວງຫຼຸດພົ້ນຄວາມທຸກຍາກ



ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ມີຄຳເຫັນຕໍ່ກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ 3 ຈຸດສຸມ ປະສານສົມທົບກັບການນຳ ແຂວງໄຊສົມບູນ ສືບຕໍ່ນຳພາ-ຊີ້ນຳ ວຽກງານນີ້ຢ່າງເລິກເຊິ່ງ ແລະ ແທດເຖິງ, ຕັ້ງໜ້າປຸກລະດົມຂົນຂວາຍ-ສຶກສາອົບຮົມປະຊາຊົນ, ທັງປະກອບສ່ວນປົກປັກຮັກສາ ແລະ ສ້າງສາບ້ານຊ່ອງຂອງຕົນ

ໂດຍສອດຫ້ອຍກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສະຖຽນລະພາບ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ທັງໝົດນັ້ນ ກໍເພື່ອສຸມໃສ່ສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ມັ່ງຄັ່ງເຂັ້ມແຂງ ແລະ ຫຼຸດພົ້ນ ອອກຈາກຄວາມທຸກຍາກ…ອ່ານຕໍ່

ຫ້ອງການສະຫະພັນແມ່ຍິງເມືອງ ວິລະບູລີ ມອບເງິນກອງທຶນເພື່ອສະໜັບສະໜູນກິດຈະກໍາ ໃຫ້ແມ່ຍິງໃນການປົກປັກຮັກສາສິ່ງແວດລ້ອມ



ຫ້ອງການສະຫະພັນແມ່ຍິງເມືອງ ວິລະບູລີ ໄດ້ລົງມອບເງິນກອງທຶນເພື່ອສະໜັບສະໜູນກິດຈະກໍາ ກູ່ມເງິນທ້ອນເພື່ອການປ່ຽນແປງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ບ້ານ ນາຫອຍ ທີ່ຂຶ້ນກັບກຸ່ມບ້ານທີ່ 11 ເມືອງ ວິລະບູລີ ແຂວງສະຫວັນນະເຂດ

ສໍາລັບເງິນທີ່ນໍາມາມອບໃຫ້ກຸ່ມໃນຄັ້ງນີ້ແມ່ນມີທັງໝົດ ສອງລ້ານ ຫ້າແສນກີບ ເພື່ອນໍາໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ, ເຊັ່ນວ່າການປຸກຝັງ, ລ້ຽງສັດ ທີ່ປອດສານພິດຈາກການນໍາໃຊ້ສານເຄມີ, ການຕໍ່າຫູກທໍໄໝທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ສ້າງລາຍໄດ້ໃຫ້ແກ່ຄອບຄົວ…ອ່ານຕໍ່



More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ