5 ວິທີງ່າຍໆໃນການກວດສອບຂ່າວປອມ

ໄຂຂຶ້ນຢ່າງເປັນທາງການແລ້ວ! ສຳລັບງານແລກປ່ຽນທັກສະຄວາມຮູ້ດ້ານສື່ສຳລັບຊາວໜຸ່ມ

ໂດຍພາຍໃນງານ ໄດ້ລວມບຸກຄົນທີ່ມີປະສົບການຫຼາກຫຼາຍ, ທີ່ຈະມາບອກເຖິງເຄັດລັບ, ຄວາມຮູ້ ແລະ ເທັກນິກຕ່າງໆ ໃນການເຮັດວຽກດ້ານສື່

ໃນນັ້ນ, ມີ “ທ່ານ ເຈດສະດາ ແສນອຸດົມໂຊກ” ທີີ່ປຶກສາ ເວັບໄຊ ອິນໄຊລາວ ໄດ້ມາບັນຍາຍໃນຫົວຂໍ້ “5 ວິທີງ່າຍໆ ໃນການກວດສອບຂ່າວປອມ”



ເຊິ່ງເພິ່ນໄດ້ແນະນຳໃຫ້ເຮົາຜູ້ທີ່ເສບຂ່າວ ຄວນສັງເກດ 5 ຢ່າງງ່າຍໆກ່ອນແຊຣຂ່າວເຊັ່ນ: ຕັ້ງຄຳຖາມ ວ່າຂ່າວນັ້ນເປັນຂ່າວແທ້ ຫຼື ຂ່າວປອມ, ຊອກຫາຕົ້ນຕໍຂອງຂ່າວນັ້ນໆ ວ່າມາແຕ່ໃສ, ລໍຖ້າເບິ່ງກະແສຂອງຂ່າວ ເພາະວ່າສິ່ງທີ່ເຮົາແຊຣໄປອາດເປັນຂ່າວປອມ ມັນຈະເຮັດໃຫ້ເປັນຄົນທີ່ບໍ່ໜ້າເຊື່ອຖືໄດ້, ການຫາແຫຼ່ງຂ່າວທີ່ເຊື່ອຖືໄດ້ ເພາະບາງຄັ້ງຄົນຂຽນຂ່າວກໍ່ມີຈຸດປະສົງແຕກຕ່າງກັນ ຫວັງໃນສິ່ງທີ່ອາດຈະດີ ຫຼື ບໍ່ດີກໍໄດ້, ເລືອກໃຊ້ເຄື່ອງມື ເຊັ່ນ Google, Facebook ເພາະຂໍ້ມູນສ່ວນຫຼາຍມາຈາກສື່ອອນລາຍເຫລົ່ານີ້

ສຳລັບງານແມ່ນຈັດ ທີ່ ສູນກາງຊາວໜຸ່ມປະຕິວັດລາວ ບ້ານໂພນທັນ ວັນທີ 13-14 ມີນາ 2021 ບຸກຄົນໃດທີ່ສົນໃຈເຂົ້າຮ່ວມ ສາມາດສະໝັກ ແລະ ເຂົ້າຮ່ວມໄດ້ຟຣີ!

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.