ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 22 ມີນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ວາງສິລາລຶກໂຄງການກໍ່ສ້າງອາຄານຮຽນ ທີ່ໄດ້ທຶນຊ່ວຍເຫຼືອຈາກບໍລິສັດຮ່ວມພັດທະນາສີທັນດອນ

ເມືອງໂຂງ ແຂວງຈຳປາສັກ ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນບ້ານ ຂີ້ນາກ ຊຶ່ງເປັນທຶນຊ່ວຍເຫຼືອຫຼ້າຈາກບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ຈຳນວນ 1 ຫຼັງ, ສະໂມສອນ 1 ຫຼັງ ແລະ ຫ້ອງນ້ຳ

ມີຂະໜາດ 9×56 ແມັດ, ມີ 7 ຫ້ອງຮຽນ, ສະໂມສອນ 1 ຫຼັງ, ມີຂະໜາດ 15×30 ແມັດ ແລະ ອາຄານຫ້ອງນ້ຳ 1 ຫຼັງ, ມີຂະໜາດ 4,5×5,5 ແມັດ ລວມມູນຄ່າ 100.000 ໂດລາສະຫະລັດ…ອ່ານຕໍ່

ນະຄອນ ໄກສອນ ພົມວິຫານ ແບ່ງເຂດຄວາມຮັບຜິດຊອບອະນາໄມ ພາຍໃນເທສະບານນະຄອນ

ໂດຍການເປັນປະທານ ຂອງທ່ານ ກຸນາ ເຫຼື່ອມເທພາ ຮອງເລຂາພັກນະຄອນ ໃນການຈັດແບ່ງຂອບເຂດຄວາມຮັບຜິດຊອບໃນການສ້າງຂະບວນການອະນາໄມລວມພາຍໃນເທສະບານນະຄອນ

ເຊິ່ງແຕ່ລະຈຸດແມ່ນມອບໃຫ້ຄະນະພັກຊີ້ນຳແຕ່ລະກຸ່ມບ້ານໃຫ້ສົມທົບນາຍບ້ານແຕ່ລະບ້ານແລະແຕ່ໂຮງຮຽນວິທະຍາໄລສະຖາບັນຕ່າງໆແລະພໍ່ແມ່ປະຊາຊົນພາຍໃນເທສະບານນະຄອນ ໄກສອນ ພົມວິຫານ ໃຫ້ເປັນເຈົ້າການອະນາໄມຕາມແຕ່ລະຈຸດເສັ້ນທາງທີ່ໄດ້ກຳນົດໄວ້ໃຫ້…ອ່ານຕໍ່

ເມືອງຫົງສາ ຖືກຮັບຮອງເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ



ເມືອງຫົງສາປະກອບມີ 32 ບ້ານ, ມີ 6.129 ຄອບຄົວ, ມີພົນລະເມືອງ 30.672 ຄົນ (ຍິງ 15.110 ຄົນ) ມີ 8 ເຜົ່າຢູ່ຮ່ວມກັນຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າໄປຣ່, ເຜົ່າມົ້ງ, ເຜົ່າລື້, ເຜົ່າອິວມຽນ, ເຜົ່າໄທດຳ ແລະ ເຜົ່າຍວນ, ຖືກຮັບຮອງເປັນຄອບຄົວສາມັກຄີປອງດອງແລ້ວ ຈຳນວນ 5.670 ຄອບຄົວ, ກວມເອົາ 96,10%, ຈຳນວນບ້ານທີ່ປະກາດຮັບຮອງເປັນບ້ານສາມັກຄີປອງດອງແລ້ວ 30 ບ້ານ ກວມເອົາ 93,75%

ເຊິ່ງສະແດງອອກຄື ທົ່ວເມືອງຫົງສາ ສາມາດສ້າງລາຍຮັບໄດ້ທັງໝົດ 644,32 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໜຶ່ງໄດ້ 21,96 ລ້ານກີບຕໍ່ຄົນຕໍ່ປີ, ປະຈຸບັນມີຄອບຄົວທຸກຍາກ 77 ຄອບຄົວ, ມີບ້ານທຸກຍາກ 1 ບ້ານ, ມີບ້ານພັດທະນາ 23 ບ້ານ…ອ່ານຕໍ່

ເມືອງລະມາມ ໄດ້ປະກາດ ໂຮງຮຽນປະສົມສົມບູນ ແລະ ໂຮງຮຽນມັດທະຍົມສຶກສາມິດຕະພາບລາວ-ຫວຽດນາມ ເປັນໂຮງຮຽນປອດຢາເສບຕິດ

ໂຮງຮຽນປະຖົມ ແລະ ມັດທະຍົມລາວ-ຫວຽດ ,ຄູທັງໝົດ 27ຄົນ (ຍິງ 19 ຄົນ) ມີນັກຮຽນທັງໝົດໃນຕົ້ນປີ 530 ຄົນ (ຍິງ 262 ຄົນ) ເຊິ່ງໃນໄລຍະຜ່ານມາທາງໂຮງຮຽນໄດ້ເຄື່ອນໄຫວຕ້ານ ແລະ ສະກັດກັ້ນຢາເສບຕິດຕ່າງໆ

ໂດຍການສຶກສາອົບຮົມດ້ານແນວຄິດການເມືອງ ໃຫ້ແກ່ກຸ່ມເສບ, ກຸ່ມສ່ຽງຢ່າງເປັນປົກກະຕິ, ການເຜີຍແຜ່ໂທດ ແລະຜົນຮ້າຍຂອງຢາເສບຕິດ ແລະ ຍັງສ້າງແຜນຈັດການແຂ່ງຂັນກິລາ- ສີລະປະອື່ນໆ ພາຍໃນໂຮງຮຽນເປັນປະຈໍາທຸກໆອາທິດ, ຄຽງຄູ່ກັບການຮຽນ-ການສອນ…ອ່ານຕໍ່

ນະຄອນໄກສອນ ພົມວິຫານສ້າງຂະບວນການອະນາໄມ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນໆຂອງຊາດ

ເພື່ອເຮັດໃຫ້ເທດສະບານນະຄອນໄກສອນ ພົມວິຫານເປັນນະຄອນສີຂຽວ ທຸກໆພາກສ່ວນພາຍໃນນະຄອນ ໄດ້ພ້ອມກັນອອກແຮງງານອະນາໄມລວມຕາມສະຖານທີ່ສຳຄັນຕ່າງໆຕາມຖະໜົນ ນໍາພາຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ

ຊຶ່ງແມ່ນເປັນຂະບວນການອັນໃຫຍ່ຂອງນະຄອນໂດຍໄດ້ມອບແບ່ງແຕ່ລະຈຸດ,ແຕ່ລະກຸ່ມບ້ານທົ່ວນະຄອນແລະພະແນກການ,ກົມກອງ,ວິທະຍາໄລແລະໂຮງຮຽນສະຖາບັນແຫ່ງຕ່າງໆ ໄດ້ອະນາເກັບຂີ້ເຫື່ອຍ,ຖົງຢາງ,ຕັດຫຍ້າ, ຊ້ວນດິນອອກຈາກຂອບທາງ,ຖາງຫຍ້າ ຕາມແຕ່ລະເສັ້ນທາງໃນເທລະບານນະຄອນ ແລະ ເສັ້ນທາງເລກ9…ອ່ານຕໍ່

ສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ເນັ້ນໃຫ້ການຊ່ວຍເຫຼືອແຮງງານເຄື່ອນຍ້າຍ

ສະຫະພັນກຳມະບານ ແຂວງ ສະຫວັນນະເຂດ ຮ່ວມກັບ ອົງການແຮງງານສາກົນ ILO ໄດ້ມີການຈັດກອງປະຊຸມປຶກສາຫາລື, ສົນທະນາ ແລະ ການມີສ່ວນຮ່ວມຫຼາຍຝ່າຍ ເພື່ອປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອແຮງງານເຄື່ອນຍ້າຍໂດຍສະເພາະແຮງງານເຄື່ອນຍ້າຍເພດຍິງ

ຈຸດປະສົງແມ່ນຊອກວິທີທາງຮ່ວມກັນໃນການປົກປ້ອງ ແລະ ໃຫ້ການຊ່ວຍເຫຼືອແຮງງານເຄື່ອນຍ້າຍ ບໍ່ໃຫ້ຖືກກົດຂີ່ຂູດຮີດທາງດ້ານແຮງງານ ແລະ ການຕົກເປັນເຫຍື່ອຂອງການຄ້າມະນຸດເປັນບັນຫາສຳຄັນທີ່ຫຼາຍຝ່າຍຈະຕ້ອງໄດ້ເອົາໃຈໃສ່

ຫັນລົງຮາກຖານ ເພື່ອຊ່ວຍກັນໂຄສະນາສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ແຮງງານເຄື່ອນຍ້າຍເລົ່ານັ້ນໄດ້ຮັບຮູ້ເຖິງຂໍ້ມູນ-ຂ່າວສານຂອງການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ຍຸຕິທຳໄດ້ຢ່າງທົ່ວເຖິງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...