ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 1 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສະຫະພາບເອີລົບໄດ້ລົງຊຸກຍູ້ຕິດຕາມກວດກາໂຄງການໂພຊະນາການສຳລັບແມ່ຍິງ ແລະ ເດັກນ້ອຍ



ທ່ານ ຮອງເຈົ້າ ເມືອງ ຊົນນະບູລີ ໄດ້ລົງມາຢ້ຽມຢາມຊຸກຍູ້ກິດຈະກຳຕ່າງໆຂອງ ໂຄງການໂພຊະນາການສຳລັບແມ່ຍິງ ແລະ ເດັກນ້ອຍ ເພື່ອເປັນຊຸມຊົນທີ່ມີສຸຂະພາບທີ່ດີ

ໂຄງການຮ່ວມມືປັບປຸງໂພຊະນາການໂດຍເລັ່ງໃສ່ການຜະລິດກະສິກຳ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ ຢູ່ທີ່ບ້ານໂນນຍາງ ເມືອງຊົນນະບູລີ ແຂວງ ສະຫັວນນະເຂດ

ເຊິ່ງໄດ້ຮັບແນວພັນ ແລະ ອຸປະກອນປູກພືດສວນຄົວ 9 ຄອບຄົວ, ແນວພັນ ແລະ ອຸປະກອນລ້ຽງກົບ 2 ຄອບຄົວ, ລ້ຽງແມງຈິ້ງຫຼີດ 3 ຄອບຄົວ,ອຸປະກອນໃນການລ້ຽງໄກ່ 4 ຄອບຄົວ…ອ່ານຕໍ່

ອົງການອາຫານໂລກ ເຫັນດີຮ່ວມມືກັນຊ່ວຍເຫຼືອຊຸມຊົນ ເພື່ອປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ



ປະເທດຝຮັ່ງ ມອບໃຫ້ອົງການອາຫານໂລກປະຈຳ ສປປ ລາວ ເພື່ອໃຊ້ເຂົາໃນໂຄງການປັບປຸງການຄໍ້າປະກັນສະບຽບອາຫານ ແລະ ໂພສະນາການໃນເຂດພາກເໜືອຂອງລາວ ໃນມູນຄ່າ 500.000 ເອີໂລ ຫຼື ປະມານ 590,000 ໂດລາ

ເພື່ອການປັບປຸງເລື່ອງພຶດຕິກໍາດ້ານໂພຊະນາການ ແລະ ຜົນໄດ້ຮັບທາງດ້ານໂພຊະນາການ ຜ່ານບັນດາກິດຈະກໍາຕ່າງໆຢູ່ໃນ ເມືອງ ຜົ້ງສາລີ ແລະ ເມືອງ ຍອດອູ ແຂວງຜົ້ງສາລີ…ອ່ານຕໍ່

ບ້ານທີ່ຂຶ້ນກັບເມືອງທ່າປາງທອງ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການກາແດງລາວ



ອົງການກາແດງລາວໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກປະເພດເຂົ້າສານອາຫານແຫ້ງ, ເຄື່ອງສຸຂະອະນາໄມ, ຢາທີ່ຈຳເປັນ ແລະ ນ້ຳດື່ມ

ໂດຍການມອບຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ສີສະຫວັນ ລັດຕະນະວົງ ຫົວໜ້າອົງການກາແດງ ແຂວງ ສະຫວັນນະເຂດ ການແຈກຢາຍເຄື່ອງໃນຄັ້ງນີ້ແມ່ນສືບເນື່ອງມາຈາກຜົນກະທົບຈາກໄພພິບັດໃນປີຜ່ານມາ

ເຊິ່ງມີຈຳນວນ 10 ບ້ານ ຄື: ບ້ານ ເຊປ໋ອງ , ລະວາງໃຫຍ່, ໂນສີວິໄລ, ຫີນຕັ້ງກາງ, ຜືວຽງຄຳ, ນາຈັນທາງ, ແກ້ງສັງກູ, ນາທະມານ, ນາພະນຽດ ແລະ ບ້ານ ທ່າພີ ຈຳນວນ 614 ຄົວເຮືອນ…ອ່ານຕໍ່

ໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດ ໄລຍະ II ແຂວງຄຳມ່ວນ



ເຊິ່ງຈະປະກອບສ່ວນພັດທະນາ, ປັບປຸງ ແລະ ສົ່ງເສີມແຫຼ່ງທ່ອງທ່ຽວທີ່ມີແລ້ວໃຫ້ດີຂຶ້ນ ແລະ ເຮັດໃຫ້ເກີດຜົນໃນທາງບວກຕໍ່ການດຳລົງຊີວິດຂອງ ປະຊາຊົນໃນຂອບເຂດໂຄງການ ໂດຍຜ່ານການສ້າງກິດຈະກຳທີ່ມີຄວາມຫຼາກຫຼາຍ ແລະ ເຮັດໃຫ້ປະຊາຊົນ ມີລາຍຮັບເພີ່ມຂຶ້ນ

ເປົ້າໝາຍຂອງໂຄງການແມ່ນນອນຢູ່ໃນ 02 ເມືອງຂອງແຂວງຄຳມ່ວນຄື: ເມືອງຄູນຄຳ ແລະ ເມືອງນາກາຍ, ກວມເອົາຈຳນວນ 25 ບ້ານ…ອ່ານຕໍ່

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມແບບທາງໄກ ລັດຖະມົນຕີ ສະພາປະຊາຄົມວັດທະນະ ທຳ-ສັງຄົມອາຊຽນຄັ້ງທີ 25



ເຊິ່ງໃນກຶງປະຊຸມ ໄດ້ຄົ້ນຄວ້າພິຈາລະນາລະອຽດ ເພື່ອສະເໜີ ໃຫ້ຜູ້ນຳອາຊຽນຮັບຮອງ ແລະ ຮັບຊາບດັ່ງນີ້: ແຜນງານຮອບດ້ານວ່າດ້ວຍຄວາມຫວ່ງໄຍດ້ານເສດຖະກິດ, ແຜນນະໂຍບາຍພາກພື້ນວ່າດ້ວຍການສົ່ງເສີມຄວາມເຂົ້າໃຈໃຫ້ຫລາຍຂື້ນ, ຄວາມອົດທົນ ແລະ ຄວາມຮູ້ສຶກຂອງວາລະພາກພື້ນໃນບັນດາປະຊາຊົນອາຊຽນ

ຖະແຫລງການຮ່ວມອາຊຽນ ທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີຕໍ່ສົນທິສັນ ຍາສະຫະປະຊາຊາດ ດ້ານການປ່ຽນແປງດິນຟ້າອາກາດຄັ້ງທີ 26, ຖະແຫລງການຮ່ວມອາຊຽນ ທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີຕໍ່ສົນທິສັນຍາ

ດ້ານຄວາມຫລາກຫລາຍທາງຊີວະນານາພັນ, ຖະແຫລງ ການຜູ້ນຳອາຊຽນ ວ່າດ້ວຍຄວາມສຳຄັນຂອງສະຖາບັນຄອບຄົວ ເພື່ອການພັດທະນາປະຊາຄົມ ແລະ ສ້າງສາປະເທດຊາດ…ອ່ານຕໍ່

ເມືອງໄຊຍະບູລີ ມີຄອບຄົວສາມັກຄີທີ່ໄດ້ມາດຕຖະຖານຫຼາຍພັນຄອບຄົວ



ເມືອງໄຊຍະບູລີ ມີຈຳນວນຄອບຄົວທີ່ໄດ້ປະເມີນຜົນປີ 2020 ມີ 14.946 ຄອບຄົວ, ມີຄອບຄົວທີ່ປະຕິບັດໄດ້ຕາມມາດຕະຖານ ຄອບຄົວສາມັກຄີປອງດອງ 13.871 ຄອບຄົວ ກວມ 92.81%

ເມືອງໄຊຍະບູລີ ຕັ້ງຢູ່ເທດສະບານຂອງແຂວງ ໄຊຍະບູລີ ມີເນື້ອທີ່ທັງໝົດ 3.000 ກິໂລຕາແມັດ, ມີ 78 ບ້ານ, ມີ 15.441 ຄອບຄົວ, ມີ 1.373 ໜ່ວຍຄຸ້ມຄອງ, ມີພົນລະເມືອງທັງໝົດ 81.890 ຄົນ, ຍິງ 40.420 ຄົນ, ປະກອບມີ 8 ເຜົ່າ…ອ່ານຕໍ່

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.