ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 5 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຮອງແຂວງຈຳປາສັກ ລົງຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ



ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະລົງຊ່ວຍເຫຼືອບ້ານປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດ ລົມພັດເອົາເຮືອນ ທີ່ບ້ານນໍ້າໃສເທິງ ແລະ ນໍ້າໃສທ່າ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ ແຂວງຈຳປາສັກ

ເຊິ່ງກໍ່ໄດ້ນໍາເອົານ້ຳສະອາດ, ເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈອື່ນໆ ທີ່ຈຳເປັນ ລວມມູນຄ່າ 50 ລ້ານກວ່າກີບ ມາມອບໃຫ້ປະຊາຊົນ 2 ບ້ານ

ໃນ 2 ບ້ານເປເພ ລວມມີ 18 ຫຼັງ, ປະເມີນຜົນເສຍຫາຍ 60% ຂື້ນໄປ ມີ 7 ຫຼັງ ແລະ ເສຍຫາຍ 40% ລົງມາ ມີ 11 ຫຼັງ…ອ່ານຕໍ່

ເຈົ້າເມືອງອຸທຸມພອນ ລົງຊຸກຍູ້ແຫຼ່ງທ່ອງທ່ຽວຖໍ້າພະດ່ານລາດມັ່ງ



ທ່ານ ແສນສັກ ພີມວົງສາ ເຈົ້າເມືອງ ອຸທຸມພອນ ຢາດໃຫ້ຖໍ້າເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ແລະ ຢາກໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍແຫຼ່ງທ່ອທ່ຽວ

ພ້ອມກັນສ້າງຂະບວນການອະນາໄມຖາງປ່າອອກຈາກແຄມທາງໃຫ້ມັນກວ້າງຂວາງ, ການສ້ອມແປງບາງຈຸດຂອງເສັ້ນທາງເຂົ້າໄປຫາສະຖານທີ່ທ່ອງທ່ຽວ ສືບຕໍ່ແຜນພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ໂດຍນໍາໃຊ້ງົບປະມານຂອງລັດ ແລະ ຈາກການລະດົມ…ອ່ານຕໍ່

ຮອງເຈົ້າເມືອງອາດສະພອນ ລົງຕິດຕາມ ແລະຊຸກຍູ້ ການສ້ອມແປງຂົວຂ້າມຫ້ວຍລະຮັງ ບ້ານນາຮັງນ້ອຍ



ອຸປະກອນມອບໃຫ້ມີທັງເຫຼັກຕະປູ 12 ຈໍານວນ 2 ແກັດ ທີ່ລະດົມນໍານັກທຸລະກິດພາຍໃນເມືອງ ມອບຕື່ມອີກ ສໍາລັບໄມ້ຂາງຂົວ 12 ໂຕ ແມ່ນໄດ້ມາຈາກການລະດົມນໍາປະຊາຊົນ 6 ບ້ານ ເຂດຈຸດສຸມ ນາປອດເກົ່າ

ມູນຄ່າການສ້ອມແປງເບືອງຕົ້ນປະມານ ແປດລ້ານຫ້າແສນ ກວ່າກີບ ທີ່ບໍ່ໄດ້ຄິດໄລ່ຄ່າແຮງງານຂອງປະຊາຊົນເຂົ້ານໍາ ເຊິ່ງລົງຕິດຕາມໂດຍ ທ່ານ ສີວິໄລ ສີທໍາມະວັນ ແລະ ເປັນຕາງໜ້າໃຫ້ອໍານາດການປົກຄອງເມືອງ ນໍາເອົາເງິນສົດ ຈໍານວນ ຫ້າແສນ ກີບ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...