ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ 2 ກໍລະນີ ແລະ ມີຜູ້ໃກ້ຊິດສຳຜັດຫຼາຍຄົນ

ໃນວັນທີ 11 ເມສາ 2021​ ສປປ ລາວ ພົບການຕິດເຊື້ອ ໂຄວິດ-19 ໃໝ່ 2 ກໍລະນີ ເປັນສັນຊາດ ໄທ 1 ກໍລະນີ (ກໍລະນີ ທີ 50) ແລະ ສັນຊາດລາວ 1 ກໍລະນີ (ກໍລະນີ ທີ 51).

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ,​ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19​ ມີ 2 ກໍລະນີ ມີປະຫວັດລາຍລະອຽດດັ່ງນີ້:

ກໍລະນີຢັ້ງຢືນທີ 50

  • ເພດຊາຍ, ອາຍຸ 41 ປີ, ສັນຊາດ: ໄທ, ອາຊີບນັກທຸລະກິດ, ປັດຈຸບັນຜູ້ກ່ຽວໄດ້ອາໄສຢູ່ ສປປ ລາວ ນັບແຕ່ ເດືອນກຸມພາ ປີ 2020 ຢູ່ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.​
  • ໃນໄລຍະ 1 ອາທິດກ່ອນໜ້ານີ້ ຜູ້ກ່ຽວ ມີປະຫວັດສຳຜັດກັບຄົນທີ່ເດີນທາງມາຈາກປະເທດໄທ ທີ່ລັກລອບເຂົ້າມາ ສປປ ລາວ ບໍ່ຖືກລະບຽບ.​
  • ວັນທີ 8 ເມສາ 2021 ຜູ້ກ່ຽວຮູ້ສຶກໄຂ້, ໄອ, ປວດຕາມຕົນໂຕ ແລະ ເຈັບຄໍ.​
  • ວັນທີ 10 ເມສາ 2021 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ພົບເຊື້ອ COVID-19. ປະຈຸບັນ ຜູ້ກ່ຽວໄດ້ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.​
  • ກະຊວງສາທາລະນະສຸກ ໄດ້ສົ່ງທີມງານລົງສອບສວນ ແລະ ເກັບກຳປະຫວັດການເດີນທາງຂອງຜູ້ກ່ຽວ.​
  • ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 10 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ກຳລັງລໍຖ້າຜົນກວດ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່
    ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ

ກໍລະນີຢັ້ງຢືນທີ 51

  • ເພດຊາຍ, ອາຍຸ 41 ປີ, ສັນຊາດ: ລາວ, ອາຊີບ ພະນັກງານ, ກ່ອນເດີນທາງກັບມາ ສປປ ລາວ ຜູ້ກ່ຽວໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ໃນວັນທີ 06 ເມສາ 2021 ແລະ ບໍ່ພົບເຊື້ອ (ກວດຢູ່ປະເທດມົງໂກນ).​ ໃນວັນທີ 7 ເມສາ 2021 ຜູ້ກ່ຽວໄດ້ເດີນທາງຈາກປະເທດມົງໂກນ ຫາສະໜາມບິນອິນຊອນ, ປະເທດເກົາຫຼີໃຕ້ ແລະ ມາຮອດສະໜາມບິນສາກົນວັດໄຕ, ສປປ ລາວ ໃນວັນທີ 9 ເມສາ 2021.
  • ວັນທີ 10 ເມສາ ຜົນກວດວິເຄາະຢັ້ງຢືນວ່າ ພົບເຊື້ອ COVID-19 ຈຶ່ງໄດ້ນສົ່ງຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ. ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 31 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບ່ໍພົບເຊື້ອ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ປັດຈຸບັນຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 4 ຄົນ (ໃໝ່ 2ຄົນ) ຢູ່ໂຮງໝໍມິດຕະພາບ, ທຸກຄົນແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.​

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...