Sunday, March 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 9 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເມືອງຈຳພອນ ມອບໃບຢັ້ງຢືນໃຫ້ 41 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ



ທ່ານ ຕາງໜ້ານາຍບ້ານ 41 ບ້ານໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການຢຸດຕິການຖ່າຍຊະຊາຍ ໃນແຕ່ລະຂັ້ນຕອນ ເຊິ່ງໄດ້ຮັບງົບປະມານ ຈາກອົງການ ພັດທະນາຂອງປະເທດ ເນເທີແລນ ຫຼື ເອັສ ເອັນ ວີ ໃຫ້ທິມງານຂັ້ນແຂວງ,ຂັ້ນເມືອງ ລົງກະຕຸກຊຸກຍູ້ໃຫ້ປະຊາຊົນ

ກໍ່ສ້າງວິດຖ່າຍດ້ວຍຕົນເອງ ແລະ ມີການປ່ຽນແປງພຶດຕິກຳ ເພື່ອຢຸດຕິການຖ່າຍຊະຊາຍ,ໃນການກະຕຸກຊຸກຍູ້

ທາງທິມງານໄດ້ມີການປະເມີນອັດຕາການ ກໍ່ສ້າງ ແລະຊົມໃຊ້ວິດຖ່າຍ ໃນ 41 ບ້ານເປົ້າໝາຍ ກ່ອນການຊຸກຍູ້ ມີ 6ພັນ 136 ຫຼັງຄາເຮືອນ ມາຮອດປະຈຸບັນ ເພີ່ມຂຶ້ນເປັນ 6ພັນ 282 ຫຼັງຄາເຮືອນ,ມາຮອດປີ 2021 ຈຶ່ງໄດ້ມີການປະເມີນອີກ ເຫັນວ່າມີອັດຕາການໃຊ້ວິດຖ່າຍກວມ 100%…ອ່ານຕໍ່

ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການ ຖວທ ເມືອງຄົນໃໝ່ ເມືອງໂຂງ



ໃນພິທີທ່ານ ໜູແສງ ຜຸຍບັນດິດ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຕົກລົງຂອງທ່ານເຈົ້າເມືອງໆໂຂງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ຖວທ ເມືອງ ເຫັນດີແຕ່ງຕັ້ງທ່ານ ຄຳປັນ ວິໄລພອນ ເປັນຮອງຫົວໜ້າຫ້ອງການ ຖວທ ຄົນໃໝ່

ໃນໂອກາດນີ້ ປະທານພິທີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກແກ່ຜູ້ຮັບໜ້າທີ່ໃໝ່ ຈົ່ງໄດ້ເປັນແບບຢ່າງນຳໜ້າໃຫ້ບັນດາສະຫາຍສະມາຊິກພັກ, ການນຳທຸກຂັ້ນ ເປັນເອກະພາບກັນພາຍໃນພັກຕໍ່ການສັບປ່ຽນໜ້າທີ່ຄວາມຮັບຜິດຊອບຂອງພະນັກງານການນຳຄັ້ງນີ້…ອ່ານຕໍ່

ພິທີມມອບຮັບ ອາຄານຮຽນ ໂຮງຮຽນມັດທະຍົມຕົ້ນທົ່ງປາງບ້ານທົ່ງປາງ



ການກໍ່ສ້າງໂຮງຮຽນແມ່ນມີ ອານຄານ 1 ຫຼັງ, ມີຂະໜາດ 8 ແມັດ ຄູນ 35 ແມັດ, ມີ 4 ຫ້ອງຮຽນ, 1 ຫ້ອງການ, ໂຕະຕັ່ງຄູ 6 ຊຸດ, ໂຕະຕັ່ງນັກຮຽນ 60 ຊຸດ, ກະດານ 5 ແຜ່ນ, ຕິດຕັ້ງໝໍ້ແປງໄຟຟ້າ 1 ໜ່ວຍ, ພ້ອມດຶງສາຍໄຟ, ເຈາະບາດານ 1 ບໍ່

ພ້ອມຕິດຕັ້ງໃດໂປມນ້ຳ 1ໜ່ວຍ, ຕິດຕັ້ງດອກໄຟໃນໂຮງຮຽນ ແລະ ຫ້ອງນ້ຳ ຈຳນວນ15 ດອກ, ຕິດຕັ້ງພັດລົມຈຳນວນ 10 ຊຸດ, ກໍ່ສ້າງຫ້ອງນ້ຳ 1 ຫຼັງ, ມີສອງຫ້ອງ ພ້ອມຕິດຕັ້ງອ່າງລ້າງມື 2 ຊຸດ, ກໍ່ສ້າງຖານເສົາທຸງ1 ຖານ, ຂະໜາດ 150 ຊັງຕີແມັດ ຄູນ 150 ຊັງຕີແມັດ, ແລະ ກໍ່ສ້າງປ້າຍທາງເຂົ້າໂຮງຮຽນ

ພ້ອມຂຽນປ້າຍຊື່ໂຮງຮຽນ 2 ຝາ ແລະ ພ້ອມທັງປັບເດີນໂຮງຮຽນ. ງົບປະມານກໍ່ສ້າງດັ່ງກ່າວ ແມ່ນໄດ້ມາຈາກການລະດົມຂອງຄອບຄົວການນຳຂັ້ນສູງກໍ່ຄື ຄອບຄົວທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທີການໃຫຍ່ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ…ອ່ານຕໍ່

ເມືອງເງິນ ສືບຕໍ່ສັກວັກຊີນໂຄວິດ-19 ຮອບທີ 2



ຢູ່ທີຫ້ອງການສາທາລະນະສຸກ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ ເປີດຂະບວນການສັກຢາ ວັກຊີນກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໜາຍ ຮອບທີ 2

ປູ້ຮັບວັກຊີນຮອບທີ2 ມີຈຳນວນ 600 ໂດສ ເຊິ່ງໄດ້ສັກໃຫ້ ພະນັກງານແພດໝໍ, ພະນັກງານດ່ານກວດກາຄົນເຂົ້າເມືອງປະຈຳຢູ່ດ່ານສາກົນນໍ້າເງິນ,ທະຫານ,ຕຳຫຼວດ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່