ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 12 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ໂຄງການພັດທະນາຕົວເມືອງ ຕາມແລວທາງ ເມືອງຫຼວງນໍ້າທາ ຈະສໍາເລັດໃນທ້າຍປີນີ້



ໂຄງການປັບປຸງເສັ້ນທາງ ແລະ ຮ່ອງລະບາຍນ້ຳແຄມທາງ ມາຮອດປະຈຸບັນຄວາມຄືບໜ້າຂອງວຽກສໍາເລັດ 54,2%, ໂຄງການກໍ່ສ້າງຂົວຂ້າມນ້ຳທາ ແລະ ທາງເຂົ້າຂົວສຳເລັດ 78,70% ແລະ ອື່ນໆ

ໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2021 ນີ້ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ລວມມູນຄ່າ 52 ລ້ານໂດລາສະຫະລັດ…ອ່ານຕໍ່

ສປປ ລາວ ເປັນປະເທດທີ່ມີຫຼາຍນັກລົງທຶນໃຫ້ຄວາມສົນໃຈ



ປັດຈຸບັນ, ສປປ ລາວມີ 4.695 ໂຄງການທີ່ເປັນການລົງທຶນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ຊຶ່ງມີມູນຄ່າການລົງທຶນຫຼາຍກວ່າ 4ໝື່ນຕື້ໂດລາ ຫຼື 4ແສນຕື້ກວ່າກີບ

ລາວຍັງເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນເລີສເປັນເຫດທີ່ເຮັດໃຫ້ມີນັກລົງທຶນຫຼາຍກວ່າ 50 ປະເທດມາລົງທຶນ ໂດຍເປັນນັກລົງທຶນຈີນ, ຫວຽດນາມ, ໄທ ເຊິ່ງການລົງທຶນສ່ວນຫຼາຍແມ່ນລົທຶນໃນພະລັງງານ ແລະບໍ່ແຮ່…ອ່ານຕໍ່

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.