ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 24 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າເມືອງໆພີນ ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ 3 ບ້ານຂອງເມືອງພີນ



ທ່ານ ສາລີ ວິນລາວັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພີນ ພ້ອມຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນ 3 ບ້ານ ເມືອງພີນ ແຂວງສະຫວັນນະເຂດ ເຊິ່ງມີບ້ານໂນນໄຊ, ບ້ານກະແມບເຊ, ບ້ານສົບບອນ ຫຼາຍກວ່າ 200 ຄອບຄົວ

ປະເພດເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ : ເຂົ້າສານ 100 ກະສອບ, ປ໋ອງປາ 423 ປ໋ອງ, ເຄື່ອງບໍລີໂພກ 62ຖົງ, ຖົງເຄື່ອງນຸ່ງຫົ່ມ 72ຖົງ ແລະຢາປົວພະຍາດຈໍານວນໜຶ່ງ ແລະຍັງຊອກວິທີແກ້ໄຂກັບສະພາບນໍ້າຖ້ວມທີ່ອາດຈະເກີດຂຶ້ນ…ອ່ານຕໍ່

ຄະນະ ອພສ ແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອໃຫ້ເມືອງທ່າປາງທອງ



ປະທານທີ່ປືກສາ ອພສ ແຂວງສະຫວັນນະເຂດ, ຍາທ່ານ ຄຳປານ ສຸພັນໂທ ຄະນະ ອພສ ແຂວງ ສະຫວັນນະເຂດ ພ້ອມດ້ວຍ ທ່ານ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ໄດ້ມອບເຄື່ອງຊ່ວຍເຫຼືອທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ເຊິ່ງປະກອບມີ: ຜ້າປິດປາກ-ດັງ ຈຳນວນ 150 ກ່ອງ, ເຈວລ້າງມື 12 ກ່ອງ, ລວມມູນຄ່າທັງໝົດ 5 ລ້ານກີບ ມາມອບໃຫ້ເມືອງທ່າປາງທອງ…ອ່ານຕໍ່

ເມືອງເຊບັ້ງໄຟ ເຜີຍແຜ່ມາດຕະການທາງຄະນະສະເພາະກິດໂຄວິດ-19 ໃຫ້ 45 ບ້ານ



ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງ ເຊບັ້ງໄຟ, ທັງເປັນຫົວໜ້າຄະນະສະເພາະກິດຂັ້ນເມືອງ ເຊິ່ງໃນການເຜີຍແຜ່ຄັ້ງນີ້ກໍ່ເພື່ອຜັນຂະຫຍາຍແຈ້ງການທີ່ຂັ້ນເທິງວາງອອກໃຫ້ພໍ່ແມ່ປະຊາຊົນໃຫ້ທົ່ວເຖິງກັນ

ເມືອງເຊບັ້ງໄຟມີຊາຍແດນເຊື່ອມຕໍ່ຕິດກັບ ເມືອງ ໄຊບູລີ, ເມືອງອາດສະພອນ ແຂວງສະຫວັນນະເຂດ ກໍ່ໄດ້ມີການກວດກາຢ່າງເຂັ້ມງວດ, ສ່ວນວຽກງານປຸກລະດົມຂໍການຊ່ວຍເຫລືອຈາກສັງຄົມໄລຍະຜ່ານມາໂດຍລວມກໍ່ແມ່ນຄວາມຕື່ນຕົວຂອງບັນດາຜູ້ປະກອບການ, ບໍລິສັດຫ້າງຮ້ານ ແລະ ປະຊາຊົນແມ່ນໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອ…ອ່ານຕໍ່

ເຈົ້າແຂວງຄຳມ່ວນເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດເມືອງເຊບັ້ງໄຟ



ເຈົ້າແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວຢ້ຽມຢາມພຶ້ນຖານການຜະລິດຢູ່ເມືອງເຊບັ້ງໄຟ ເປັນຕົ້ນແມ່ນພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ

ກໍ່ໄດ້ຮັບຟັງການລາຍງານສະພາບ ລວມໂດຍຫຍໍ້ຂອງບ້ານດັ່ງກ່າວຈາກອຳນາດການປົກຄອງ ເຊິ່ງປະຊາຊົນສ່ວນຫລາຍແມ່ນຍຶດຖືອາຊີບປູກຝັງ ແລະ ລ້ຽງສັດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...