ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 28 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ໜ້າເປັນຫ່ວງ ພຽງ 5 ເດືອນ ຄົນລາວຕິດເຊື້ອໄຂ້ຍຸງລາຍເພີ່ມແລ້ວ 332 ກໍລະນີ



ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ນັບແຕ່ຕົ້ນປີກໍ່ເປັນເວລາ 5 ເດືອນ ປະຊາຊົນລາວຕິດເຊື້ອໄຂ້ຍຸງລາຍແລ້ວ 332 ກໍລະນີ ສະເພາະບັນດາແຂວງທີ່ຍັງບໍ່ພົບຜູ້ຕິດເຊື້ອໄຂ້ຍຸງລາຍປະກອບມີ: ແຂວງບໍ່ແກ້ວ, ໄຊສົມບູນ, ຜົ້ງສາລີ, ຊຽງຂວາງ ແລະ ແຂວງຫົວພັນ

ແຂວງອັດຕະປືມີຜູ້ຕິດເຊື້ອໄຂ້ຍຸງດັ່ງກ່າວຫຼາຍກວ່າແຂວງອື່ນໆ ໂດຍມີຜູ້ຕິດເຊື້ອແລ້ວສູງເຖິງ 115 ກໍລະນີ, ຮອງລົງມາແມ່ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 58 ກໍລະນີ, ແຂວງສາລະວັນ 33 ກໍລະນີ, ອຸດົມໄຊ 22 ກໍລະນີ, ຫຼວງພະບາງ 22 ກໍລະນີ, ແຂວງຄໍາມ່ວນ 20 ກໍລະນີ, ແຂວງວຽງຈັນ 19 ກໍລະນີ, ເຊກອງ 14 ກໍລະນີ, ຫຼວງນໍ້າທາ 7 ກໍລະນີ, ສະຫວັນນະເຂດ 6 ກໍລະນີ, ໄຊຍະບູລີ 5 ກໍລະນີ, ບໍລິຄໍາໄຊ 3 ກໍລະນີ ແລະ ແຂວງຈໍາປາສັກ 2 ກໍລະນີ ແຕ່ຍັງບໍ່ມີຜູ້ເສຍຊີວິດ…ອ່ານຕໍ່

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກັກຕົວຜູ້ຕ້ອງຫາຄ້າຂາຍຢາເສບຕິດປະເພດຢາບ້າ 2 ຄົນ



ຊຶ່ງທັງສອງເປັນຜົວເມຍກັນ ຊື່ທ້າວ ສົມລີເລົາ ຫຼື ຕົວ ອາຍຸ 39 ປີ ສັນຊາດລາວ ແລະ ນາງ ໄກຊົງ ອາຍຸ 32 ປີ ສັນຊາດລາວ ປະຈຸບັນຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜະລິດຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງ

ຂອງກາງທີ່ກວດພົບ ແລະ ຢຶດໄດ້ປະກອບມີຢາບ້າໄດ້ມີມູນຄ່າເກືອບ 100 ກວ່າລ້ານ ແລະປະຈຸບັນ ຢູ່ໃນຂັ້ນຕອນການສືບສວນ-ສອບສວນເພື່ອຫາແຫຼ່ງທີ່ມາຂອງຢາເສບຕິດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...