ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 2 ມິຖຸນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຫຼວງນໍ້າທາສົ່ງອອກສີນຄ້າກະສິກໍາ ໄປ ສປຈີນ ມູນຄ່າ 60 ລ້ານກວ່າໂດລາ ໄລຍະ 5 ເດືອນຜ່ານມາ



ທ່ານ ວັນທາ ພົມວິໄລ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ໄດ້ລາຍງານວ່າ ໃນໄລຍະ 5 ເດືອນຜ່ານມາ ແຂວງຫຼວງນໍ້າທາ ສາມາດສົ່ງອອກສີນຄ້າ ປະເພດພືດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ໄປ ສປ ຈີນ ຖ້າທຽບໃສ່ປີຜ່ານມາໃນໄລຍະດຽວກັນເພີ່ມຂື້ນ 68 %

ສໍາລັບ ປະເພດສີນຄ້າທີ່ສົ່ງອອກປະກອບມີ : ອ້ອຍລໍາ ຈໍານວນ 684. 971 ໂຕນ, ຢາງພາລາອົບແຫ້ງ ຈໍານວນ 9.263 ໂຕນ, ຢາງພາລາກ້ອນ ຈໍານວນ 8.787 ໂຕນ, ໝາກກ້ວຍຈໍານວນ 17.309 ໂຕນ…ອ່ານຕໍ່

6 ຄຳແນະນຳໃນການປົກປ້ອງ ຕົວທ່ານເອງ ແລະ ຄົນທີ່ທ່ານຮັກ ຈາກຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບ ພະຍາດໂຄວິດ-19



ປະຈຸບັນ ເຫັນວ່າປະຊາຊົນຫັນມາໃຊ້ສື່ສັງຄົມອອນ​ລາຍຫຼາຍກ່ວາເກົ່າເພື່ອຕິດຕໍ່ ພົວພັນ ແລະ ແລກປ່ຽນຂໍ້ມູນ ເຊິ່ງ 6 ຄຳແນະນຳເພີ່ມເຕີມຈາກ Facebook ເພື່ອເຮັດໃຫ້ຊຸມຊົນທ້ອງຖິ່ນໃນລາວເສບ​ຂໍ້​ມູນ-ຂ່າວ​ສານ ທີ່​ຖືກ​ຕ້ອງມີ

– ຮັບຮູ້ເນື້ອຫາທັງໝົດບໍ່ແມ່ນພຽງແຕ່ພາດຫົວຂ່າວ-ອ່ານເລື່ອງທັງໝົດ ແລະ ລະວັງຮູບພາບ
– ແຫຼ່ງທີ່ມາທີ່ສາມາດເຊື່ອຖືໄດ້
– ແຊຣຂໍ້ເທັດຈິງບໍ່ແມ່ນຂ່າວລື-ຊອກຫາເບາະແສທີ່ຊີ້ໃຫ້ເຫັນຂໍ້ມູນທີ່ບໍ່ຖືກຕ້ອ
– ເບິ່ງພາບລວມທັງໝົດຈາກແຫຼ່ງຂໍ້ມູນທີ່ໜ້າເຊື່ອຖືຊອກຫາບົດລາຍງານອື່ນໆຈາກແຫຼ່ງທີ່ໜ້າເຊື່ອຖື
– ຖ້າເນື້ອຫາທີ່ບໍ່ຖືກຕ້ອງໄດ້ຮັບການແບ່ງປັນໂດຍໝູ່ເພື່ອນ ຫຼື ສະມາຊິກໃນຄອບຄົວຄວນຢຸດ ແລະ ຄິດກ່ອນແບ່ງປັນ-ສົ່ງຂໍ້ຄວາມສ່ວນຕົວໃຫ້ພວກເຂົາ
– ຢຸດ ແລະ ຄິດກ່ອນແບ່ງປັນ-ບາງເລື່ອງອາດຈະມີຂໍ້ເທັດຈິງທີ່ບໍ່ພຽງພໍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...