ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 3 ມິຖຸນາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ປະຊາຊົນລາວຫຼາຍກວ່າ 3 ລ້ານຄົນຄາດວ່າຈະໄດ້ຮັບການສັກຢາຕ້ານໂຄວິດ-19 ໃນປີ 2021



ປັດຈຸບັນນີ້, ລາວສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບເຂັມທີ 1 ໄດ້ແລ້ວ 664.661 ໂດສ ແລະ ເຂັມທີ 2 ສັກໄດ້ແລ້ວ 249.353 ໂດສ

ແລະລັດຖະບານກໍ່ຍັງຕັ້ງເປົ້າທີ່ຈະສືບຕໍ່ສັກວັກຊີນທີ່ໄດ້ມາເຊັ່ນ ວັກຊີນໄຟເຊີ້ Pfizer ໃຫ້ກັບະຊາກອນລາວໃຫ້ເຖິງ 50 % ຂອງປະຊາກອນໃນປີ 2021…ອ່ານຕໍ່

ທ່ານນາງ ຈັນໂສ ຈິດຕິວົງ ໄດ້ເປັນຜູ້ບໍລິຫານມິດຢູນິເວິສຄົນໃໝ່



ບໍລິສັດ ມີສລາວ ຈຳກັດ ເຊິ່ງເປັນ ຜູ້ຖືລິຂະສິດເວທີປະກວດມີສຢູນິເວີສ ລາວ ແຕ່ພຽງຜູ້ດຽວໄດ້ເລືອກທ່ານ ນາງ ຈັນໂສ ຈິດຕິວົງ ເປັນຜູ້ບໍລິຫານມິດຢູນິເວິສຄົນໃໝ່ ຊຶ່ງພິທີຖະແຫຼງຂ່າວການແຕ່ງຕັ້ງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 1 ມິຖຸນາ 2021 ທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ

ນອກຈາກຄັດເລືອກປະທານໂຄງການແລ້ວ, ຍັງແຕ່ງຕັ້ງທີມງານບໍລິຫານຈັດການໃໝ່ຄົບຊຸດ ເປັນຕົ້ນ ຄັດເລືອກເອົາ ທ່ານ ເທບມະຫາວິໄຊ ໄຊທິລາດ ຜູ້ອຳນວຍການ ບໍລິສັດ ກ້າວໜ້າ ອໍການາຍເຊີ້ ຈໍາກັດ ແລະ ກຸ່ມທຸລະກິດໃນເຄືອ ຫຼື ຕ້າ ເອແພັກ ເປັນຜູ້ອຳນວຍການໂຄງການປະກວດ General Director of Miss Universe Laos ພ້ອມດ້ວຍຕໍາແໜ່ງງານອື່ນໆ ທີ່ເປັນທີມງານຄຸນນະພາບຂອງໂຄງການປະກວດມີສຢູນີເວີສລາວເພື່ອໃຫ້ການປະກວດດຳເນີນໄດ້ສະດວກຂື້ນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...