ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 1 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ທ່ານເຈົ້າແຂວງ ໄຊຍະບູລີ ລົງພົບປະໂອ້ລົມປະຊາຊົນທັງ 3 ບ້ານໃນ ເມືອງປາກລາຍ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະປະຊາຊົນ 3 ບ້ານຂອງເມືອງ ປາກລາຍ ຄື: ບ້ານ ປາກຄານ, ບ້ານ ນາຕຸງ ແລະ ບ້ານ ໃຫຍ່ພັດທະນາ ເມືອງປາ ຮັບຟັງການລາຍງານຫຍໍ້ກ່ຽວກັບການພັດທະນາເສດຖະກິດຂອງບ້ານ

ຈາກນັ້ນ ທ່ານ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໂອ້ລົມຕໍ່ອໍານາດການປົກຄອງ ແລະໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງການປົກຄອງບ້ານຍາດມາໄດ້ໃນໄລຍະຜ່ານມາ, ພ້ອມໃຫ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນຕໍ່ບັນຫາປະກົດການຫຍໍ້ທໍ້ພາຍໃນບ້ານ…ອ່ານຕໍ່

ເມືອງ​ຈອມເພັດ​ ແຂວງຫຼວງພະວາງ ສືບຕໍ່ຈັດ​ຕັ້ງ​ການ​ສອບເສັງ​ຈົບ​ຊັ້ນ​ ປ5 ທົ່ວເມືອງ​

​ທ່ານ​ເຈົ້າ​ເມືອງ​ ຈອມເພັດ​ ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ຊີ້ນຳ​ລວມ​  ໃນການ​ຈັດຕັ້ງ​ການ​ສອບເສັງ​ຈົບ​ຊັ້ນ​ປະຖົມ​ປີທີ​ 5​  ປະ​ຈຳ​ສົກ​ຮຽນ​  2020​ – 2021 ຜ່ານ​ຂໍ້ຕົກລົງ​ຂອງ​ ທ່ານຫົວໜ້າ​ຫ້ອງ​ການ​ສຶກສາ​ທິການ​ແລະ​ກິລາ​ ເມືອງ​ຈອມເພັດ​
​
ມີນັກສອບເສັງເຂົ້າຮ່ວມ​ທັງໝົດ​ 644 ນ້ອງ, ໄດ້​ແບ່ງ​ອອກ​ເປັນ​ 14​ ສູນສອບເສັງ​ ແລະ​ ມີຫ້ອງສອບເສັງທັງໜົດ  36​ ຫ້ອງ,​  ເຊິ່ງມີວິຊາທີ່ນໍາມາສອບເສັງລວມມີ  4  ວິຊາຄືພາສາລາວ,​ ພາກຂຽນທວາຍ,​ ໂລກອ້ອມຕົວ ແລະວິຊາຄະນິດສາດ…ອ່ານຕໍ່

ຕົວເມືອງຊົນນະບູລີ ຕິດຕິດຕັ້ງດອກໄຟເຍືອງທາງດ້ວຍລະບົບໂລາເຊວ 159 ດອກ

ຫ້ອງການໄຟຟ້າເມືອງ ຊົນນະບູລີ ໄດ້ລົງເຄື່ອນໄຫວຕິດຕັ້ງດອກໄຟເຍືອງທາງດ້ວຍລະບົບໂຊລາເຊວ ( ພະລັງງານແສງຕາເວັນ)  ຕາມເສັ້ນທາງພາຍໃນຕົວເມືອງ ຊົນນະບູລີ ເພື່ອເປັນການປັບປຸງພື້ນຖານໂຄ່ງລ່າງໃຫ້ມີຄວາມສະດວກສະບາຍ

ໃນການຈັດຕັ້ງປະຕິບັດການຕິດຕັ້ງດອກໄຟເຍືອງທາງດ້ວຍລະບົບໂຊລາເຊວ ມີຈໍານວນທັງໝົດລວມ 159 ດອກ, ເສົາເຮັດດ້ວຍເຫຼັກກົມສູງ 6 ແມັດ, ລວມມູນຄ່າທັງໝົດເກືອບ 120 ລ້ານກີບ ສໍາລັບທຶນຮອນແມ່ນໄດ້ມາຈາກການລະດົມທຶນຈາກຫ້ອງການສໍານັກງານພາຍໃນເມືອງ ຊົນນະບູລີ…ອ່ານຕໍ່

ອາຄານ​ຫຼັງ​ໃໝ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳເມືອງໂຂງ ແຂວງຈຳປາສັກ

ໂຄງການດັ່ງກ່າວ ແມ່ນ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ໃນ​ເດືອນ ມັງກອນ 2021 ແລະສຳ​ເລັດ​ການກໍ່​ສ້າງ 100% ໃນ​ເດືອນ ພຶດສະພາ 2021 ​ເຊິ່ງ​ໃຊ້​ໄລ​ຍະ​ເວ​ລາ​ໃນ​ການກໍ່​ສ້າງ 5 ເດືອນ

ອາຄານຫລັງໃໝ່ນີ້ ເປັນ​ອາ​ຄານ​ຊັນ​ດຽວ​ເບ​ຕົງ​ເສີ​ມເຫຼັກ, ກໍ່​ດ້ວຍ​ດິນ​ຈີ່, ມຸງ​ດ້ວຍ​ກະ​ເບື້ອງ, ອາ​ຄານ​ດັ່ງ​ກ່າວ​ມີ​ຂະ​ໜາດ 15 x 20 ແມັດມີ​ຈຳ​ນວນ 06 ຫ້ອງ, ມີ 1 ຫ້ອງປະຊຸມ ແລະ 1 ຫ້ອງ​ນ້ຳ​ຕິດ​ກັບ​ອາ​ຄານ…ອ່ານຕໍ່

ກອງປະຊຸມ ອົງການປົກຄອງ ແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ

6 ເດືອນ ຜ່ານມາ ແມ່ນມີອັດຕາຂະຫຍາຍ ໂຕບັນລຸໄດ້ 3,2% ລວມຍອດຜະລິດຕະພັນ ພາຍໃນ GDP ບັນລຸ 723,18 ຕື້ກີບ, ພ້ອມນີ້ ວຽກງານວັດທະນະທຳ-ສັງຄົມ ແລະ ວຽກງານຂົງເຂດຕຸລາການ ກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າ

ສຳລັບຄາດໝາຍສູ້ຊົນທີ່ຈະຕ້ອງໄດ້ສືບຕໍ່ນຳພາແກ້ໄຂໃນ 6 ເດືອນທ້າຍປີ 2021 ແມ່ນຈະໄດ້ສຸມໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງລັດ…ອ່ານຕໍ່

ປກສ 4 ແຂວງພາກເໜືອລາວ ມອບເງິນສົດຊ່ວຍເຫຼືອໃຫ້ກອງບັນຊາການ ຕໍາຫຼວດ ສສ ຫວຽດນາມ

ຢູ່ທີ່ຫຼັກໝາຍ 113 ລະຫວ່າງດ່ານສາກົກປາງຫົກ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະດ່ານສາກົນໄຕຈ່າງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ໄດ້ຈັດພິທີມອບເງິນສົດຈາກກອງບັນຊາການ ປກສ 4 ແຂວງພາກເໜືອຄື : ກອງບັນຊາການ ປກສ ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະແຂວງບໍແກ້ວ

ມອບໃຫ້ 03 ກອງບັນຊາການຄື : ກອງບັນຊາການ ຕໍາຫຼວດ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງແດນບຽນ ແລະ ກອງບັນຊາການຕໍາຫຼວດ ແຂວງລາຍເຈົ່າ ລວມມູນຄ່າ 100 ລ້ານກີບ ເພື່ອເປັນການປະກອບສ່ວນອັນສໍາຄັນ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື ພະຍາດໂຄວິດ-19…ອ່ານຕໍ່

ແຂວງສາລະວັນ ໄດ້ສຳເລັດການຂຸດຄົ້ນໄມ້ແລວທາງໄດ້ 749 ຕົ້ນ

ພະແນກກະສິກຳ ແລະປ່າໄມ້ແຂວງສາລະວັນ ໄດ້ຈັດຕັ້ງປະຕິບັດການຂຸດຄົ້ນໄມ້ອອກຈາກໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານສຸທິ ຫາບ້ານນາໂພ, ບ້ານນາລັນ ແລະບ້ານກອງລື ໃນປີ 2020-2021 ໃນນັ້ນ ປະຕິບັດໄດ້ຕົວຈິງທັງໝົດ 749 ຕົ້ນ

ໄມ້ທີ່ຂຸດຄົ້ນທັງໝົດແມ່ນໄດ້ສຳເລັດການຈົດທະບຽນຂື້ນເປັນຊັບສິນຂອງລັດ ແລະ ໄດ້ສົ່ງໃຫ້ພະແນກການທີ່ກ່ຽວຂ້ອງ ເພື່ອເປັນການກໍ່ສ້າງເສັ້ນທາງໃຫ້ມີຄວາມສະດວກສະບາຍໃນການໄປ-ມາຫາສູ່ລະຫວ່າງ ບ້ານຫາບ້ານ, ເມືອງຫາເມືອງ ກໍ່ຄື: ເມືອງວາປີ ແຂວງສາລະວັນ ກັບ ເມືອງທ່າປາງທອງ ແຂວງສະຫວັນນະເຂດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...