ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 5 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ປະກາດ 2 ບ້ານ ຂອງເມືອງຊຳໃຕ້ ເປັນບ້ານປ້ອງກັນຊາດເຂັ້ມແຂງປະຈຳປີ 2021

ບ້ານ ປັກປຸກ ແລະ ບ້ານ ນ້ຳໄຕ ຫ່າງຈາກເທດສະບານເມືອງ 32km ແລະ ມີເສັ້ນທາງອອກສູ່ ປະເທດ ສສ ຫວຽວນາມ ເປັນບ້ານເຜົ່າມົ່ງ 100%, ປະກອບມີ 189 ຄອບຄົວ, ປະຊາຊົນເຂດນີ້ມີຄວາມດຸໝັ້ນຂະຫຍັນພຽງໃນການປູກຝັງ-ລ້ຽງສັດ,  ເຊີ່ງແຕ່ລະປີສາມາດມີເຂົ້າກຸ້ມກີນ, ມີສ່ວນແຮ່ໄວ້, ມີເງີນສົ່ງເສີມລູກໄດ້ເຂົ້າໂຮງຮຽນ

ທັງສອງບ້ານຍັງໄດ້ຜ່ານການປະເມີນຂອງຄະນະຮັບຜິດຊອບ ຕາມ 6 ມາດຖານເງື່ອນໄຂ ທີ່ກະຊວງປ້ອງກັນປະເທດວາງອອກ  ເຫັນວ່າ ທັງສອງບ້ານ  ສາມາດສ້າງເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ ດັ່ງນັ້ນຈີ່ງປະກາດເປັນບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການ ເຊີ່ງເປັນບ້ານທີ 20 – 21 ຂອງເມືອງຊຳໃຕ້ ແລະ ເປັນບ້ານທີ 162-163 ຂອງແຂວງຫົວພັນ…ອ່ານຕໍ່

ກອງຮ້ອຍເອກະລາດ 154 ສຳເລັດການຍິງລູກປືນແທ້ໃຫ້ທະຫານໃໝ່

ຄະນະພັກ-ຄະນະບັນຊາ ກອງຮ້ອຍເອກະລາດ154 (ເຄມີສາດ) ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງຍິງລູກປືນແທ້ໃຫ້ທະຫານໃໝ່, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 4

ເຊິ່ງແຕ່ລະສະຫາຍມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ປະຕິບັດຕາມຄຳສັ່ງຜູ້ບັນຊາຢ່າງເຂັ້ມງວດ ແລະ ສາມາດກຳໄດ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສາມາດຕີລາຄາຂັ້ນເກັ່ງ 28 ສະຫາຍ ເທົ່າກັບ 44 %, ຂັ້ນດີ 24 ສະຫາຍ ເທົ່າກັບ 40 %, ຄາດໝາຍ 8 ສະຫາຍ ເທົ່າກັບ 16 %…ອ່ານຕໍ່

ຊາວນາເມືອງອຸທຸມພອນປັກດໍາເຂົ້ານາປີໄດ້ແລ້ວ 70%

ທົ່ວເມືອງມີເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 17.605 ເຮັກຕາ,ຕົກກ້າ ແລະ ໄຖຮຸດນາສໍາເລັດຕາມແຜນການ,ໂດຍໄດ້ນໍາໃຊ້ແນວພັນເຂົ້າທັງໝົດ 1.056 ກ່ວາໂຕນ

ແນວພັນເຂົ້າທີ່ຊາວນາມັກໃຊ້ຫຼາຍກວ່າໝູ່ ກໍ່ແມ່ນ ແນວພັນເຂົ້າທ່າສະໂນ 11,ທ່າສະໂນ 7,ທ່າດອກຄໍາ 8 ແລະ ທ່າດອກຄໍາ 11 ເຊິ່ງການປັກດໍາເຂົ້ານາປີຊັກຊ້າກໍ່ຍ້ອນສະພາບດິນຟ້າອາກາດມີການປ່ຽນແປງ,ຝົນຕົກບໍ່ຖືກຕ້ອງຕາມລະດູການ ເກີດແຫ້ງແລ້ງໃນຊ່ວງໄລຍະຂອງການປັກດໍາ ຈິ່ງເຮັດໃຫ້ຊາວນາຢຸດການປັກດໍາ…ອ່ານຕໍ່

ໂຮງໝໍບໍລິເວນ 109 ກອງທັບ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ

ທີ່ສະໂມສອນ ໂຮງໝໍບໍລິເວນ 109 ກອງທັບ ໄດ້ຈັດຕັ້ງພິທີປະກາດຊັ້ນໃຫ້ນາຍ ແລະ ພົນທະຫານ ຈຳນວນ 11 ສະຫາຍ, ທີ່ໄດ້ຮັບການເລື່ອນຂັ້ນຄື: ຊັ້ນວາທີ ຂື້ນ ຊັ້ນຮ້ອຍຕີ 2 ສະຫາຍ, ຊັ້ນ ຮ້ອຍຕີ ຂື້ນ ຊັ້ນຮ້ອຍໂທ 2 ສະຫາຍ,  ຊັ້ນຮ້ອຍໂທ ຂື້ນ ຊັ້ນຮ້ອຍເອກ 7 ສະຫາຍ

ພ້ອມດຽວກັນນີ້ ຮອ ໄຊສົງຄາມ  ລິດທິເດດ ຕາງໜ້າໃຫ້ບັນດາອ້າຍນ້ອງທີ່ໄດ້ຮັບຊັ້ນໃໝ່ກໍ່ໄດ້ ຂື້ນຮັບຄຳໂອວາດຕັກເຕືອນຈາກປະທານ ແລະ ໃຫ້ຄຳປະຕິຍານ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...