ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 6 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໃຫ້ຮູ້ວ່າ:

ຄະນະກໍາມະການຕ້ານໄພພິບັດຂັ້ນເມືອງລົງມອບເຄື່ອງຊ່ວຍເຫຼືອ 2 ບ້ານເມືອງຈໍາພອນ ແຂວງສະຫວັນນະເຂດ

ທາງຄະນະກໍາມະການຕ້ານໄພພິບັດເມືອງຈໍາພອນໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ຖືກອັກຄີໄພ ໄຟໄໝ້ເຮືອນ ແລະ ຖືກລົມພາຍຸພັດຢູ່ທີ່ ບ້ານຄໍາສີດາ ແລະ ຕານສຸມ

ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວ ນາງ ຝາງ ອາຍຸ 68 ປີ ບ້ານ ຄໍາສີດາ ທີ່ຂື້ນກັບກຸ່ມບ້ານທີ 5 ຂອງເມືອງຈໍາພອນ ໄດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ ເຄື່ອງທີ່ນໍາມາຊ່ວຍເຫຼືອ ມີຫຼັກຕະປູພ້ອມດ້ວຍສັງກະສີ 60 ແຜ່ນ ແລະ ເຄື່ອງອຸປະໂພດ-ບໍລິໂພກຈໍານວນໜຶ່ງ…ອ່ານຕໍ່

ສອງພາກສ່ວນມອບເງິນຊຸກຍູ້ວຽກງານຂອງຄະນະບໍລິຫານງານຊາວໜຸ່ມແຂວງ

ຄະນະຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດໄດ້ມອບເງິນສົດ ຈໍານວນ 1 ລ້ານກີບ ໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາພື້ນຖານໂຄງລ່າງ

ໃນມື້ດຽວກັນນີ້ທາງບໍລິສັດລາວໂທລະຄົມສາຂາ ສະຫວັນນະເຂດໄດ້ ກໍ່ປະກອບສ່ວນດ້ານງົບປະມານ ເຂົ້າໃນແຜນການເຄື່ອນໄຫວໂຄສະນາໃຫ້ຄວາມຮູ້ກ່ຽວກັບວຽກງານຊາວໜຸ່ມ-ເຍົາວະຊົນທັນວາ ໃນທົ່ວແຂວງສະຫວັນນະເຂດ…ອ່ານຕໍ່

ປະຊາຊົນບ້ານໂນນສະຫວ່າງ ເມືອງຊົນນະບູລີ ອະນາໄມລວມເພື່ອທໍາລາຍແຫຼ່ງເພາະພັນຂອງຍຸງລາຍ

ເພື່ອເປັນການໂຕ້ຕອບ ແລະ ເຝົ້າລະວັງພະຍາດໄຂ້ຍຸງລາຍທີ່ມັກເກີດໃນຊ່ວງລະດູຝົນ ປະຊາຊົນບ້ານໂນນສະຫວ່າງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ສາມັກຄີກັນສ້າງຂະບວນການອະນາໄມລວມ ຕາມເສັ້ນທາງ ແລະອ້ອມຂ້າງຕະຫຼາດຂອງເມືອງ

ການສ້າງຂະບວນການອະນາໄມໃນຄັ້ງນີ້ ກໍ່ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍແຕ່ຫົວທີ ບໍ່ໃຫ້ມີການເກີດຫຼືແຜ່ລະບາດຂອງພະຍາດ ພ້ອມທັງປະຕິບັດຕາມທິດທາງແຜນການທີ່ຫ້ອງການສາທາລະນະສຸກເມືອງວາງອອກ…ອ່ານຕໍ່

ສສຊ ແລະ ສສຂ ເຄື່ອນໄຫວເຜີຍແຜ່ຜົນສໍາເລັດ ກອງປະຊຸມສະພາ 2 ເມືອງປະທຸມພອນ ແຂວງຈໍາປາສັກ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ)  ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II

ການລົງເຄື່ອນໄຫວຄັ້ງນີ້ກໍ່ເພື່ອເປັນການເຜີຍແຜ່ບັນດາມະຕິຮັບຮອງໃນກອງປະຊຸມຄັ້ງປະຖົມປະລຶກຂອງ ສສຊ ໃຫ້ພໍ່ແມ່ປະຊາຊົນໃນທົ່ວເມືອງຮັບຮູ້ ແລະ ເຂົ້າໃຈຕໍ່ກັບລະບົບກົງຈັກການຈັດຕັ້ງ,ສິດ ແລະ ໜ້າທີ່ຂອງ ສສຊ ແລະ ສສຂ ແລະ ທັງເປັນການພົບປະ,ຮັບຟັງ ແລະ ເກັບກໍາຄໍາຄິດເຫັນ,ຄໍາສະເໜີຂອງປະຊາຊົນ…ອ່ານຕໍ່

ສະຫຼຸບງານ 6 ເດືອນຕົ້ນປີ 2021 ແລະທິດທາງແຜນການ 6 ເດືອນທ້າຍປີ 2021 ເມືອງຄູນ ແຂວງຊຽງຂວາງ

ເມືອງຄູນມີໜ່ວຍພັກທັງໝົດ 132  ໜ່ວຍ, ມີສະມາຊິກພັກທັງໝົດ 2.127 ສະຫາຍ, ຍິງ 675 ສະຫາຍ ໃນໄລຍະທີ່ຜ່ານມາຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແຕ່ລະຂົງເຂດຂອງວຽກງານໃຫ້ໜັກແໜ້ນເຂັ້ມແຂງໃນຫຼາຍດ້ານ

ຍັງໄດ້ຊຸກຍູ້ການປູກເຂົ້າ ແລະ ລ້ຽງສັດໃຫຍ່ເປັນສີນຄ້າມີ 20 ກຸ່ມບ້ານກຸມຜະລິດກາເຟ, ການປູກສາລີຫວານ, ປູກຫຍ້າທອມສັດ ລວມເນື້ອທີ່ປູກທັງໝົດ 1.233 ເຮັກຕ້າ ທຽບໃສ່ແຜນການປີເທົ່າກັບ 95%…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...