ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 8 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ

ກອງບັນຊາການຕຳຫຼວດແຂວງກວາງບີ່ງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອອຸປະກອນການແພດ ແລະ ເງີນຈຳນວນໜຶ່ງ ມາມອບໃຫ້ກອງບັນນຊາການ ປກສ ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫຼືອ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂລກລະບາດໂຄວິດ-19

ໂດຍເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ : ຜ້າອັດປາກ 108 ກັບ, ເຄື່ອງວັດແທກອຸນນະພູມ 08 ອັນ, ຊຸດຄຸມການແພດ 23 ຊຸດ, ເຈວລ້າງມື 48 ກວດ, ຈັກພົ່ນຢາຂ້າເຊື້ອ 01 ເຄື່ອງ, ຜົງກໍລໍມີນB 10 ຖົງ ແລະ ເງີນກໍ່ສ້າງຫຼັກທຸງຈຳນວນໜື່ງ…ອ່ານຕໍ່

ເລັ່ງເກັບກຳຂໍ້ມູນກຽມສ້າງສື່ໂຄສະນາແຫຼ່ງທ່ອງທ່ຽວ ເພື່ອເປັນການຊຸກຍູ້ແຫຼ່ງທ່ອງທ່ຽວແຂວງສາລະວັນ

ເພື່ອເກັບກຳຂໍ້ມູນຄືນ ດ້ານປະຫວັດຄວາມເປັນມາ, ຈຸດລິເລີ່ມການສ້າງ, ການຄົ້ນພົບ, ການເຂົ້າເຖີງ, ສະພາບບັນຍາກາດການທ່ອງທ່ຽວໃນແຕ່ລະໄລຍະ, ເກັບກຳຮູບພາບ ການປັບປຸງ, ເພື່ອສ້າງເປັນສື່ໂຄສະນາການທ່ອງທ່ຽວ ເປັນຕົ້ນ: ປື້ມ, ແຜ່ນພັບ, ບົວຊົວ, ປ້າຍໂຄສະນາແຫຼ່ງທ່ອງທ່ຽວ, ຜ່ານສື່ມວນຊົນແຂວງ ແລະ ສູນກາງ ແນໃສ່ດຶງດູດນັກທ່ອງທ່ຽວ

ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງສາລະວັນ ເຜີຍແຜ່ຂໍ້ມູນຂ່າວສານແຫຼ່ງທ່ອງທ່ຽວຕ່າງໆ ທີ່ສຳຄັນ ແລະ ໂດດເດັ່ນໃນແຕ່ລະແຫ່ງ ດ້ວຍຫຼາຍຮູບຫຼາຍສີສັນ ເພື່ອເຮັດໃຫ້ນັກທ່ອງທ່ຽວເຂົ້າເຖີງດ້ານຂໍ້ມູນເບື້ອງຕົ້ນໃນການທ່ອງທ່ຽວ ເຊັ່ນ: ຈຸດທີ່ຕັ້ງ, ໄລຍະທາງການເຂົ້າເຖີງ, ດ້ານປະຫວັດຄວາມເປັນມາ…ອ່ານຕໍ່

ປະຊາຊົນ ບ້ານໃຫ່ຍປາກທາ ຄຸ້ມ 4 ຫ້ວຍຄີວ ເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່

ເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງສະພາບວຽກງານວັດທະນະທຳໃນໄລຍະໃໝ່, ທັດສະນະພື້ນຖານຂອງພັກ, ທິດທາງລວມ, ຄາດໝາຍສູ້ຊົນ ແລະໜ້າທີ່ຕົ້ນຕໍຂອງວຽກງານວັດທະນະທຳ ໃນຊຸມປີຕໍ່ໍ່ໜ້າ

ຕັ້ງໜ້າແກ້ໄຂຂໍ້ຄົງຄ້າງບັນຫາຫຍໍ້ທໍ້ ຂົງເຂດວັດທະນະທຳໃຫ້ຫຼຸດໜ້ອຍຖ້ອຍລົງ, ສູ້ຊົນເຮັດໃຫ້ທົ່ວປວງຊົນລາວ,ມີຄວາມຮັບຮູ້ເຊື່ອມຊືມແນວທາງ ແຜນນະໂຍບາຍຂອງພັກກົດໝາຍຂອງລັດກ່ຽວກັບວຽກງານວັດທະນະທຳຢ່າງເລິກເຊິ່ງ…ອ່ານຕໍ່

ຊາວນາຊາວກະສິກອນທົ່ວເມືອງຊົນນະບູລີ ລົງມືຜະລິດເຂົ້ານາປີສຳເລັດແລ້ວ 69%

ທ່ານ ຄໍາສຸກ ອິນທະວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ລາຍງານວ່າ ປະຈຸບັນສາມາດປະຕິບັດໄດ້ 11.207,7 ເຮັກຕາ ເທົ່າກັບ 69%, ນາຫວ່ານປະຕິບັດໄດ້ 8.055 ເຮັກ ນາຢອດປະຕິບັດໄດ້ 513 ເຮັກຕາ ເທົ່າກັບ 100% ແລະນາດໍາສາມາດປະຕິບັດໄດ້ແລ້ວ 2.639,7 ເຮັກຕາ ເທົ່າກັບ 35%

ການຜະລິດເຂົ້ານາປີຂອງຊາວກະສິກອນສ່ວນໃຫຍ່ແມ່ນອີງໃສທໍາມະຊາດ ຈິ່ງໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ໄພນ້ຳຖ້ວມເຮັດໃຫ້ການຜະລິດເຂົ້ານາປີມີຜົນເສຍຫາຍເປັນສ່ວນຫຼາຍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...