TENCENT ກຽມໃຊ້ລະບົບສະແກນໃບໜ້າ ເພື່ອກຳນົດເວລາຫຼິ້ນເກມຂອງເຍົາວະຊົນ

Tencent ກຽມໃຊ້ລະບົບ “Midnight Patrol” ເຕັກໂນໂລຢີ ລະບຸຕົວຕົນດ້ວຍໃບໜ້າ ສຳລັບເອົາໄວ້ກວດສອບວ່າຜູ້ເລ່ນຄົນນັ້ນເປັນເຍົາວະຊົນຫຼືບໍ່ ເຊິ່ງຜູ້ຫຼິ້ນທຸກຄົນຕ້ອງໄດ້ສະແກນໃບໜ້າກ່ອນເຂົ້າຫຼິ້ນເກມ

ສາເຫດມາຈາກລັດຖະບານຈີນອອກແຈ້ງການໃຫ້ເລີ່ມຄວບຄຸມການຫຼິ້ນເກມໃນປະເທດຫຼາຍຂຶ້ນ ເຊິ່ງໄດ້ອອກຂໍ້ຫ້າມ ເຊິ່ງຖ້າຜູ່ມີອາຍຸຕໍ່າກ່ວາ 18 ປີ ແມ່ນຈະບໍ່ສາມາດຫຼິ້ນໄດ້ຖ້າກາຍ 22:00 PM ແລະຈະເຂົ້າຫຼິ້ນບໍ່ໄດ້ອີກຖ້າຍັງບໍ່ຮອດ 8:00 AM

ປັດຈຸບັນ ລະບົບນີ້ກຳລັງຖືກນຳໃຊ້ໃນລະບົບເກມຂອງ Tencent ຫຼາຍກວ່າ 60 ເກມ  ເຊິ່ງທາງການຈີນໄດ້ໃຫ້ຮູ້ຕື່ມວ່າ “ທັງໝົດນີ້ເພື່ອຄວບຄຸມບັນຫາເດັກຕິດເກມໃນຈີນ”

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.