ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 15 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ລາວ ກຽມພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ໃຫຍ່ທີ່ສຸດໃນໂລກ

ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າຝຣັ່ງ (EDF) ໄດູ້ຮ່ວມລົງນາມໃນສັນຍາວ່າດ້ວຍການພັດທະນາໂຄງການ (PDA) ພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ຢູ່ແຂວງຄໍາມ່ວນ

ໂຄງການດັ່ງກ່າວເປັນໂຄງການທີ່ໃຫຍ່ທີ່ສຸດໃນໂລກ ການຕິດຕັັ້ງພະລັງງານໄຟຟ້າແບບປະສົມປະສານ ຈະສາມາດຜະລິດພະລັງງານໄຟຟ້າຈາກແສງຕາເວັນ ໄປຄຽງຄູ່ກັບການຜະລິດໄຟຟ້າພະລັງງານນໍ້າຕົກ, ມີຈຸດປະສົງເພື່ອຮັກສານໍ້າໄວ້ເມື່ອມີແສງຕາເວັນ ໂດຍລະບົບຜະລິດໄຟຟ້າພະລັງງານນໍ້າຈະນໍາໃຊ້ນໍ້າໜ້ອຍລົງ ໂດຍຈະນໍາໃຊ້ພະລັງງານແສງຕາເວັນແທນ…ອ່ານຕໍ່

ສສ ຫວຽດນາມ ມອບອຸປະກອນການແພດ ປ້ອງກັນພະຍາດໂຄວິດ-19 ໃຫ້ ປກສ ແຂວງສະຫວັນນະເຂດ

ກອງບັນຊາການ ຕຳຫຼວດແຂວງກວາງບິ່ງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ນໍາເອົາອຸປະກອນການແພດ ມາມອບໃນຄັ້ງນີ້ມີ ຜ້າອັດປາກ ຈໍານວນ 150 ກັບ, ຈັກພົ່ນຢາຂ້າເຊື້ອ 1 ໜ່ວຍ, ຊຸດໃຊ້ສຳລັບປ້ອງກັນພະຍາດໂຄວິດ-19 ຈຳນວນ 25 ຊຸດ, ຜົງຢາຂ້າເຊື້ອ ຈຳນວນ 10 ຖົງ, ເຈວລ້າງມື້  36 ຕຸກ ແລະ ເຄື່ອງວັດແທກອຸນຫະພູມ ຈຳນວນ 8 ອັນ

ໃນໂອກາດດັ່ງກ່າວ ທ່ານ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄໍາຂອບໃຈມາຍັງ ຄະນະການນຳກອງບັນຊາການ ຕຳຫຼວດແຂວງກວາງບິ່ງ ກໍ່ຄືຜູ້ນຳພັກ-ລັດ ແຫ່ງ ສສ ຫວຽດນາມທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້…ອ່ານຕໍ່

ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ 19

ເພື່ອເປັນການຮອງຮັບດ້ານສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ 19 ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນສູນປິ່ນປົວ

ຈຶ່ງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍໄດ້ກຳນົດເອົາ ບໍລິສັດອາເດີລານ ລາວຈຳກັດ ເປັນໂຮງໝໍສຳລັບປິ່ນປົວຜູ້ ເຊິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກວ້າງ ຫ່າງໄກຈາກຊຸມຊົນ ແລະ ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 1.000 ຄົນ…ອ່ານຕໍ່

ເຈົ້ານະຄອນໄກສອນພົມວິຫານ ເຂັ້ມງວດກວດກາ 5 ບ້ານປ້ອງກັນບໍ່ໃຫ້ມີຄົນລັກລ້ອມຂ້າມມາ

ທ່ານ ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ເນັ້ນໜັກອ້າຍນ້ອງທະຫານຊາຍແດນ ແລະ ເລຂາພັກບ້ານ-ນາຍບ້ານເອົາໃຈໃສ່ຄຸ້ມຄອງເຮືອຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດໃນຈໍານວນ 5 ບ້ານຄື: ບ້ານ ໂພນສະຫວັນ, ບ້ານ ດອນເຊັງ, ບ້ານ ສົ້ມປ່ອຍ,ບ້ານຫ້ວຍໄຜ່ ແລະ ບ້ານຜັກຂະ

ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າມາໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພາະອາດຈະສ່ຽງໃນການນໍາເຊື້ອພະຍາດໂຄວິດ-19 ມາສູ່ປະຊາຊົນພາຍໃນໂດຍແມ່ນກໍາລັງທະຫານຊາຍແດນປະຈໍາແຕ່ລະຈຸດ…ອ່ານຕໍ່

ທ່ານ ໄຊສົມພອນ ພົມວິຫານ ມອບຕຽງນອນຄົນເຈັບ 16 ໜ່ວຍໃຫ້ກັບແຂວງຈໍາປາສັກ

ປັດຈຸບັນແຂວງຈຳປາສັກໄດ້ມີແຮງງານລາວກັບມາຈາກປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍເປັນຈຳນວນຫລາຍ ແລະໄດ້ມີການຈໍາກັດບໍລິເວນຕົນເອງຢູ່ສູນກັກກັນທີ່ທາງຄະນະສະເພາະກິດແຂວງກຳນົດໄວ້ພ້ອມດຽວກັນນັ້ນກໍໄດ້ມີຜູ້ຕິດເຊື່ອເພີ່ມຂຶ້ນຫລາຍ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກໍ່ໄດ້ລົງມອບ ຕຽງນອນຮອງຮັບຄົນເຈັບ ຈໍານວນ 16 ໜ່ວຍ ຊຸກຍູ້ປະກອບສ່ວນເຂົ້າໃນ ວຽກງານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ…ອ່ານຕໍ່

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,