ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 20 ກໍລະກົດ 2021 |ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງອຸດົມໄຊ ໃນ 6 ເດືອນຕົ້ນປີ 2021 ປະຕິບັດລາຍຮັບ ໄດ້ບໍ່ເຖິງເປົ້າໝາຍ ໄດ້ພຽງ 35.46%

ຕາມການຄາດຄະເນ 6 ເດືອນຕົ້ນປີວາງທິດທາງໃຫ້ເຫັນວ່າ: ດ້ານລາຍຮັບໄດ້ 142,20 ຕື້ກີບ ເທົ່າກັບ 35,46% ແຜນການປີ, ດ້ານລາຍຈ່າຍທັງໝົດແມ່ນ 387,82 ຕື້ກີບທຽບໃສ່ແຜນການປີ ເທົ່າກັບ 41,08%, ດ້ານຄວາມດູ່ນດ່ຽງ ປະຕິບັດ 06 ເດືອນຕົ້ນປີໄດ້ທັງໝົດ 135,75 ຕື້ກີບ ເທົ່າກັບ 53,81% ຂອງແຜນການປີ

ສຳລັບທິດທາງປະຕິບັດ ໃນ 06 ເດືອນທ້າຍປີ ແມ່ນຈະສຸມໃສ່ທຸກກໍາລັງແຮງ ປະຕິບັດມາດຕະການຕ່າງໆ ເພື່ອຈັດເກັບລາຍຮັບໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ຕາມຄວາມສາມາດຕົວຈິງ…ອ່ານຕໍ່

ປະຊາຊົນ 10 ບ້ານພາຍໃນກຸ່ມເມືອງຮຶບເມືອງໂພນທອງ ໄດ້ຮັບອຸປະກອນສ້ອມແປງທາງ

ການນຳເມືອງໂພນທອງ ໄດ້ມອບອຸປະກອນສ້ອມແປງທາງໃຫ້ອົງການປົກຄອງ ແລະປະຊາຊົນ 10 ບ້ານພາຍໃນກຸ່ມເມືອງຮຶບ ເຊິ່ງມີ ຈົກ 52 ອັນ, ຊວ້ານ 43 ອັນ, ເຫລັກເຂົາຄວາຍ 28 ອັນ, ຄາດ 15 ຄັນ, ລໍ້ 10 ອັນຜ້າອັດປາກ 20 ກັບ ແລະເຄືອງນຸງຮົມ ອີກຈຳນວນໜຶ່ງ

ເຊິ່ງທັງໝົດໄດ້ກ່າວມອບອຸປະກອນໃຫ້ກັບອົງການປົກຄອງ ແລະປະຊາຊົນ 10 ບ້ານພາຍໃນກຸ່ມເມືອງຮຶບ ເພື່ອນຳໃຊ້ເຂົ້າໃນການສ້ອມທາງ ບອນທີ່ເປ່ເພ, ລວມທັງ ຮ່ອງລະບາຍນໍ້າ, ຕາມຂອບເຂດຄວາມຮັບຜິດຊອບຂອງບ້ານ…ອ່ານຕໍ່

ການນຳເມືອງຈຳປາສັກ ຮ່ວມໃຈກັນລະລືກເຖິງວັນສຳຄັນ ວັນອະນຸລັກສັດນຳ້-ສັດປ່າ ວັນປ່ອຍປາແຫ່ງຊາດ

ທ່ານ ຄຳພວງ​ ແສງອາລຸນ​ ຮອງເຈົ້າເມືອງໆຈຳປາສັກ, ກໍ​ໄດ້​ຂື້ນຜ່ານອ່ານເອກະສານປະຫັວດຄວາມເປັນມາຂອງວັນອະນຸລັກສັດນຳ້ -​ສັດປ່າ ແລະ ປ່ອຍປາ ຂອງຊາດ,​ ກໍ່ຄືຢູ່ເມືອງຈຳປາສັກ

ເຊິ່ງຈຳນວນລູກປາທີ່ນຳເອົາມາປ່ອຍໃນມື້ນີ້ມີຈຳນວນທັງໝົດມີ 10.000 ໂຕ,​ ໃນນັ້ນມີປາປາກ 7,000 ໂຕ ແລະ ປາກິນຫຍ້າ 3,000 ໂຕ,​ທີ່ໄດ້ນຳມາປ່ອຍລົງສູ່ແມ່ນຳ້ຂອງ ເພື່ອໃຫ້ປາທີ່ນຳມາປ່ອຍຄືນສູ່ທຳມະຊາດ…ອ່ານຕໍ່

ເມືອງໄຊ ແຂວງອຸດົມໄຊ ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ

ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານກະລົວະ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານນ້ຳປະ ເມືອງໄຊ, ແຂວງ ອຸດົມໄຊ ລະຫວ່າງເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ

ທັງສອງໂຄງການ ເປັນອາຄານຊັ້ນດຽວ ມີຂະໜາດ ກວ້າງ 8 ແມັດ, ຍາວ 21 ແມັດ ປະກອບມີ ຫ້ອງນ້ຳ 2 ຫຼັງ, ຫຼັງລະ 2 ຫ້ອງ ແລະ ເຟີນີເຈີຄົບຊຸດ ໂດຍຈະໃຊ້ເວລາການກໍ່ສ້າງທັງໝົດ 180 ວັນ ເຊິ່ງຈະເລີ່ມແຕ່ເດືອນກໍລະກົດນີ້ເປັນຕົ້ນໄປ ລວມມູນຄ່າການກໍ່ສ້າງທັງສອງໂຄງການທັງໝົດ 544 ລ້ານກີບ…ອ່ານຕໍ່

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.