ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 29 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຮງງານລາວທີ່ກັບມາຈາກຕ່າງປະເທດ ຕ້ອງໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຢ່າງເຂັ້ມງວດ

ໃນປັດຈຸບັນເຖິງແມ່ນວ່າ ສປປ ລາວ ພວກເຮົາຈະມີ​ໂຕເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສູງ ຖ້າ​ທຽບ​ໃສ່​ໄລ​ຍະ​ຜ່ານ​ມາ ແຕ່​ຜູ້​ຕິດ​ເຊື້ອ​ເກືອບ​ທັງ​ໝົດແມ່ນ​ນຳ​ເຂົ້າ

ເພື່ອເຮັດແນວໃດບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜ່ອອກໄປສູ່ວົງກວ້າງ ທຸກຄົນຕ້ອງໃຫ້ຄວາມຮ່ວມໄມ້ຮ່ວມມືກັບທາງເຈົ້າໜ້າທີ່ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ ແລະເບິ່ງບໍ່ໃຫ້ມີການລັກລອບເຂົ້າມາແບບບໍ່ຖືກຕ້ອງ…ອ່ານຕໍ່

ຖວທ ແຂວງໄຊສົມບູນ ເຜີຍແຜ່ກົດໝາຍວ່າດ້ວຍປ້າຍ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍປ້າຍ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານ ຂອງທ່ານ ຕົ່ງມົວ ຊົວໂກ້

ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນໃນລະບຽບກົດໝາຍວ່າດ້ວຍປ້າຍ ທີ່ຖືກຕາມຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາປ້າຍ ໂດຍສະເພາະແມ່ນພາກສ່ວນຕ່າງໆ ທີ່ຕິດຕັ້ງປ້າຍຍັງບໍ່ໄດ້ຕາມລະບຽບຫຼັກການ…ອ່ານຕໍ່

ແຂວງຈຳປາສັກ ໄດ້ຮັບວັກຊີນຈອນສັນແອນຈອນສັນ ຈາກສູກກາງ ຈຳນວນ 123.100 ໂດສ

ແຂວງຈຳປາສັກ ກໍ່ເປັນແຂວງໜື່ງທີ່ມີແຮງງານຈຳນວນຫລາຍເຂົາມາຜ່ານດ່ານສາກົນຂອງແຂວງ ເຊິ່ງກໍ່ໄດ້ມີການເຂັ້ມງວດໃນການກວດກາຄົນເຂົ້າ-ອອກເມືອງ ແລະ ເພີ່ມທະວີການກວດກາລາດຕະເວນຕາມຊາຍແດນ

ປະຈຸບັນທາງແຂວງຈຳປາສັກໄດ້ຮັບວັກຊີນຈອນສັນ ແອນ ຈອນສັນ ຈາກສູນກາງ ຈຳນວນ 123,100 ໂດສ ແລະ ໄດ້ກະຈາຍຂົນສົ່ງວັກຊີນໄປຍັງກຸ່ມເປົ້າໝາຍ…ອ່ານຕໍ່

ປະກາດນຳໃຊ້ວັງສະຫງວນ 2 ບ້ານ ຂອງເມືອງຈຳພອນ ແຂວງສະຫວັນນະເຂດ

ເມືອງ ຈຳພອນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືຶອງຈຳພອນວ່າດ້ວຍການອະນຸມັດໃຫ້ບ້ານດອນແຍງສ້າງຕັ້ງວັງສະຫງວນຂື້ນ (ອ່າງສຸຍ)ໃນເຂດຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຂອງບ້ານ ແລະ ອະນຸມັດໃຫ້ບ້ານ ຫົວເມືອງ ສ້າງຕັ້ງວັງສະຫງວນ (ອ່າງບັກ)

ໃນເຂດຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຂອງບ້ານໃນການສ້າງຕັ້ງວັງສະຫງວນຂື້ນກໍ່ເພື່ອຮັກສາຊີວະນາໆພັນອະນຸລັກປາ,ສັດນ້ຳແລະສັດປີກ (ນົກ), ເປັນບ່ອນອອກແມ່ແຜ່ພັນລູກສັດນ້ຳ,ປາ, ເພື່ອເປັນການສ້າງລາຍຮັບຈາກການຫາປາຢູ່ນອກເຂດວັງສະຫງວນ ແລະ ເພື່ອເປັນແຫລ່ງທ່ອງທ່ຽວທາງທຳມະຊາດໃນອານາຄົດ…ອ່ານຕໍ່

ແຂວງສາລະວັນ ປິ່ນປົວຜູ້ຕິດໂຄວິດ-19 ຫາຍດີຕື່ມອີກ 3 ຄົນ

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງສາລະວັນ ຈໍານວນ 3 ຄົນ ໄດ້ຮັບການປີ່ນປົວຫາຍດີ ແລະ ຈັດສົ່ງກັບບ້ານແລ້ວ ເຊິ່ງແມ່ນກໍລະນີແຮງງານນໍາເຂົ້າ ທີ່ໄດ້ກວດພົບເຊື້ອໃນວັນທີ 15 ກໍລະກົດ 2021 ແລະ ເຂົ້າຮັບການປິ່ນປົວ

ທີມງານແພດໝໍ, ພະຍາບານ ເອົາໃຈໃສ່ປີ່ນປົວ ແລະ ຕິດຕາມອາການຢ່າງເປັນປົກກະຕິ ເຮັດໃຫ້ອາການຂອງຜູ້ກ່ຽວດີຂຶ້ນ, ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຈໍານວນຫຼາຍຄັ້ງ ບໍ່ພົບເຊື້ອ ແລະ ບໍ່ມີອາການຕ່າງໆສະແດງ, ໂຮງໝໍແຂວງສາລະວັນ ຈິ່ງໄດ້ຢັ້ງຢືນ ແລະ ຈັດສົ່ງກັບບ້ານຢ່າງເປັນທາງການ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...