ທັກສະໄອທີ ທີ່ມີໄວ້ຕິດໂຕແລ້ວການງານຈະດີຂຶ້ນ

ໃນຍຸກຂອງດິຈິຕອນ ການທີ່ຮູ້ເລື່ອງຂອງເຕັກໂນໂລຍີມັນບໍ່ແມ່ນຄວາມພິເສດ ແຕ່ມັນແມ່ນສິ່ງຈຳເປັນທີ່ທຸກຄົນຈະຕ້ອງມີ ເພາະບໍ່ວ່າຈະເປັນເລື່ອງງ່າຍໆເຊັ່ນ: ພິມ, ຂຽນ ເຮັດບົດລາຍງານເພື່ອສະເໜີງານ ສິ່ງເຫຼົ່ງນີ້ຖືເປັນສິ່ງສຳຄັນຫຼາຍ ເຊິ່ງເຮົາຈະມາແນະນຳບາງທັກສະທີ່ຄວນມີໄວ້

ທັກສະການໃຊ້ Excel ແລະ Google Sheets

ການເກັບບັນຊີສະໄໝນີ້ບໍ່ຈຳເປັນຕ້ອງຂີດຕາຕະລາງ ຫຼືຂຽນອີກຕໍ່ໄປ ເພາະປັດຈຸບັນເຮົາມີໂປແກຣມ Microsoft Excel ແລະ Google Sheets ທີ່ສາມາດນຳໃຊ້ເພື່ອເຮັດບັນຊີການເງິນ, ເກັບກຳຂໍ້ມູນເບີໂທ ແລະລວມໄປເຖິງການສ້າງຕາຕະລາງບົດຮຽນຕ່າງໆ ເຊິ່ງມີຄວາມງ່າຍໃນການໃຊ້ງານ ແລະງ່າຍຕໍ່ການຮັກສາຂໍ້ມູນໃຫ້ມີຄວາມປອດໄພ

ທັກການນຳສະເໜີ

ການນຳສະເໜີໃນສະໄໝນີ້ເອງ ສ່ວນໃຫຍ່ກໍ່ຕ້ອງການງານທີ່ເປັນແບບສະບາຍສະບາຍ, ຈັດວາງເປັນລະບຽບ ບໍ່ວ່າຈະເປັນການນຳສະເໜີງົບປະມານການເງິນ ຫຼືການນຳສະເໜີແຜນການຕະຫຼາດ-ແຜນການຊື້ຂາຍເປັນຕົ້ນ, ການທີ່ບໍລິສັດມີບຸກຄົນທີ່ສາມາດອອກແບບສິ່ງເຫຼົ່ານີ້ ໂດຍການໃຊ້ໂປແກຣມເຊັ່ນ Microsoft Office ຫຼື Google Suite ຈຶ່ງເປັນຜົນດີກັບບໍລິສັດ ແລະຈະເຮັດໃຫ້ຜົນງານທີ່ນຳສະເໜີມີຄວາມໂດດເດັ່ນ

ທັກສະການພິມເອກະສານໃຫ້ໄວດ້ວຍຄອມພິວເຕີ

ສິ່ງນີ້ຈະເປັນໜຶ່ງໃນມາດຕະຖານການເຮັດວຽກໃນສະໄໝນີ້ ເນື່ອງຈາກວ່າງານສ່ວນໃຫຍ່ແມ່ນພິມໃນຄອມພິວເຕີ ເຊິ່ງຜູ້ຄົນສ່ວນຫຼາຍມັກໃຊ້ Microsoft Word ຫຼື MacOS pages ນັ້ນແມ່ນສິ່ງທີ່ຄວນມີ ແລະຄວນໃຊ້ໃຫ້ເປັນເຊັ່ນ ການປ່ຽນຕົວໜັງສື, ຈັດໜ້າເຈ້ຍ, ຕົວອັກສອນໜາ ຫຼືສ້າງສາລະບານ

ທັກສະໃຊ້ທາງລັດເທິງຄີບອດ

ຖ້າຮູ້ຈັກໃຊ້ທາງລັດເທິງຄີບອດ ກໍ່ຈະສາມາດຫຼຸດເວລາໃນການເຮັດສິ່ງຕ່າງໆໄດ້ຫຼາຍເຕີບ ຈະເຮັດໃຫ້ການເຮັດວຽກດີຂຶ້ນແລະໄວຂຶ້ນ ເຊິ່ງໃນໂປແກຣມສ່ວນໃຫຍ່ອາດຈະມີການໃຊ້ທາງລັດທີ່ຄ້າຍໆກັນເຊັ່ນ Ctrl+c ຄັດລອກ, Ctrl+V ການວາງ, Ctrl+z ການຍ້ອນກັບ

ທັກສະເລົ່ານີ້ຈະເປັນສິ່ງທີ່ເຮັດໃຫ້ການຫາວຽກ ຫຼືການເຮັດວຽກງານດີຂຶ້ນ ເປັນທັກສະໄອທີທີ່ທຸກຄົນຄວນຈະຕ້ອງມີຕິດໂຕເອົາໄວ້ໃຊ້ໃນວຽກງານ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...