ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 4 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ການນຳເມືອງຄົງເຊໂດນ ລົງຊຸກຍູ້ຕິດຕາມການເຝົ້າລະວັງພະຍາດໂຄວິດ-19 ຢູ່ສູນຈຳກັດບໍລິເວນ

ທ່ານ ປອ ສະໄໝ ໂພທິສານ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄົງເຊໂດນ ພ້ອມດ້ວຍຫົວໜ້າ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ໃຫ້ຂວັນກໍາລັງໃຈແກ່ອ້າຍນ້ອງທີ່ປະຕິບັດໜ້າທີ່ໃນການເວນຍາມ ເພື່ອເຝົ້າລະວັງພະຍາດໂຄວິດ – 19

ພ້ອມທັງລົງ ຕິດຕາມຢ່າງໄກ້ຊິດ ເພື່ອເຫັນສະພາບການຕົວຈິງ ແລະ ເຫັນໄດ້ເຖິງຄວາມເປັນຫວ່ງ ເປັນໄຍ, ທ່ານຍັງໄດ້ນຳເອົາ ໝີ, ນໍ້າດື່ມ, ຜ້າປິດປາກ – ດັງ ແລະ ເຈວລ້າງມື ພ້ອມດ້ວຍເງີນສົດຈໍານວນໜຶ່ງມອບໃຫ້ສູນດັ່ງກ່າວ…ອ່ານຕໍ່

ປັດຈຸບັນ ແຂວງສາລະວັນ ຮັບວັກຊີນໄປແລ້ວ 1 ແສນກວ່າໂດສ

ທ່ານ ບຸນກອງ ໄຊສົມບັດ ຫົວໜ້າຂະແໜງອະນາໄມ ແລະສົ່ງເສີມສຸກຂະພາບ ພະແນກສາທາລະນະສຸກແຂວງສາລະວັນ ໄດ້ໃຫ້ຮູ້ວ່າ ແຂວງສາລະວັນໄດ້ຮັບວັກຊີນທັງໝົດ 128.000 ໂດຍ ປັດຈຸບັດກໍ່ສາມາກສັກເຂັມ 1 ໄດ້ 39.129 ໂດສ

ໃນໄລຍະວັນທີ 2 – 13 ສິງຫາ 2021 ນີ້ ກໍ່ໄດ້ມີການດຳເນີນການສັກວັດຊີນຈອນສັນແອນຈອນສັນໃຫ້ກັບປະຊາຊົນ ແຂວງລະວັນຢ່າງຕັ້ງໜ້າ ເພື່ອສ້າງພູມຄຸ້ມກັນ….ອ່ານຕໍ່

ການນຳເມືອງລະຄອນເພັງ ລົງຊ່ວຍເຫຼືອແຮງງານ ທີ່ຈໍາກັດບໍລິເວນ ຢູ່ສູນຈໍາກັກກັນ

ການນຳເມືອງລະຄອນເພັງ ໄດ້ນໍາເອົາອາຫານປະເພດໝີ, ນໍ້າດື່ມ ແລະຜ້າອັດປາກ-ດັງ ລົງມອບໃຫ້ແຮງງານທີ່ຈໍາກັດບໍລິເວນ ຢູ່ສູນຈໍາກັກກັນໂຮງຮຽນມັດທະຍົມຕອນຕົ້ນຫຼັກ 90

ເຊິ່ງໄດ້ສະແດງຄວາມຍ້ອງຍໍ ແລະຊົມເຊີຍແຮງງານຢູ່ສູນກັກກັນແຫ່ງນີ້ ທີ່ກັບມາບ້ານຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະຂໍໃຫ້ທຸກຄົນຕ້ອງອົດທົນ ເພື່ອຄວາມປອດໄພ…ອ່ານຕໍ່

ອົງການພຸດທະສາສະໜາສັມພັນລາວເມືອງເລົ່າງາມ ມອບເຄື່ອງຊ່ວຍເຫຼືອເຄື່ອງເມືອງເລົ່າງາມ

ອົງການພຸດທະສາສະໜາສັມພັນລາວເມືອງເລົ່າງາມ ໄດ້ນຳເອົາເຄື່ອງຊ່ວຍເຫລືອປະເພດເຄື່ອງບ່ອນນອນ, ປະກອບມີ ມຸ້ງ, ສາດ, ເສື່ອ, ຫມອນ, ຜ້າປູບອ່ນ ແລະ ຕຽງນອນ ມອບໃຫ້ຄະນະສະເພາະກິດປ້ອງກັນໂຄວິດ-19 ເມືອງເລົ່າງາມ

ສຳລັບເຄື່ອງຊວ່ຍເຫລືອດັ່ງກ່າວ ແມ່ນທາງເມືອງຈະນຳໄປມອບໃຫ້ແກ່ສູນກັກກັນແຮງງານ ທີ່ກັບມາຈາກຕ່າງປະເທດ ທີ່ເມືອງເລົ່າງາມ, ໂອກາດນີ້ເຈົ້າເມືອງໆ ເລົ່າງາມ ກໍໄດ້ສະແດງຄວາມຮູ້ບຸນຄຸນມາຍັງ ອພສ ເມືອງ, ທີ່ໄດ້ລະດົມວັດຖຸຕ່າງໆ ຈາກບັນດາວັດໃນທົ່ວເມືອງມາປະກອບສ່ວນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...