ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 5 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ລັດຖະບານສຸມແກ້ໄຂ 2 ບັນຫາ ດ້ານເສດຖະກິດການເງິນແລະບັນຫາຢາເສບຕິດ

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ວາ​ລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດໂດຍ​ຫຍໍ້ຕໍ່​ກອງ​ປະ​ຊຸມ​ສະ​ໄໝວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ IX

ໂດຍ​ມີ​ຈຸດ​ປະ​ສົງເພື່ອ​ສຸມ​ໃສ່​ແກ້​ໄຂ 2 ບັນ​ຫາ​ດັ່ງ​ກ່າວ​ໃຫ້​ຜ່ອນ​ຄາຍ​ລົງ​ຢ່າງ​ຈະ​ແຈ້ງ ດ້ວຍ​ການ​ປັບ​ປຸງ​ນະ​ໂຍ​ບາຍກໍ​ຄື​ກົນ​ໄກ​ຄຸ້ມ​ຄອງ​ໃນ​ບາງ​ດ້ານ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ ແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ຄວາມ​ສະ​ຫງົບ​ໃນ​ສັງ​ຄົມ…ອ່ານຕໍ່

ທະຫານ ລົງກວດກາພື້ນທີ່ຜົນກະທົບໄພນ້ຳຖ້ວມ 3 ຕົວເມືອງ

ອະນຸກຳມະການ ກອງພັນໃຫຍ່ 401 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ລົງເຄື່ອນໄຫວກວດກາພື້ນທີ່ຖືກຜົນກະທົບຈາກໄພພິນ້ຳຖ້ວມຕາມຂອບເຂດຮັບຜິດຊອບຂອງກົມກອງ

ພື້ນທີ່ຖືກຜົນກະທົບທາງໄພພິບັດນ້ຳຖ້ວມລວມມີ 3 ຕົວເມືອງຄື: ເມືອງໄຊບູລີ ແຂວງສະຫວັນນະເຂດ, ເມືອງເຊບັງໄຟ ແລະ ເມືອງໜອງບົກ ແຂວງຄຳມ່ວນ ໃນ 3 ຕົວເມືອງນີ້ແມ່ນຖືກຜົນກະທົບຈາກນ້ຳປ່າໄຫຼຫຼາກຈາກເຊບັ້ງໄຟທີ່ດັນຍູ້ຈາກແມ່ນ້ຳຂອງເຊີ່ງເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນຢ່າງໄວວາຈົນໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ…ອ່ານຕໍ່

ຈັບໄດ້ແລ້ວ! ຄົນລັກຕັດສາຍໄຟຟ້າ ຢູ່ອຸໂມງທາງດ່ວນ

ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍໄດ້ 3 ຄົນ ປະຊາຊົນບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວຽງຈັນ ມາທໍາການສຶບສວນ-ສອບສວນ ຍ້ອນການຕັດສາຍໄຟຟ້າ ຢູ່ອຸໂມງທາງດ່ວນ

ຜ່ານການສຶບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງໂພນໂຮງ ວ່າ: ທ້າວ ລຳພົງ, ທ້າວ ຕີໃຫຍ່ ແລະ ທ້າວ ອີນທະສອນ ແມ່ນເຈດຕະນາໃນການລັກຊັບ ປະເພດສາຍໄຟຢູ່ອຸມົງທາງດ່ວນຢ່າງແທ້ຈີງ ເຊີ່ງການກະທຳດັ່ງກ່າວນັ້ນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສີນຂອງລັດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມລະບຽບຮຽບຮ້ອຍ…ອ່ານຕໍ່

ເມືອງສະໜາມໄຊ ຖືເອົາການຜະລິດກະສິກໍາ ເປັນພື້ນຖານຂອງການສ້າງລາຍຮັບໃຫ້ປະຊາຊົນ

ທ່ານ ຄູນສະໄໝ ວຽງພະຈັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສະໜາມໄຊ ໃຫ້ຮູ້ຕື່ມວ່າ: ການແກ້ໄຂຄວາມທຸກຍາກຜ່ານມາຢູ່ເມືອງ ສະໜາມໄຊ ໄດ້ພົບບັນຫາຫຼາຍຢ່າງທີ່ເປັນສິ່ງທ້າທາຍໂດຍສະເພາະ ປະຊາຊົນຍັງຖືເບົາຕໍ່ການທໍາການຜະລິດ, ຂາດການນໍາໃຊ້ດ້ານເຕັກນິກ

ເມືອງສະໜາມໄຊ ແຂວງອັດຕະປື ຈຶ່ງໄດ້ກໍານົດເອົາວຽກງານກະສິກໍາ ແລະ ປ່າໄມ້ ເປັນບຸລິມະສິດອັນດັບໜຶ່ງ ເຂົ້າການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ດີຂື້ນເທື່ອລະກ້າວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...