ຄວາມສາມາດໃຫມ່ໃນ WhatsApp ສົ່ງຮູບໃຫ້ຄົນອື່ນເບິ່ງໄດ້ແຕ່ຄັ້ງດຽວ

WhatsApp ເປີດໃຊ້ງານໂໝດ View Once ທີ່ສົ່ງຮູບພາບ ຫຼືວີດີໂອໄປໃນຫ້ອງແຊັດ ໂດຍທີ່ຮູບຈະຫາຍໄປເອງຫຼັງຈາກທີ່ຜູ້ທີ່ເຮົາສົ່ງໃຫ້ເປີດເບິ່ງແລ້ວ ແລະບໍ່ເປືອງພື້ນທີ່ຈັດເກັບໃນເຄື່ອງ

ຮູບພາບທີ່ສົ່ງມາຈະບໍ່ບັນທຶກໃນ ຄັງຮູບພາບ, ບໍ່ສາມາດສົ່ງຕໍ່ ຫຼືບັນທຶກໄດ້, ຫາກວ່າບໍ່ເປີດເບິ່ງສາມາດເກັບໄວ້ໄດ້ເຖິງ 14 ວັນແລ້ວຈະຫາຍໄປເອງ ວິທີໃຊ້ແມ່ນກ່ອນຈະສົ່ງຮູບພາບ ຫຼືວີດີໂອໃຫ້ກົດ ເລກ 1 ເພື່ອໃຫ້ເປັນ View Once ແລ້ວຈຶ່ງສົ່ງ

ເພີ່ມຄວາມປອດໄພຫຼາຍຂຶ້ນ ທີ່ WhatsApp ສາມາດຮູບພາບທີ່ສົ່ງໄປສາມາດເບິ່ງໄດ້ຄັ້ງດຽວ ແຕ່ວ່າຄົນທີ່ເບິ່ງກໍ່ຍັງສາມາດແຄັບໜ້າຈໍໄປ ຫຼືອັດໜ້າຈໍໄວ້ໄດ້

ແນວໃດກໍ່ຕາມ, ຄວາມສາມາດໃຫມ່ແມ່ນຍັງເຮັດໄດ້ສະເພາະລະບົບແອນດອຍເທົ່ານັ້ນ, ສ່ວນລະບົບ IOS ແມ່ນຍັງບໍ່ເປີດໃຫ້ບໍລິການເທື່ອ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...