ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 6 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ລົງມອບເຄື່ອງຊ່ວຍເຫຼືອວຽກງານຕ້ານໂຄວິດ

ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ພ້ອມຄະນະໄດ້ນໍາເອົາ ນໍ້າດື່ມ ຈໍານວນ 200 ແພັກ, ຜ້າຫົ່ມ ຈໍານວນ 50 ຜືນ, ສາດ ຈໍານວນ 50 ຜືນ,   ຜ້າເຊັດໂຕ ຈໍານວນ 25 ຜືນ ແລະ ໝອນ ຈໍານວນ 25 ໜ່ວຍ ມາມອບໃຫ້ແຂວງສາລະວັນ ເພື່ອຊ່ວຍເຫຼືອ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ເຄື່ອງຈຳນວນດັ່ງກ່າວແມ່ນຈະນຳໄປມອບໃຫ້ກັບ ສູນຈໍາກັດບໍລິເວນ ແລະ ສູນປິ່ນປົວພະຍາດໂຄວິດ-19 ຂອງແຂວງ ທັງນີ້ກໍເພື່ອແນ່ໃສ່ການປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19…ອ່ານຕໍ່

ປະຊາຊົນເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຮັບວັກຊິນ j&j ງວດທີ1ຈຳນວນ 1.881 ໂດສ

ຢູ່ທີ່ໂຮງໝໍເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ເປີດບໍລິການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຊິ່ງການສັກວັກຊິນຄັ້ງນີ້ແມ່ນກຸ່ມເປົ້າໝາຍພໍ່ແມ່ປະຊາຊົນທີ່ມີອາຍຸແຕ່ 60ປີຂື້ນໄປແລະຜູ້ທີ່ມີພະຍາດປະຈຳໂຕ

ວັກຊິນນຳມາສັກຄັ້ງນີ້ແມ່ນປະເພດ johnson&johnson ທີ່ໄດ້ຮັບການແບ່ງປັນຈາກພະແນກສາທາລະນະສຸກແຂວງ ຈຳນວນ 5.642 ໂດສ ໂດຍແບ່ງເປັນ 3 ງວດ ມາຮອດປະຈຸບັນ ຈຳນວນຜູ້ທີ່ໄດ້ສັກວັກຊິນຊະນິດຊີໂນຟາມເຂັມທີ1ແລ້ວ 2.803 ຄົນ, ເຂັມທີ2 ມີ 2.295ຄົນ ລວມທັງໝົດ5ພັນ98ຄົນ…ອ່ານຕໍ່

ເມືອງດາກຈຶງ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

ທ່ານ ດຣ. ນານົງ ເກດຈັນ ຫົວໜ້າຫ້ອງການສາທາລະນະສຸກເມືອງດາກຈຶງ ໄດ້ໃຫ້ຮູ້ວ່າ ເພື່ອຕ້ານພະຍາດໂຄວິດ-19 ຄະນະນໍາເມືອງດາກຈຶງ ໄດ້ສຸມໃສ່ປະຕິບັດຢ່າງເປັນເຈົ້າການ ໃນນັ້ນໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນເມືອງ ແລະອອກແຈ້ງການ ເພື່ອແນໃສ່ໃຫ້ບັນດາອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ ແລະປະຊາຊົນເຂົ້າຮ່ວມໃນການຈັດຕັ້ງປະຕິບັດ

ພ້ອມນີ້ ກໍໄດ້ແຕ່ງຕັ້ງໜ່ວຍງານລາດຕະເວນຕາມຈຸດຊາຍແດນ, ຈັດຕັ້ງເຈົ້າໜ້າທີ່ກໍາລັງ ປກຊ-ປກສ ບ້ານຕິດຕາມເຝົ້າລະວັງບ້ານ, ຕັ້ງຈຸດກວດຕິດຕາມຄົນເຂົ້າ-ອອກພາຍໃນເມືອງ ແລະຜູ້ທີ່ເດີນທາງມາແຕ່ເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ກັກບໍລິເວນຕົນເອງ 14 ມື້ຢູ່ພາຍໃນເຮືອນ ຫຼື ສູນທີ່ຄະນະສະເພາະຂັ້ນເມືອງກໍານົດໄວ້, ຖ້າມີບຸກຄົນໃດຫາກຈົງໃຈຝ່າຝືນ ຫຼື ບໍ່ໃຫ້ການຮ່ວມມືຈະໄດ້ປະຕິບັດຕາມຂັ້ນຕອນຂອງກົດໝາຍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...