ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 7 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄວາມ​ຕ້ອງການເງິນຕາຕ່າງປະເທດສູງ ແຕ່ການ​ສະ​ໜອງ​ບໍ່​ພຽງ​ພໍເຮັດ​ໃຫ້ເງິນ​ກີບອ່ອນ​ຄ່າ

ໃນ​ປີ 2021​ ນີ້​ ບັນ​ຫາ​ອັດ​ຕາ​ແລກ​ປ່​ຽນ​ເປັນ​ສິ່ງ​ທ້າ​ທາຍ​​ຕໍ່​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ​ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ເດືອນ​ມິຖຸ​ນາຫາ​ເດືອ​ນ​ກໍ​ລະ​ກົດ​ຜ່ານ​ມານີ້ ​ທີ່​ເງິນ​ກີບ​ໄດ້​ອ່ອນ​ຄ່າ​ລົງ​ຫຼຼາຍເມື່ອ​ທຽບ​ກັບ​ເງິນ​ໂດ​ລາ ແລະ ເງິນບ​າດ ແລະ ໄດ້​ມີ​ຄວາມ​ຫຼຸດ​ໂຕນ​ກັນ​ຫຼາຍ​ລະ​ຫວ່າງ​ອັດ​ຕາ​ແລກ​ປ່ຽນຂອງ​ທະ​ນາ​ຄານ​ກັບອັດຕາແລກ​ປ່ຽນ​​ຕະຫຼາດນອກ​ລະ​ບົບ

ໂດຍ​ະ​ເພາະ​ ແມ່​ນ​​ອັດ​ຕາ​ແລກ​ປ່ຽນ​ເງິນ​ກີບກັບເ​ງິນ​ໂດ​ລາ​ ຊຶ່ງ​ໄດ້​ກວ້າງ​ອອກ​ສູງ​ສຸດ​ເຖິງ 22,1% ໃນ​ກາງ​ເດືອນ​ກໍ​ລະ​ກົດ ​ຈາກ​ນັ້ນ​ກໍ​ຄ່ອຍໆ​ແຄບ​ລົງ​ຢູ່​ໃນ​ລະ​ດັບ 15,6%…ອ່ານຕໍ່

ປະຊາຊົນສ່ວນຫຼາຍຍັງຖືເບົາຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19

ຄະນະສະເພາະກິດໄດ້ສຸມໃສ່ວຽກງານຕ່າງໆເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີຈຸດປະສົງເພື່ອຢັບຢັ້ງພະຍາດດັ່ງກ່າວບໍ່ໃຫ້ມີການແຜ່ເຊື້ອເປັນວົງກວ້າງລວມທັງປ້ອງກັນບໍ່ໃຫ້ມີການຕິດເຊື້ອເພີ່ມຂຶ້ນໃນຊຸມຊົນ ແລະ ເຮັດໃຫ້ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວໜ້ອຍທີ່ສຸດ

ແຕ່ກົງກັນຂ້າມພັດຍັງມີປະຊາຊົນສ່ວນຫຼາຍໂດຍສະເພາະຢູ່ນະຄອນຫຼວງວຽງຈັນຍັງຖືເບົາຕໍ່ກັບມາດຕະການປ້ອງກັນພະຍາດໂຄວິດ-19 ໂດຍສັງເກດໄດ້ວ່າຍັງມີການຊຸມແຊວຕາມເຮືອນ, ຕາມຮ້ານອາຫານກີນດື່ມ ເຊິ່ງການກະທໍາເຫຼົ່ານັ້ນມີຄວາມສ່ຽງສູງທີ່ຈະເກີດການຕິດເຊື້ອ ແລະ ແຜ່ລະບາດໃນຊຸມຊົນ…ອ່ານຕໍ່

ສາທາລະນະສຸກເມືອງທຸລະຄົມຢືນຢັນບໍ່ມີການກັກຕຸນຢາວັກຊິນປ້ອງກັນພະຍາດໂຄວິດ-19

ກ່ຽວກັບເລື່ອງດັ່ງກ່າວ ທ່ານດຣ. ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໄດ້ຊີ້ແຈງວ່າ ຂ່າວການກັກຕຸນຢາວັກຊິນຊະນິດ johnson & johson ທີ່ສື່ສັງຄົມອອນລາຍລົງຂ່າວນັ້ນ ແມ່ນບໍ່ມີຄວາມຈິງສ່ວນຫຼາຍເປົ້າໝາຍ ແມ່ນມາບໍລິການ ຖືກຕ້ອງ

ແຕ່ຍັງມີຈຳນວນໝຶ່ງບໍ່ແມ່ນເປົ້າໝາຍກໍ່ມາວົນວາຍຍາດຊິງ ສັກຢາດັ່ງກ່າວ, ບໍ່ໄດ້ດັ່ງໃຈກໍ່ວິຈານແນວບໍ່ດີໃຫ້ແພດໝໍ ວ່າມີຄົນເຈົ້າ, ຄົນຂ້ອຍ ຍາດພີ່ນ້ອງແພດໝໍຕ່າງໆ ນາໆ ເຮັດໃຫ້ແຕະຕ້ອງເຖິງອັນລວມ ສະນັ້ນ, ຈິ່ງຮ້ອງຂໍໃຫ້ສັງຄົມໄດ້ພິຈາລະນາເຖິງການປະຕິບັດ ໜ້າທີ່ຂອງແພດໝໍພວກເຮົາດ້ວຍ…ອ່ານຕໍ່

ບໍ່ແກ້ວກຽມສ້າງພຣະເຈົ້າໃຫຍ່ ປະດິດສະຖານຢູ່ພູໄຊຫົວຂອງບາຣະມີ

ອໍານາດການປົກຄອງແຂວງບໍ່ແກ້ວກຽມສ້າງພຣະເຈົ້າໃຫຍ່ ທີ່ມີຊື່ວ່າ ພຣະພຸດທະຣັດຕະນະບາຣະມີສຣີ ບໍ່ແກ້ວ ເພື່ອປະດິດສະຖານຢູ່ພູໄຊຫົວຂອງບາຣະມີ (ພູ106) ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ພຣະເຈົ້າອົງດັ່ງກ່າວ ແມ່ນພະປາງຊະນະມານ ໄດ້ນາມມາຈາກພະເຈົ້າແສນແຊ່ ໄດ້ປະດິດສະຖານ ຢູ່ວັດສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນປີ ພສ 2386 ຄສ 1843 ເປັນພຣະເຈົ້າທີ່ມີຄວາມໝາຍສໍາຄັນທາງພຸດທະສາສະໜາ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...