ນັກສຶກສາຕ້ອງເບິ່ງ ວິທີການເອົາຂໍ້ຄວາມຈາກຮູບ ຫຼື ເອກະສານ ໂດຍບໍ່ຕ້ອງພິມ

ເຄັດລັບງ່າຍໆທີ່ຈະເຮັດໃຫ້ການສຶກສາ ຫຼື ການພິມເອກະສານ ງ່າຍຂຶ້ນຈາກ Google ເຊິ່ງເຄັດລັບດັ່ງກ່າວຄາດວ່າຫຼາຍຄົນອາດບໍ່ຮູ້ ດັ່ງນັ້ນເຮົາເລີຍຈະວິທີມາບອກໄປເບິ່ງເລີຍ

ຂັ້ນຕອນທີ 1: ເປີດແອັບພິເຄຊັນ Google

ຂັ້ນຕອນທີ 2: ໃຫ້ເລືອກທີ່ Google Lens

ຂັ້ນຕອນທີ 3 ແລະ 4: ຫຼັງຈາກເຂົ້າມາແລ້ວ ໃຫ້ເລື່ອນເລືອກຄຳວ່າ “Text” ແລ້ວເລືອກຮູບພາບ ຫຼືເອກະສານທີ່ເຮົາມີ ແລະສາມາດຖ່າຍຮູບເອກະສານກໍ່ໄດ້

ຂັ້ນຕອນທີ 5: ຫຼັງຈາກທີ່ເຮົາເລືອກຮູບພາບ ຫຼືເອກະສານທີ່ຈະໃຊ້ແລ້ວ ໃຫ້ເລືອກເອົາຂໍ້ຄວາມທັງໝົດ “Select all”

ຂັ້ນຕອນທີ 6: ຂັ້ນຕອນສຸດທ້າຍເລືອກ “Copy Text” ເພື່ອກ໋ອບປີ້ເອົາຂໍ້ຄວາມທີ່ເຮົາເລືອກໄວ້ ແລະກໍ່ນຳໄປໃຊ້

ວິທີການດັ່ງກ່າວສາມາດໃຊ້ກັບຮູບພາບ ຫຼືເອກະສານໄດ້ ໂດຍຈະເຮັດວຽກແບບສະແກນເອົາໂຕໜັງສືອອກມາໃຫ້ເຮົາ ແລ້ວເຮົາກໍ່ສາມາດ Copy  ຂໍ້ຄວາມມາໃຊ້ໄດ້ ເຊິ່ງສາມາດໃຊ້ໄດ້ທຸກພາສາ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...