ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 28 ສິງຫາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ບັນຫາຢາເສບຕິດເປັນບັນຫາຫຼັກ ສ່ວນຫຼາຍເປັນໄວໜຸ່ມທີ່ບໍ່ໄດ້ຮັບການສຶກສາ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ຢູ່ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຢູ່ຫໍປະຊຸມແຫ່ງຊາດວ່າ: ປັດຈຸບັນ ໄດ້ສໍາເລັດການຂຶ້ນບັນຊີເປົ້າໝາຍ ທີ່ພົວພັນກັບຢາເສບຕິດ ມີເຖິງ 9.000 ກວ່າເປົ້າໝາຍ, ເປົ້າໝາຍທີ່ເປັນບ່ອນອໍານວຍຄວາມສະດວກ ແລະ ບ່ອນມົ້ວສຸມ 221 ຈຸດ

ບັນຫາຢາເສບຕິດເປັນບັນຫາຫຼັກທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ບໍ່ວ່າຈະເປັນການປຸ້ນຈີ້, ຂີ້ລັກງັດແງະ ແລະ ອື່ນໆ ໂດຍພົບວ່າຜູ້ເສບຢາເສບຕິດສ່ວນຫຼາຍເປັນໄວໜຸ່ມທີ່ ບໍ່ໄດ້ຮັບການສຶກສາ…ອ່ານຕໍ່

ລາວກຽມຫັນລະບົບບໍລິຫານລັດເປັນລະບົບທີ່ທັນສະໄໝ

ລັດຖະບານລາວ ຕາງໜ້າໂດຍສູນບໍລິຫານລັດດ້ວຍເອເລັກໂຕຣນິກ (ສລອ) ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກໍາລັງຮວ່ມມືກັບບໍລິສັດ ສະຕາໂທລະຄົມ ຈຳກັດ ກ່ຽວກັບການສຶກສາຄົ້ນຄວ້າ ກ່ຽວກັບການຫັນເປັນລັດຖະບານດິຈິຕອນ (ທັນສະໄໝ) ແລະ ປັບປຸງຟອນພາສາລາວໃຫ້ສົມບູນ

ເປັນຕົ້ນແມ່ນການຄົ້ນຄວ້າພັດທະນາມາດຕະຖານລະບົບ Software/Program, Application ເພື່ອໃຫ້ບໍລິການທັງພາກລັດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນທົ່ວໄປ…ອ່ານຕໍ່

ກອງປະຊຸມລັດຖະບານສະໄໝສາມັນ ຍົກ 5 ຮ່າງກົດໝາຍມາພິຮາລະນາປັບປຸງ

ທີ່ກອງປະຊຸມລັດຖະບານສະໄໝສາມັນ ຂອງລັດຖະບານຊຸດທີ IX ລັດຖະບານໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອກະສານຈໍານວນໜຶ່ງທີ່ສຳຄັນ ຢູ່ກອງປະຊຸມລັດຖະ ບານປະຈໍາເດືອນສິງຫາ

ເຊິ່ງມີຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີຊັ້ນສູງ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍງົບປະມານ (ສະບັບປັບປຸງ) ແລະ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດຄາຊີໂນ ໄດ້ຖືກຍົກມາຄົ້ນຄວ້າ ແລະ ພິຈາລະນາ…ອ່ານຕໍ່

ລັດຖະບານຕັດສິນໃຈຊື້ລົດສົ່ງຄົນເຈັບຕື່ມ 32 ຄັນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງຕັດສິນໃຈຊື້ລົດ ຂົນສົ່ງຄົນເຈັບ ( Ambulance ) ຈໍານວນ 32 ຄັນ  ແລະ ອຸປະກອນການແພດຈໍານວນໜຶ່ງ

ລົດ Ambulance ຈໍານວນດັ່ງກ່າວ ແມ່ນຈະແຈກຢາຍໃຫ້ທີມງານແພດ ໝໍຢູ່ຂັ້ນສູນກາງ, ຂັ້ນແຂວງໂດຍສະເພາະບັນດາ ແຂວງ ທີ່ມີການແຜ່ລະບາດ ແລະ ມີຜູ້ຕິດເຊື້ອພະຍາດໂຄວິດ-19…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...