ສ້າງ QR Code ງ່າຍໆ ໃສ່ຂໍ້ມູນແລ້ວສະແກນເອົາ ແຖມໄວອີກ

ການຈະໃຫ້ຂໍ້ມູນຂອງເຮົາບໍ່ວ່າຈະເປັນເບີໂທຕິດຕໍ່, ທີ່ຢູ່, Facebook ຫຼືເອກະສານຕ່າງໆ ສະໄໝນີ້ມັນຍຸ້ງຍາກແຖມຍັງຍາວເກີນ, ຈະດີກ່ອນບໍ່ຖ້າເຮົາສ້າງ QR Code ໃຫ້ສະແກນເອົາຂໍ້ມູນເລີຍ ຍົກໂທລະສັບມາສະແກນປຸບໄດ້ປັບ, ຖ້າໃຜຍັງບໍ່ຮູ້ວິທີການສ້າງ QR Code ເປັນຂອງຕົວເອງ ເຮັດຕາມວິທີນີ້ເລີຍ

1. ເຂົ້າເວັບໄຊ້ສ້າງ QR Code. ກົດເຂົ້າລິ້ງທີ່ຂໍ້ຄວາມ > (QR Code Generator)

2. ລົງທະບຽນ SIGN UP ເພື່ອເຂົ້າໃຊ້ງານສ້າງ QR Code ຟຣີ

3. ກົດທີ່ເຄື່ອງໝາຍບວກ ເພື່ອສ້າງ QR Code ໃຫມ່

4. ແລ້ວເຮົາກໍ່ເລືອກສິ່ງທີ່ຕ້ອງການໃສ່ໃນ QR Code ບໍ່ວ່າຈະເປັນຮູບ, ເອກະສານ, ເບີຕິດຕໍ່ ເຊິ່ງເຮົາຈະເອົາລິ້ງມາເປັນຕົວຢ່າງ ເລືອກ Website ແລ້ວກົດ Next

5. ວາງລິ້ງທີ່ເຮົາຕ້ອງການຈະໃສ່ລົງ ແລ້ວກົດ Next

6. ສຸດທ້າຍສາມາດເລືອກ Customize ເພື່ອອອກແບບ QR Code ໃຫ້ສວຍງາມໄດ້ ແລ້ວຄ່ອຍກົດດາວໂຫລດມາ

ເທົ່ານີ້ກໍ່ໄດ້ຮູບພາບ QR Code ໄວ້ເພື່ອໃຫ້ສະແກນເຂົ້າໄດ້ເລີຍ, ຫຼືຈະຊອກໂຫລດແອັບທີ່ສາມາດສ້າງ QR Code ແບບນີ້ໃນ App Store ຫຼື Play Store ກໍ່ໄດ້

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...