ເລີ່ມທົດລອງແລ້ວ! ວັກຊີນປ້ອງກັນ ໂຣກເອດສ໌

ສຳນັກຂ່າວ tna.mcot.net ໄດ້ລາຍງານວ່າ: ໂມເດີຣ໌ນາ ອິງຄ໌ ແລະ ໂຄງການພັດທະນາ ວັກຊີນ ປ້ອງກັນໂຣກເອດສ໌ ລະຫວ່າງປະເທດ (IAVI) ເປີດເຜີຍ ໃນການເລີ່ມທົດລອງໄລຍະທຳອິດຂອງ ວັກຊີນ ປ້ອງກັນ ໄວຣັສ HIV ເຊິ່ງເປັນສາເຫດຂອງ ໂຣກເອດສ໌ ໂດຍໃຊ້ ເຕັກໂນໂລຊີ mRNA ໃນກຸ່ມອາສາສະໝັກ ຜູ້ໃຫຍ່ 56 ຄົນ ທີ່ມີຜົນກວດຫາເຊື້ອ HIV ເປັນລົບ. 

ໂມເດີຣ໌ນາ ແລະ ໂຄງການພັດທະນາ ວັກຊີນ ປ້ອງກັນໂຣກເອດສ໌ ລະຫວ່າງປະເທດ ໄດ້ລະບຸໃນຖະແຫຼງການເມື່ອບໍ່ດົນມານີ້ວ່າ ເປົ້າໝາຍຂອງວັກຊີນທົດລອງດັ່ງກ່າວ ຄືການກະຕຸ້ນການສ້າງພູມຄຸ້ມກັນຊະນິດໜຶ່ງທີ່ມີຊື່ວ່າ ພູມຕ້ານທານທີ່ມີປະສິດທິພາບກວ້າງ (bnAbs) ເຊິ່ງສາມາດຕ້າສນທານກັບເຊື້ອ ໄວຣັສ HIV ໄດ້ ຫຼາກຫຼາຍສາຍພັນ ທີ່ກຳລັງແຜ່ລະບາດຢູ່ໃນ ປັດຈຸບັນ; ໂດຍວັກຊີນນີ້ ຈະເຮັດໃຫ້ເຊວລ໌ບີ (B lymphocytes) ເຊິ່ງເປັນສ່ວນໜຶ່ງຂອງລະບົບພູມຄຸ້ມກັນ, ສ້າງພູມຕ້ານທານຕໍ່ເຊື້ອ HIV, ອ່ີກທັງຍັງລະບຸອີກວ່າ ໃນການທົດລອງຄັ້ງນີ້ ກຸ່ມອາສາສະໝັກຈະໄດ້ຮັບການສັກສານທີ່ເຮັດໃຫ້ພູມຄຸ້ມກັນຕອບສະໜອງ ຫຼື ອິມມູໂນເຈນ (Immunogen) ແລະ ຈະໄດ້ຮັບການສັກສານດັ່ງກ່າວ ເພື່ອກະຕຸ້ນພູມອີກເທື່ອໜຶ່ງໃນພາຍຫຼັງ ໂດຍໃຊ້ເຕັກໂນໂລຊີ mRNA. 

ອິມມູໂນເຈນ ທີ່ໃຊ້ໃນການທົດລອງໃນຄັ້ງນີ້ ໄດ້ຮັບການພັດທະນາໂດຍ ໂຄງການວັກຊີນປ້ອງກັນໂຣກເອດສ໌ລະຫວ່າງປະເທດ ແລະ ສະຖາບັນວິໄຈ ສະຄຣິປສ໌ (Scripts Research Institute) ເຊິ່ງໄດ້ຮັບການສະໜັບສະໜຸນຈາກມູນນິທິ Lanithi Bill and Melinda Gates, ສະຖາບັນໂຣກພູມແພ້ ແລະ ໂຣກຕິດເຊື້ອແຫ່ງຊາດຂອງ ສະຫະລັດອາເມຣິກາ ແລະ ໂມເດີຣ໌ນາ. 

ກ່ອນໜ້ານີ້ ແພດທົ່ວໂລກໄດ້ພະຍາຍາມພັດທະນາວັກຊີນປ້ອງກັນເຊື້ອໄວຣັສ HIV ມາເປັນເວລາ 40 ປີ ແຕ່ຍັງບໍ່ປະສົບຜົນສຳເລັດ ໃນຂະນະທີ່ ໂຣກເອດສ໌ ຂ້າຊີວິດຜູ້ປ່ວຍໄປປະມານປີລະ 100.000 ຄົນໃນທົ່ວໂລກ. 

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...