ມອບເຄື່ອງ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນຊົນເຜົ່າ ແຂວງ ຫຼວງນໍ້າທາ.

ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ ແລະ ຄອບຄົວໃຈບຸນ ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງ ນາແລ, ແຂວງ ຫຼວງນໍ້າທາ ໂດຍໄດ້ຈັດຂຶ້ນ ໃນວັນທີ 22 ກຸມພາ 2022 ນີ້ຢູ່ທີ່ ເດີ່ນໂຮງຮຽນ ສາມັນກິນນອນຊົນເຜົ່າ.

ເຊິ່ງນໍາພາໂດຍ ທ່ານ ນາງ ຄໍາຈັນ ພົມແສງສະຫວັນ, ຮອງປະທານ ສູນກາງແນວລາວສ້າງຊາດ ແລະ ພະອາຈານ ພຸດທະສອນ ພ້ອມດ້ວຍທີມງານ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາຈັນ ອິນທອງໄຊ, ກຳມະການປະຈໍາພັກແຂວງ ປະທານ ແນວລາວສ້າງຊາດແຂວງ, ມີ ທ່ານ ຕັນ ວັນປະເສີດ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ,ມີຂະແໜງການທີ່ກ່ຽວຂ້ອງຄູ-ອາ ຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດ 200 ກວ່າຄົນ.

ສຳລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຜ້າຫົ່ມ 173 ຜືນ, ເສື້ອກັນໜາວ 161 ຜືນ, ເສື້ອຂາວນັກຮຽນ 90 ຜືນ, ໂສ້ງນັກຮຽນ 33 ຜືນ, ສິ້ນນັກຮຽນ 51 ຜືນ, ອຸປະກອນການຮຽນ, ອຸປະກອນກິລາ, ເຄື່ອງໃຊ້ຄົວເຮືອນ ແລະ ອາຫານແຫ້ງຈໍນວນໜຶ່ງ ລວມມູນຄ່າທັງໝົດ 35.000.000 ກີບ. ຈາກນັ້ນ, ທ່ານນາງ ຄໍາຈັນ ພົມແສງສະຫວັນ, ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຂຶ້ນຕາງໜ້າ ກ່າວມອບເຄື່ອງໃຫ້ກັບ ໂຮງຮຽນສາມັນກິນນອນຊົນເຜົ່າ ຕາງໜ້າຂຶ້ນຮັບໂດຍ ທ່ານ ອາຈານ ທອງພັນ ຮັກຈະເລີນ, ຜູ້ອໍານວຍການ ໂຮງຮຽນສາມັນກິນນອນຊົນເຜົ່າ.

ໃນນັ້ນ ທ່ານ ອາຈານ ທອງພັນ ຮັກຈະເລີນ, ຜູ້ອໍານວຍການ ໂຮງຮຽນ ສາມັນກິນນອນຊົນເຜົ່າ ໄດ້ຂື້ນຜ່ານປະຫວັດຄວາມເປັນມາ ແລະ ສະພາບຈຸດພິເສດຂອງໂຮງຮຽນສາ ມັນກິນນອນຊົນເຜົ່າໂດຍໂຮງຮຽນດັ່ງກ່າວ ໄດ້ສ້າງຕັ້ງຂື້ນໃນວັນທີ 1 ກັນຍາ 2002 ຢູ່ທີ່ບ້ານ ເລົາ, ເມືອງ ນາແລ ເຊິ່ງໃນເມື່ອກ່ອນເອີ້ນວ່າ ໂຮງຮຽນເດັກກໍາພ້າ ປີ 2006 ຈົນເຖິງ ປັດຈຸບັນ ແມ່ນຍ້າຍມາຕັ້ງຢູ່ ບ້ານ ດອນຊາຍ, ເມືອງ ນາແລ, ໃນສົກ ຮຽນ 2021-2022 ມີຄູ-ອາຈານທັງໝົດ 13 ຄົນ, ຍິງ 6 ຄົນ ມີນັກຮຽນທັງໝົດ 160 ຄົນ, ຍິງ 83 ຄົນ ມີ 4 ຂັ້ນຮຽນ ແຕ່ ມໍ4 – ມໍ7 ນັກຮຽນມີ 48 ບ້ານ ມາຈາກຄອບຄົວທີ່ທຸກຍາກຂາດເຂີນ, ກໍາພ້າ-ກຳພອຍ ແລະ ຂາດທີ່ເພິ່ງພາອາໄສ. ໂຮງຮຽນແຫ່ງນີ້ ໄດ້ປະກາດ ເປັນໂຮງຮຽນປອດສິ່ງເສບຕິດ ໄດ້ 10 ສົກຮຽນແລ້ວ ແຕ່ປີ 2011-2021.

ທ່ານ ຕັນ ວັນປະເສີດ, ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ທີ່ທາງ ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຄອບຄົວໃຈບຸນ ທີ່ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນການສຶກສາ ໃຫ້ກັບໂຮງຮຽນສາມັນກິນນອນຊົນເຜົ່າ, ເຫັນໄດ້ຄວາມສໍາຄັນຂອງນ້ອງນັກຮຽນ ທີ່ທຸກຍາກຂາດເຂີນ, ຂາດທີ່ເພິ່ງພາອາໄສ ຢູ່ເຂດຫ່າງໄກສອກຫຼີກ ໃນຄັ້ງນີ້ ທາງຄະນະຮັບຜິດຊອບຈະນໍາເອົາເຄື່ອງໄປແຈກຢາຍນ້ອງນັກຮຽນໃຫ້ຖຶກຕ້ອງຕາມເປົ້າໝາຍໃຫ້ທົ່ວເຖິງ ນໍາໃຊ້ໃຫ້ຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.

ໂດຍ: ນັກຂ່າວເມືອງ ນາແລ, ແຂວງ ຫຼວງນໍ້າທາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...