5 ປີຜ່ານ​ມາ ສາລະວັນຢຶດໄມ້ເຖື່ຶອນໄດ້ 5,2 ພັນແມັດກ້ອນ ​ຈັບ​ໂຕຜູ້ກະທຳຜິດ​ໄດ້ 63 ຄົນ

ສາລະວັນແມ່ນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດການຄຳສັ່ງ 15/ນຍ ໂດຍໃນ 5 ປີຜ່ານມາແຂວງດັ່ງກ່າວສາມາດຢືດໄມ້ ເຖື່ອນໄດ້ທັງໝົດ 5,2 ພັນແມັດກ້ອນ ແລະ 12,1 ກີໂລ ຂະນະທີ່ມີການດຳເນີນຄະດີ 63 ຄະດີໃນບໍລິມາດໄມ້ 236,17 ແມັດ ກ້ອນມີຜູ້ກະທຳຜິດ 63 ຄົນ ໃນນີ້ ຄົນລາວ 54 ຄົນ ແລະອີກ 9 ຄົນແມ່ນຄົນຕ່າງຊາດ. ທີ່ໜ່ວຍພັກກອງກວດກາປ່າໄມ້ ແຂວງ ສາລະວັນ ຈັດກອງປະຊຸມໃຫຍ່ຄັ້ງທີ III ຂຶ້້ນທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະປ່າໄມ້ ແຂວງສາລະວັນ ໂດຍການເປັນປະທານຂອງສະຫາຍ ວັງເສີດບຸນ ເອື້ອວັງສາ ເລຂາໜ່ວຍພັກກອງກວດກາປາໄມ້ແຂວງ ແລະ ເຂົ້າຮ່ວມມີສະຫາຍ ອະນຸສັກ ຈໍາປາຄໍາ ກໍາມະການພັກແຂວງ ເລຂາໜ່ວຍພັກຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສາລະວັນ, ມີບັນດາສະມາຊິກພັກພາຍໃນໜ່ວຍ ແລະແຂກຖືກເຊີນເຂົ້າຮ່ວມ.

ກອງກວດກາປ່າໄມ້ ແຂວງສາລະວັນ ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 3 ສະຫາຍ, ຊຶ່ງໃນໄລຍະ 5 ປີ ຜ່ານມາສະມາຊິກພັກທັງໝົດໄດ້ສຶບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ພ້ອມທັງເຮັດໜ້າທີ່ໃນການປະສານສົມທົບກັບພະແນກການອ້ອມຂ້າງແຂວງ, ເມືອງ ແລະອໍານາດການປົກຄອງທ້ອງຖິ່ນເພື່ອກວດກາຄຸ້ມຄອງປ່າໄມ້ ແລະຊັບ ພະຍາກອນປ່າໄມ້ດ້ວຍກົດໝາຍ, ລະບຽບການ ແລະນິຕິກໍາຕ່າງໆທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ.

ທັງນີ້ ໄດ້ລາດຕະເວນສະກັດກັ້ນການລັກລອບຂຸດຄົ້ນ, ຕັດ, ຊື້-ຂາຍ, ເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ, ສັດນໍ້າ, ສັດປ່າ, ພືດປ່າ, ການບຸກລຸກທີ່ດິນປ່າ ໄມ້ໃນ ແລະນອກ 3 ປະເພດປ່າ ແລະກວດກາສະກັດກັ້ນຕາມຈຸດຫຼໍ່ແຫຼມຕ່າງໆ ແລະ ຕັ້ງຈຸດກວດກາຊັບພະຍາກອນປ່າໄມ້ລະຫວ່າງຊາຍແດນແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ດ່ານສາກົນອອກຕ່າງປະເທດ, ສາມາດກັກຢຶດໄມ້, ຄວບຄຸມພາຫະນະ ແລະເຄື່ອງຈັກຕັດໄມ້ລວມບໍລິມາດທັງໝົດ 5.261,2 ແມັດກ້ອນ ແລະ 12,18 ກິໂລ (ເປັນໄມ້ທ່ອນ, ຕັບ, ໂຕ, ເສັ້ນ), ພາຫະນະ 66 ຄັນ, ເຄື່ອງຈັກ 674 ເຄື່ອງ ແລະສິ້ນສ່ວນອາໄຫຼ່ຈັກສະຕິນ 1,5 ພັນອັນ, ສາມາດກັກຢຶດສັດປ່າໄດ້ 289 ໂຕ, ສິ້ນສ່ວນສັດປ່າ 485 ກິໂລ, ເຄື່ອງຊ໋ອດປາ 113 ໜ່ວຍ, ອາວຸດລ່າສັດ 7,05 ພັນກະບອກ, ສໍາລັບສັດປ່າທີ່ຢືດໄດ້ນັ້ນແມ່ນຈັດພິທີປ່ອຍຄືນສູ່ທໍາມະຊາດ ແລະສັດທີ່ຕາຍ ແລະສິ້ນສ່ວນສັດແມ່ນໄດ້ຈັດພິທີຈູດທໍາລາຍ.

ຢ່າງໃດກໍຕາມ ໃນທັງໝົດນັ້ນສາມາດສັງລວມຜູ້ທີ່ກະທໍາຜິດໄດ້ 63 ຄະດີ, ວັດຖຸຂອງກາງໄມ້ກັກຢຶດທີ່ດໍາເນີນຄະດີລວມມີບໍລິມາດ 236,17 ແມັດກ້ອນ, ມີຜູ້ກະທໍາຜິດລວມທັງໝົດ 63 ຄົນ, ໃນນັ້ນມີຄົນລາວ 54 ຄົນ, ຄົນຕ່າງປະເທດ 9 ຄົນ.

ພ້ອມດຽວກັນນີ້ ກອງກວດກາປ່າໄມ້ແຂວງສາລະວັນ ຍັງໄດ້ເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າສັດປ່າ, ກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາ, ຄໍາສັ່ງຂອງນາຍົກລັດຖະ ມົນຕີເລກທີ 15/ນຍ, ຄໍາສັ່ງເລກທີ 05/ນຍ ແລະ ບັນດານິຕິກໍາຕ່າງໆກ່ຽວກັບຊັບພະຍາ ກອນປ່າໄມ້ໃຫ້ແກ່ປະຊາຊົນຢູ່ເຂດຈຸດສຸມ ແລະຈຸດຫຼໍ່ແຫຼມຕ່າງໆ, ມາຮອດປະຈຸບັນປະຕິບັດໄດ້ 8 ຕົວເມືອງ, 47 ກຸ່ມ ບ້ານ, 403 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 25,4 ພັນຄົນ, ຍິງ 8,1 ພັນຄົນ.

ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກກອງກວດກາປ່າໄມ້ແຂວງຊຸດໃໝ່, ຊຶ່ງມີຜູ້ສະໝັກທັງໝົດມີ 5 ສະຫາຍ, ເລືອກ ເອົາ 3 ສະຫາຍ, ຜ່ານການປ່ອນບັດໄດ້ສະຫາຍວັງປະເສີດ ບຸນເອື້ອວົງສາເລ ຂາໜ່ວຍພັກຊຸດໃໝ່, ສະຫາຍ ຄົງປະດິດ ສໍຈະເລີນ ເປັນຮອງເລຂາ, ສະຫາຍ ໄກສອນ ສີຫາເທບ ເປັນຮອງເລຂາ.

ຂ່າວ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...