​ອັດຕະປື ພົບພະນັກງານລັດລະເມີດກົດໝາຍ 12 ຄົນ 3 ຄົນຖືກລຶບຊື່ຈາກລັດຖະກອນ

ອັດຕະປືແມ່ນອີກແຂວງໜື່ງທີ່ມີຄວາມເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາໂດຍໃນ 1 ປີ ຜ່ານມາໄດ້ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ໃນນັ້ນສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ.     ເມື່ອທ້າຍອາທິດຜ່ານມາ ແຂວງອັດຕະປື ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກ້ວາງ ຄັ້ງທີ 9 ສະໄໝທີ X ທີ່ຫໍປະຊຸມໃຫຍ່ຂອງແຂວງໂດຍການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມນີ້ກໍມີບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ແລະຮອງພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ 5 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.    

ໃນກອງປະຊຸມໄດ້ຮັບການຕີລາຄາການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປີ 2018 ແລະທິດທາງແຜນ ການປີ 2019 ຊຶ່ງມີຫຼາຍໜ້າວຽກທີ່ໄດ້ຮັບຜົນສໍາເລັດເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານການເມືອງແນວຄິດ ແລະວຽກ ງານພັກ-ພະນັກງານ; ວຽກງານກໍ່ສ້າງຮາກຖານການເມືອງ;ວຽກງານອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນ; ວຽກງານຕິດຕາມ, ກວດກາ; ວຽກງານຄຸ້ມເສດຖະກິດມະຫາພາກ;ວຽກງານໂຍທາທິການ ແລະຂົນສົ່ງ; ວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ; ວຽກງານການສຶກ ສາ ແລະກີລາ; ວຽກງານສາທາລະນະສຸກ; ວຽກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ວຽກງານປັບປຸງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ.    

ຢ່າງໃດກໍຕາມແຕ່ສະເພາະວຽກງານຕິດຕາມ, ກວດກາທາງແຂວງແມ່ນໄດ້ມີຄວາມເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ສຶກສາອົບຮົມກ່າວເຕືອນ 9 ຄົນ, ຍິງ 4 ຄົນ, ລຶບຊື່ອອກຈາກລັດຖະກອນເປັນເພດຍິງ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ, ຍິງ 1 ຄົນ.

ທີ່​ມາ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...