ຂ່າວດີ ສຳລັບໄຣເດີ້! ຟູດແພນດ້າ ເພີ່ມເງິນອໍເດີ້ 30%


ເນື່ອງຈາກຜົນກະທົບທາງດ້ານ ເສດຖະກິດ ເຮັດໃຫ້ລາຄານ້ຳມັນ ແລະ ລາຄາສິນຄ້າຕ່າງໆ ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນສົ່ງຜົນກະທົບໃຫ້ກັບຫຼາຍພາກສ່ວນ ລວມທັງ ພະນັກງານສົ່ງອາຫານ ຫຼື ໄຮເດີ້ ຂອງ ຟູດແພນດ້າ ທີ່ຕ້ອງໃຊ້ພາຫະນະໃນການສົ່ງອາຫານ ແລະ ສິນຄ້າ ຈາກຮ້ານອາຫານ ໄປສົ່ງໃຫ້ກັບລູກຄ້າ. ດັ່ງນັ້ນ, ໃນວັນທີ 11 ມີນາ 2022 ທາງ ບໍລິສັດ ຟູດແພນດ້າ ກໍໄດ້ປະກາດເພີ່ມລາຍໄດ້ໃຫ້ກັບ ໄຣເດີ້ ສູງສຸດ 30% ໃນທົ່ວປະເທດ ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານໍ້າມັນ ແລະ ສິນຄ້າຕ່າງໆ.

ທ່ານນາງ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ່ ລາວ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດ ວ່າ: ໃນໄລຍະທີ່ຜ່ານມາ ທາງບໍລິສັດໄດ້ຕິດຕາມ ແລະ ຮັບຟັງຂໍ້ຮຽກຮ້ອງຂອງໄຣເດີ້, ຊຶ່ງທາງບໍລິສັດໄດ້ມີການປັບປຸງ ແລະ ມີການເພີ່ມລາຍໄດ້ໃຫ້ ໄຣເດີ້ ຢູ່ຕະຫຼອດເວລາ, ບໍ່ວ່າຈະເປັນຜົນກະທົບທາງດ້ານເສດຖະກິດ, ລາຄາສິນຄ້າເພີ່ມຂຶ້ນ ລວມທັງລາຄານ້ຳມັນ ທີ່ໄດ້ມີການປັບຂຶ້ນຢ່າງຕໍ່ເນື່ອງ; ສະນັ້ນ, ຟູດແພນດ້າ ຈຶ່ງໄດ້ພິຈາລະນາ ແລະ ຕັດສິນໃຈ ເພີ່ມລາຍໄດ້ໃຫ້ກັບ ໄຣເດີ້ ສູງສຸດ 30% ເພື່ອຮັບມືກັບສະພາບເສດຖະກິດໃນ ປັດຈຸບັນ.
ໃນການເພີ່ມລາຍຮັບໃຫ້ກັບ ໄຮເດີ້ ຄັ້ງນີ້ ກໍເພື່ອສ້າງກຳລັງໃຈ ແລະ ກະຕຸ້ນໃຫ້ ໄຣເດີ ທຸກຄົນມີຄວາມຫ້າວຫັນ ໃນການສົ່ງອາຫານໃຫ້ເຖິງມືລູກຄ້າໄດ້ໄວຂຶ້ນ, ເຮັດໃຫ້ຮ້ານຄ້າມີອໍເດີ້ຫຼາຍຂຶ້ນ ແລະ ການທີ່ຮ້ານຄ້າມີອໍເດີຫຼາຍຂຶ້ນ ໄຣເດີ້ ກໍມີລາຍຮັບເພີ່ມຂຶ້ນໄປນຳ.
ສຳລັບ ການເພີ່ມລາຍໄດ້ໃຫ້ແກ່ ໄຣເດີ້ ໃນຄັ້ງນີ້, ແມ່ນຈະເລີ່ມຢູ່ ນະຄອນຫຼວງ ວຽງຈັນ ກ່ອນ, ສຳລັບ ໄຣເດີ້ ຢູ່ແຂວງອື່ນໆ ແມ່ນຈະໄດ້ຮັບການປ່ຽນແປງໄວໆນີ້.
ເວົ້າໄດ້ວ່າ ເປັນອີກໜຶ່ງບໍລິສັດ ທີ່ເລັງເຫັນຄວາມສຳຄັນເຖິງຄວາມຫຍຸ້ງຍາກໃນການເຮັດວຽກຂອງ ໄຣເດີ້ ແລະ ໄດ້ນຳໄປປັບປຸງແກ້ໄຂໃຫ້ແທດເໝາະກັບສະພາບເສດຖະກິດ.

ສຳລັບຄົນທີ່ຕ້ອງການສະໝັກເປັນພະນັກງານ ໄຣເດີ້ ຂອງ ຟູດແພນດ້າ ສາມາດຕິດຕໍ່ສອບຖາມ 020 76348395 ຫຼື ລົງທະບຽນໄດ້ຕາມລິ້ງນີ້ https://rider.foodpanda.la/

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...