Saturday, January 18, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 12 ມີນາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ແຂວງ ບໍລິຄຳໄຊ ສຸມໃສ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

อาจเป็นรูปภาพของ 5 คน, ผู้คนกำลังยืน และ ข้อความ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍລິຄຳໄຊ ໄລຍະທີ I ແລະ ທິດທາງແຜນການ ໄລຍະທີ II ໄດ້ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຂວງ.

ສຳລັບຜ່ານການແກ້ໄຂຕົວຈິງ ຮອດວັນທີ 25 ກຸມພາ 2022 ປະຕິບັດສຳເລັດ 152 ບ້ານ, ກວມ 53,52% ຂອງຈຳນວນບ້ານໃນທົ່ວແຂວງ, ມີເປົ້າໝາຍເຂົ້າຮວມ 5.036 ຄົນ, ເປົ້າໝາຍຄ້າ-ຂາຍ 209 ຄົນ, ຍິງ 143 ຄົນ, ເປົ້າໝາຍເສບ 4.812 ຄົນ, ຍິງ 138 ຄົນ, ໄດ້ທຳລາຍສວນຝິ່ນ 14 ສວນ, ເນື້ອທີ 8 ເຮັກຕາ ແລະ ສວນຄັນຊາ 226 ສວນ ເຊິ່ງມີເນື້ອທີ່ 180,5 ເຮັກຕາ…ອ່ານຕໍ່

ສາທາລະນະສຸກເມືອງວິລະບູລີ ສຳເລັດສັກວັກຊີນ ປ້ອງກັນໂຄວິດ-19 ໃຫ້ກຸ່ມເດັກຈໍານວນ 5.733 ຄົນ

อาจเป็นรูปภาพของ 3 คน, ผู้คนกำลังยืน และ ผู้คนกำลังนั่ง

ຫ້ອງການສາທາລະນະສຸກເມືອງວິລະບູລີ ໄດ້ຈັດກອງປະຊຸມສະຫຼຸບທົບທວນຄືນ ການຈັດຕັ້ງປະຕິບັດວຽກງານ ການສັກວັກຊີນກັນພະຍາດແຫ່ງຊາດ ( ວສຊ ) ກັນພະຍາດໂຄວິດ-19ໃນຜ່ານມາ ແລະປຶກສາຫາລື ເພື່ອສືບຕໍ່ຢ່າງເຂັ້ມງວດ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ເມືອງວິລະບູລີ

ທົ່ວເມືອງວິລະບູລີ ມີປະຊາກອນໃນກຸ່ມເປົ້າໝາຍທັງໝົດຈໍານວນ 45.501 ຄົນ,ໃນນັ້ນແຍກເປັນ ກຸ່ມເດັກອາຍຸ 6-11 ປີ ມີຈໍານວນ 5.733 ຄົນ,ກຸ່ມອາຍຸ 12 ຫາ 17 ປີ ມີຈໍານວນ 5.850 ຄົນ ແລະ ກຸ່ມອາຍຸ 6 ປີຂຶ້ນໄປມີ 39.904 ຄົນ ແລະ ແຜນຄາດໝາຍສູ້ຊົນໃນທົ່ວເມືອງໃນປີ 2022 ຂອງແຕ່ລະກຸ່ມອາຍຸແມ່ນ ເຂັມທີ 1 ໃຫ້ໄດ້ຢ່າງໜ້ອຍ 80 %…ອ່ານຕໍ່

ສຳເລັດໂຄງການກໍ່ສ້າງ ທາງເບຕົງຮ່ອມເລກທີ 61 ເຂົ້າບ້ານສະພານເໜືອນະຄອນ ໄກສອນ ພົມວິຫານ

อาจเป็นรูปภาพของ 7 คน, ผู้คนกำลังนั่ง และ ผู้คนกำลังยืน

ພິທີງານບຸນສະເຫຼີມສະຫຼອງ ແລະ ມອບ-ຮັບ ຜົນສຳເລັດ ໂຄງການກໍ່ສ້າງ ທາງເບຕົງຮ່ອມເລກທີ 61 ເຂົ້າບ້ານສະພານເໜືອນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ ດ້ວຍທຶນລະດົມຈາກປະຊາຊົນ.

ການກໍ່ສ້າງທາງເບຕົງເສັ້ນນີ້ ໂດຍເລີ່ມຕົ້ນແຕ່ແຍກທາງເລກ 9B ຈົນເຖິງໂຄ້ງ ທີ່ເປັນທາງ ຮ່ອມເຂົ້າບ້ານສະພານເໜືອມີ ໄລຍະກາງຍາວ 415 ແມັດ, ກວ້າງ 6 ແມັດ, ປູເບຕົງໜາ 15 ຊັງຕີ ແມັດ, ສອງຂ້າງທາງເຮັດຮ່ອງລະບາຍນ້ຳຮູບໂຕວີ ມູນຄ່າການກໍ່ສ້າງທັງໝົດ 542 ລ້ານກວ່າກີບ, ເຊິ່ງ ເປັນການປະກອບສ່ວນຈາກ ປະຊາຊົນພາຍໃນບ້ານສະພານເໜືອ…ອ່ານຕໍ່

ຄະນະປະຈຳສະພາປະຊາຊົນແຂວງ ລົງມອບເຄື່ອງໃຫ້ກັບປະຊາຊົນເມືອງພີນ

ຫ້ອງການບ້ານ ສີບຸນເຮືອງ ເມືອງ ພີນ ແຂວງສະຫວັນນະເຂດ ທ່ານ ສະແຫວງ ນັນທະວົງ, ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ, ທັງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ໄດ້ມອບເຄື່ອງກະຈາຍສຽງ(ໂທລະໂຄ່ງ), ລໍ້ຊ່ວຍຄົນພິການ, ຊຸດຄອມພີວເຕີ ແລະ ເຄື່ອງນຸ່ງຫົ່ມ ໃຫ້ກັບປະຊາຊົນຊາວເມືອງພີນ

ເຄື່ອງທີ່ມອບໃນຄັ້ງນີ້ແມ່ນໄດ້ຮັບການອຸປະຖໍາຈາກທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຊິ່ງອຸປະກອນທີ່ມອບປະກອບມີ: ໂທລະໂຄ່ງ ຈໍານວນ 02 ປາກ, ລໍ້ຊ່ວຍຄົນພິການ 01ຄັນ, ຄອມພີວເຕີ 1 ຊຸດ ແລະ ເຄື່ອງນຸ່ງຫົ່ມ 18 ແກັດ, ລວມເປັນມູນຄ່າທັງໝົດ 10 ລ້ານກວ່າກີບ…ອ່ານຕໍ່

ການນຳຂັ້ນແຂວງ ລົງເຄື່ອນໄຫວຕິດຕາມການຊຸກຍູ້ການສັກວັກຊິນແຫ່ງຊາດກັນພະຍາດໂຄວິດ-19 ຢູ່ເມືອງເຊໂປນ

อาจเป็นรูปภาพของ 4 คน, ผู้คนกำลังยืน และ กลางแจ้ง

ຄະນະຫ້ອງການສາທາລະນະສຸກເມືອງເຊໂປນພ້ອມຄະນະທີມງານແພດ, ບັນດານາຍບ້ານທັງ 2 ບ້ານ, ພ້ອມດ້ວຍຜູ້ປົກຄອງນ້ອງນັກຮຽນ ທີ່ມີອາຍຸແຕ່ 6-17 ປີຂື້ນໄປ ມາສັກວັກຊິນຢ່າງເປັນຂະບວນ.

ໃນນີ້ ບ້ານວັງກຸງ ມີປະຊາກອນທັງໝົດ 370 ຄົນ,ມີ 67 ຫຼັງຄາເຮືອນ, 75 ຄອບຄົວ, ເປົ້າໝາຍຮັບວັກຊີນທັງໝົດແມ່ນ 305 ຄົນ ເດັກອາຍຸ 6-17 ປີ ຈໍານວນ 111 ຄົນ,ຍິງ 54 ຄົນ, ອາຍຸ 18 ປີ ຂື້ນໄປຈໍານວນ 194 ຄົນ, ຍິງ 96 ຄົນ, ສັກໄດ້ແມ່ນ 120 ຄົນ, ບ້ານນາຫົວນໍ້າ ມີພົນລະເມືອງທັງໝົດ 561 ຄົນ, ຍິງ 290 ຄົນ, 58 ຫຼັງຄາ, 102 ຄອບຄົວ, ເປົ້າໝາຍແມ່ນ 466 ຄົນ,ຍິງ 156 ຄົນ, ສັກໄດ້ 202 ຄົນ…ອ່ານຕໍ່

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: